Homeນານາສາລະ10 ນິໄສ ທີ່ເຮັດໃຫ້ມະນຸດເງິນເດືອນບໍ່ປະສົບຜົນສໍາເລັດ

10 ນິໄສ ທີ່ເຮັດໃຫ້ມະນຸດເງິນເດືອນບໍ່ປະສົບຜົນສໍາເລັດ

Published on

 

  1. ເບື່ອວຽກງານປະຈໍາທີ່ຕົນເອງເຮັດຢູ່: ເຮັດວຽກຕາມໜ້າທີ່ທີ່ໄດ້ຮັບມອບໝາຍ ແລະໃນແຕ່ລະເດືອນກໍຮັບເງິນເດືອນໄປ ແຕ່ຖ້າຫາກເຮົາບໍ່ມີຄວາມສຸກໃນການເຮັດວຽກງານ ມັນກໍຄືກັບຕາຍທັງເປັນ ເພາະວຽກງານທີ່ບໍ່ມີຄວາມສຸກ ຍ່ອມເຮັດໃຫ້ສຸຂະພາບຈິດບໍ່ດີ, ມີປັນຫາຊີວິດຕາມມາ ເກີດຄວາມເບື່ອໜ່າຍ ແລະທ້າຍສຸດຜົນງານທີ່ໄດ້ກໍບໍ່ດີໃນທີ່ສຸດ
  2. ບໍ່ຮູ້ຈັກການວາງແຜນການເງິນທີ່ດີ
  3. ບໍ່ກ້າທີ່ຈະອອກມາສ້າງທຸລະກິດ: ມະນຸດເງິນເດືອນຫຼາຍຄົນມີຄວາມຝັນຢາກຈະເປັນເຈົ້າຂອງກິດຈະການຕ່າງໆ ແຕ່ປັນຫາຄືຄວາມກ້າທີ່ຈະເຮັດຕາມຄວາມຝັນ ບາງຄັ້ງກັບເຂົ້າໃຈຜິດວ່າຕ້ອງອອກຈາກວຽກງານປະຈໍາມາເຮັດທຸລະກິດ ແຕ່ຄວາມເປັນຈິງແລ້ວ ເຮົາສາມາດສ້າງທຸລະກິດໄປພ້ອມໆກັບວຽກງານປະຈໍາໄດ້ ເຖິງວ່າຈະເມື່ອຍແຕ່ຖ້າໄດ້ເຮັດຕາມຄວາມຝັນມັນກໍເຮັດໃຫ້ຊີວິດມີຄ່າຄືກັນ
  4. ຊີວິດຂາດການອອກກໍາລັງກາຍ: ສຸຂະພາບກາຍທີ່ແຂງແຮງ ເຮັດໃຫ້ເກີດສຸຂະພາບທີ່ດີ ແລະມີພະລັງໃນການສ້າງວຽກງານສ້າງລາຍໄດ້ ເລີ່ມຕົ້ນງ່າຍໆພຽງແຕ່ອອກກໍາລັງກາຍອາທິດລະ 3 ມື້
  5. ເມົາມົວແຕ່ເສຍດາຍຄວາມຜິດພາດໃນອະດີດ: ຄວາມຜິດພາດເກີດຂຶ້ນໄດ້ທຸກວັນ ແຕ່ເມື່ອມັນເກີດຂຶ້ນແລ້ວສິ່ງທີ່ເຮົາຕ້ອງເຮັດຄກ້າວຕໍ່ໄປ ບໍ່ແມ່ນຈົມປັກຢູ່ກັບສິ່ງທີ່ຜິດພາດ ເພາະມັນບໍ່ໄດ້ເຮັດໃຫ້ຊີວິດດີຂຶ້ນ ຍິ່ງເຮົາລຸກຂຶ້ນໃໝ່ໄດ້ໄວເທົ່າໃດ ໂອກາດປະສົບຜົນສໍາເລັດໃນອະນາຄົດກໍຍິ່ງໄວເທົ່ານັ້ນ
  6. ກີດກັນຄົນທີ່ເກັ່ງກວ່າ: ຢ່າລືມໄປວ່າບໍ່ມີໃຜເກັ່ງໄປໝົດທຸກຢ່າງ ດັ່ງນັ້ນການທີ່ໄດ້ເຮັດວຽກງານຮ່ວມກັບຄົນທີ່ເກັ່ງນັ້ນເປັນເລື່ອງທີ່ດີ ເພາະເຮົາທຸກຄົນມີໂອກາດທີ່ຈະຮຽນຮູ້ສິ່ງດີໆອີກຫຼາຍຢ່າງ
  7. ມີຄວາມຄິດອິດສາແມ້ແຕ່ລູກນ້ອງ: ຄວາມອິດສາເປັນບໍເກີດແຫ່ງຄວາມວຸ້ນວາຍ ເມົາມົວແຕ່ອິດສາຄົນອື່ນຈົນລືມຄວາມຜິດຂອງຕົນເອງ ແລ້ວຈະປະສົບຜົນສໍາເລັດໃນໜ້າທີ່ການງານໄດ້ແນວໃດ
  8. ຟ້ອງນາຍ ຂາຍໝູ່ເພື່ອນ
  9. ຫັນຫຼັງໃຫ້ກັບຄອບຄົວ ແລະຄົນຮັກ: ຊີວິດປະສົບຜົນສໍາເລັດໃນໜ້າທີ່ວຽກງານແບບສຸດໆ ແຕ່ມັນຈະມີປະໂຫຍດຫຍັງ ຖ້າຫາກຄວາມສໍາເລັດນັ້ນເກີດເທິງຄວາມພັງທະລາຍຂອງຄອບຄົວ ແລະຄົນຮັກ ດັງນັ້ນເຖິງວ່າວຽກງານຈະໜັກປານໃດ ຢ່າລືມແບ່ງເວລາຫາຊ່ວງຫວ່າງເບິ່ງແຍງເອົາໃຈໃສ່ຄົນໃນຄອບຄົນ ຫຼືຄົນທີ່ເຈົ້າຮັກ
  10. ບໍ່ຮູ້ຈັກຕັກຕວງປະສົບການຈາກວຽກງານທີ່ເຮັດ: ເຮັດວຽກທຸກມື້, ທຸກເດືອນ ແລະທຸກປີ ແລ້ວເຮົາມີປະສົບການຫຼາຍຂຶ້ຶນ ຫຼືບໍ ຖ້າຫາກມື້ໜຶ່ງຖືກໄລ່ອອກ ເຮົາຈະຊອກວຽກໃໝ່ໄດ້ຈາກຫຍັງທີ່ເຮົາມີ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...