HomeBaby-ແມ່ແລະເດັກອາການທີ່ມັກເກີດຂຶ້ນກັບເດັກນ້ອຍເກີດໃໝ່ ຫາ 3 ເດືອນ

ອາການທີ່ມັກເກີດຂຶ້ນກັບເດັກນ້ອຍເກີດໃໝ່ ຫາ 3 ເດືອນ

Published on

ຕັ້ງແຕ່ການຖືພາຈົນເຖິງຫຼັງເກີດລູກ ແມ່ມືໃໝ່ ອາດກັງວົນກັບອາການຕ່າງໆ ທີ່ອາດເກີດກັບລູກນ້ອຍ ແຕ່ບາງອາການກໍ່ຖືເປັນອາການທີ່ອາດຈະເກີດຂຶ້ນໄດ້ ເຊິ່ງເປັນອາການທີ່ບໍ່ໜ້າເປັນຫວ່ງຫຼາຍ ເຮົາມາເບິ່ງອາການທີ່ເກີດຂຶ້ນໄດ້ກັບ ເດັກເກີດໃໝ່ ແລະ ຫາທາງຮັບມືກັບອາການເຫຼົ່ານີ້ກັນດີກວ່າ.

1. ອາການເອິກ: ຖືເປັນອາການປົກກະຕິສາມາດເກີດຂຶ້ນໄດ້ຈາກການດູດນົມຫຼາຍ ຫຼື ດູດນົມໄວຈົນເກີນໄປ ແກ້ດ້ວຍການອຸ້ມລູກພາດບ່າ ຫຼື ອຸ້ມນັ່ງໄລ່ລົມ

2. ອາການສະດຸ້ງ ຜະຫວາ: ເປັນອາການປົກກະຕິທີ່ເກີດຂຶ້ນໄດ້ກັບເດັກນ້ອຍທຸກຄົນ ຖ້າລູກນ້ອຍມີອາການແບບນີ້ແມ່ຄວນໃຫ້ລູກນອນທ່າ ຕະແຄງ ຫຼື ເອົາຜ້າຫົ່ມບາງໆ ພາດໂຕໄວ້ ລູກຈະໄດ້ຫຼຸດອາການນອນສະດຸ້ງ

3. ອາການເອ໊ຍນົມ:​ ເນື່ອງຈາກວ່າກະເພາະຂອງລູກຍັງທຳງານໄດ້ບໍ່ເຕັມທີ່ ສະນັ້ນແມ່ຄວນອຸ້ມລູກພາດບ່າ ຫຼື ນັ່ງທຸກຄັ້ງຫຼັງດູດນົມແລ້ວ

4. ລີ້ນຂາວ: ເນື່ອງຈາກລູກນ້ອຍກິນແຕ່ນົມ ຈິ່ງເກີດຝ້າຂາວທີ່ລີ້ນ ສະນັ້ນຄວນເອົາຜ້າສະອາບຈຸ່ມນ້ຳອຸ່ນ ແລ້ວເຊັດລູກໃຫ້ລູກເບົາໆ ເພື່ອເຊັດຄາບນົມທີ່ເກາະລີ້ນລູກອອກ

5. ຜື່ນຜ້າອ້ອມ:​ ເກີດຈາກຄວາມຊຸ່ມໃນການໃສ່ຜ້າອ້ອມ ຫຼື ແພມເພີດດົນເກີນໄປ ຫຼື ອາດແພ້ແພມເພີດ ສະນັ້ນຄວນໃຫ້ຜິວລູກແຫ້ງຢູ່ຕະຫຼອດ ບໍ່ຄວນໃຫ້ລູກໃສຜ້າອ້ອມເປັນເວລາດົນ

6. ອາການທ້ອງອືດ: ເດັກນ້ອຍທີ່ດື່ມນົມແມ່ຢ່າງດຽວ ບໍ່ຈຳເປັນຕ້ອງຖ່າຍທຸກມື້ກໍ່ໄດ້ ເພາະນົມແມ່ຍ່ອຍງ່າຍລູກດູດຊຶມໄດ້ໝົດບໍ່ເຫຼືອກາກໃຫ້ຂັບຖ່າຍອອກມາ ສ່ວນເດັກນ້ອຍທີ່ກິນປະສົມຫາກເກີດອາການທ້ອງອືດແມ່ຄວນຫຼຸດປະລິມານໃນການຊົງນົມໃຫ້ລູກດື່ມໃນປະລິມານທີ່ເໝາະສົມ

 

ຂໍ້ມູນຈາກ: http://women.thaiza.com/
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...