spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມ9 ຊະນິດຜັກຕ້ານມະເຮັງ

9 ຊະນິດຜັກຕ້ານມະເຮັງ

Published on

 

  1. ຜັກກາດນາ: ມີປະໂຫຍດໃນດ້ານການຢັບຢັ້ງມະເຮັງ ເນື່ອງຈາກໃນຜັກກາດນາມີເບຕ້າແຄໂຮທີນຫຼາຍ.
  2. ຜັກຕໍານິນ: ເປັກຜັກທີ່ມີວິຕາມິນເອ, ແຄວຊຽມ ແລະຟົດສະຟໍຣິກ ຊຶ່ງມີສັບພະຄຸນປ້ອງກັນພະຍາດໄດ້ຫຼາຍຊະນິດ ລວມເຖິງຊ່ວຍປ້ອງກັນພະຍາດມະເຮັງໄດ້
  3. ໝາກຮະ: ມີວິຕາມິນເອສູງ ແລະມີສາລະສໍາຄັນທີ່ຊ່ວຍໃນການຕ້ານເນື້ອໄວຣັດ ລວມເຖິງຂ້າເຊວມະເຮັງໄດ້ ໂດຍສະເພາະມະເຮັງເຕົ້ານົມ, ພະຍາດຮ້າຍທີ່ເປັນໄພກັບຜູ້ຍິງ ນອກຈາກນີ້ ໝາກຮະຍັງມີຄຸນສົມບັດເດັ່ນໃນການຂ້າເຊວມະເຮັງສະໝອງໄດ້ອີກ.
  4. ຜັກໜອກ: ມີວິຕາມິນເອ, ບີ 1 ແລະແຄວຊຽມສູງ ສານສໍາຄັນໃນຜັກໜອກຄື ກະໄລໂຄໄຊດ໌ ທີ່ຊ່ວຍໃນເລື່ອງຂອງຜິວພັນ ຊ່ວຍໃຫ້ຜິວແຂງແຮງ ແລະບັນເທົາອາການເສັ້ນເລືອດຂອດ ນອກຈາກນີ້ສານສະກັດຈາກໃບຜັກໜອກ ລ້ວນມີສັບພະຄຸນຊ່ວຍຢັບຢັ້ງການແພ່ຂະຫຍາຍຂອງແບັກທີເຣຍ ຊ່ວຍລະງັບການອັກເສບ ແລະທໍາລາຍເຊວມະເຮັງ.
  5. ຜັກກະລໍາປີ-ຫົວຜັກກາດ ຫຼືຜັກອື່ນໆທີ່ມີຄຸນສົມບັດໃນການຊ່ວຍກໍາຈັດອະນຸມຸນອິດສະລະໃນຮ່າງກາຍ ຜັກພວກນີ້ຈະມີຊິລີນຽມ ເປັນຕົວທີ່ສາມາດຢັບຢັ້ງ ຫຼືປ້ອງກັນການເກີດມະເຮັງເຕົ້ານົມ ທັງຫຼຸດບໍ່ໃຫ້ເກີດກ້ອນມະເຮັງເພີ່ມຂຶ້ນ ໂດຍທີ່ສານໃນຜັກເຫຼົ່ານີ້ ຈະມີຄຸນສົມບັດໃນການກະຕຸ້ນເອນໄຊມ໌ທີ່ມີໜ້າທີ່ກໍາຈັດສານພິດອອກຈາກຮ່າງກາຍ ສານພິດທີ່ພ້ອມຈະປ່ຽນເຊວດີໆໃຫ້ກາຍເປັນເຊວມະເຮັງ ແລະໃນຫົວຜັກກາດມີສານທີ່ຊ່ວຍເຮັດໃຫ້ກ້ອນເນື້ອງອກນ້ອຍລົງ ໂອກາດທີ່ຈະກາຍເປັນເຊວມະເຮັງຈຶ່ງໜ້ອຍລົງ
  6. ເຫັດຫຼິຈື ຫຼືເຫັດໝື່ນປີ: ໃນເຫັດຫຼິນຈືມີສານພວກໂພລີແຊດດາ, ໄຣດ໌ຊະນິດເບຕ້າດີ-ກລູແຄນ ທີ່ສະຖາບັນມະເຮັງແຫ່ງຊາດ ຄົ້ນພົບວ່າມີລິດຊ່ວຍໃຫ້ຮ່າງກາຍມີລະບົບພູມຄຸ້ມກັນທີ່ດີ ແລະຕ້ານພິດທີ່ເກີດຈາກການສາຍລັງສີ ຈຶ່ງເຊື່ອວ່າການໃຊ້ເຫັດຫຼິນຈື ຈະຊ່ວຍຢັບຢັ້ງການລຸກລາມຂອງມະເຮັງໄດ້
  7. ຜັກເຊີນາລີ ລວມເຖິງຜັກສະໝຸນໄພທີ່ມີກິ່ນຫອມແຮງ ໂດຍໃນຜັກມີສັບພະຄຸນທາງຢາ ຊ່ວຍປິ່ນປົວພະຍາດຫຼາຍຢ່າງ ສະເພາະໃນເລື່ອງຂອງການປ້ອງກັນມະເຮັງ ຜັກເຊີນາລີມີສານໂພລິຜີນ ປ້ອງກັນ DNA ຖືກທໍາລາຍ ຍັງຊ່ວຍຫຼຸດອາການອັກເສບ ປ້ອງກັນມະເຮັງ ແລະຢັບຢັ້ງການກາຍພັນຂອງມະເຮັງໃນຮ່າງກາຍໄດ້
  8. ຜັກບົວລະພາ: ມີຄ່າທາງອາຫານ ແລະສັບພະຄຸນເປັນຢາປິ່ນປົວພະຍາດ ຊ່ວຍຂ້າເຊື້ອແບັກທີເຣຍ, ເຊື້ອລາ ແລະເຊື້ອໄວຣັດ ລວມເຖິງປ້ອງກັນມະເຮັງ
  9. ຫົວສີໃຄ: ມີແຄວຊຽມ ແລະຟົດສະຟໍຣິກທີ່ມີຄຸນສົມບັດປ້ອງກັນການເກີດມະເຮັງທາງເດີນອາຫານໃນໄລຍະເລີ່ມຕົ້ນ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...