Homeຂ່າວຕ່າງປະເທດຈີນເລັ່ງຄົ້ນຫາຜູ້ລອດຊີວິດ ຈາກເຫດແຜ່ນດິນໄຫວໃນຢູນນານ ຂະນະທີ່ຍອດຜູ້ເສຍຊີວິດສູງເຖິງ 398 ຄົນແລ້ວ

ຈີນເລັ່ງຄົ້ນຫາຜູ້ລອດຊີວິດ ຈາກເຫດແຜ່ນດິນໄຫວໃນຢູນນານ ຂະນະທີ່ຍອດຜູ້ເສຍຊີວິດສູງເຖິງ 398 ຄົນແລ້ວ

Published on

 

 

ຍອດຜູ້ເສຍຊີວິດຈາກແຜ່ນດິນໄຫວໃນແຂວງຢູນນານ ສປ ຈີນ ພົບແລ້ວ 398 ລາຍ ແລະ ບາດເຈັບອີກກ່ວາ

1,800 ລາຍ, ບ້ານເຮືອນພັງຖະຫຼົ່ມ 12,000 ຫຼັງ ໂດຍທະຫານ 2,500 ຄົນ ໄດ້ເລັ່ງຄົ້ນຫາຜູ້ລອດຊີວິດເພີ່ມຕື່ມ.

 

ວັນທີ 5 ສິງຫາ 2014 ສຳນັກຂ່າວຕ່າງປະເທດລາຍງານວ່າ ຈີນສົ່ງທະຫານ 2,500 ຄົນ ເຂົ້າໄປຄົ້ນຫາຜູ້ລອດຊີ

ວິດຈາກແຜ່ນດິນໄຫວໃນແຂວງຢູນນານ ຫຼັງຈາກເມື່ອວັນອາທິດທີ່ຜ່ານມາ ໄດ້ເກີດເຫດແຜ່ນດິນໄຫວຂະ

ໜາດ 6.1 ຣິກເຕີ ເຊິ່ງສື່ຂອງທາງການຈີນບອກວ່າ ນີ້ເປັນແຜ່ນດິນໄຫວທີ່ຮຸນແຮງທີ່ສຸດຂອງແຂວງຢູນນານ

ໃນຮອບ 14 ປີ.

 

ລາຍງານຂ່າວລະບຸວ່າ ການເຂົ້າໄປຊ່ວຍເຫຼືອຜູ້ປະສົບເຫດ ແມ່ນເປັນໄປດ້ວຍຄວາມຍາກລຳບາກ ເພາະໄດ້ພົບ

ກັບພະຍຸຝົນ ລົມແຮງ ເຮັດໃຫ້ເຈົ້າໜ້າທີ່ເຂົ້າຊ່ວຍເຫຼືອບາງສ່ວນ ຕ້ອງໃຊ້ວິທີຍ່າງດ້ວຍຕີນເຂົ້າໄປໃນພື້ນທີ່,

ນອກຈາກຝົນທີ່ຕົກໜັກແລ້ວ ຍັງມີຄວາມສ່ຽງຈາກດິນຖະຫຼົ່ມນຳອີກ.

 

ປະທານາທິບໍດີ ສີ ຈິນ ຜິງ ຂອງຈີນ ບອກວ່າ ຕ້ອງໃຊ້ຄວາມພະຍາຍາມຢ່າງເຕັມທີ່ ເພື່ອທີ່ຈະຄົ້ນຫາຜູ້ລອດຊີ

ວິດ ນອກຈາກທະຫານຈຳນວນດັ່ງກ່າວແລ້ວ ຍັງມີຕຳຫຼວດອີກກ່ວາ 300 ຄົນ, ພະນັກງານດັບເພີງ ແລະ ເຈົ້າ

ໜ້າທີ່ຊ່ວຍເຫຼືອໃນພາວະສຸກເສີນອີກ 400 ຄົນ ທີ່ເຂົ້າໄປເຮັດວຽກພ້ອມໆກັບໝາດົມກິ່ນອີກ ໂດຍເຈົ້າໜ້າທີ່

ໄດ້ຊ່ວຍເຫຼືອຜູ້ລອດຊີວິດອອກມາໄດ້ 32 ຄົນແລ້ວ ເຊິ່ງໃນນັ້ນລວມມີເດັກຍິງອາຍຸ 5 ປີຢູ່ນຳ.

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...