spot_img
Homeຂ່າວຕ່າງປະເທດພົບເຫັດຫຼິນຈືແດງ ໃຫຍ່ທີ່ສຸດໃຈໂລກ!

ພົບເຫັດຫຼິນຈືແດງ ໃຫຍ່ທີ່ສຸດໃຈໂລກ!

Published on

 

ສື່ອອນລາຍຂອງຈີນເປີດເຜີຍ ເມື່ອວັນທີ 2 ສິງຫາ 2014 ທີ່ຜ່ານມາ ເຖິງພາບເຫັດຫຼິນຈືແດງ ເຊິ່ງຫາກໍຖືກ

ເປີດເຜີຍໂດຍ ທ້າວ ຢັງ ຈິນ ໂດຍເຫັດຫຼິນຈືແດງນີ້ ຖືກຂຸດພົບເມື່ອປີທີ່ແລ້ວ ມີຂະໜາດເສັ້ນຜ່າສູນກາງ

92 ຊັງຕີແມັດ ໜັກ 5,15 ກິໂລ ເຊິ່ງຫຼາຍຝ່າຍເຊື່ອວ່າເປັນເຫັດຫຼິນຈືແດງທີ່ໃຫຍ່ທີ່ສຸດໃນໂລກ.

 

ທ້າວ ຢັງ ກ່າວວ່າ ເຂົາໄດ້ຮັບເຫັດຫຼິນຈືຈາກເພື່ອນບ້ານທີ່ເປັນຈັກສະສົມຄົນໜຶ່ງໃນແຂວງກວາງຕຸ້ງ ເພື່ອ

ໃຫ້ເຂົາຊ່ວຍແກະສະຫຼັກເຮັດເປັນເຄື່ອງປະດັບມຸງຄຸນ ໂດຍເບື້ອງຕົ້ນເຂົາຄິດວ່າມັນເປັນພຽງເປືອກໄມ້ແຂງ

ທົ່ວໆໄປ ແລະ ວາງໄວ້ບໍ່ທັນໄດ້ໃສ່ໃຈເທື່ອ ຈົນເມື່ອມີເພື່ອນບ້ານມາເຫັນ ແລະ ຂໍສຳຜັດເບິ່ງ ຈິ່ງໄດ້ຮູ້ວ່າທີ່ຈິງ

ແ້ລວມັນຄືເຫັດຫຼິນຈືແດງຂະໜາດໃຫຍ່ທີ່ສຸດໃນໂລກ ເຊິ່ງຖືກຂຸດພົບໃນແຂວງເສສວນຂອງປະເທດຈີນ.

 

ທັງນີ້ ລາຍງານຂ່າວຍັງບໍ່ທັນອ້າງເຖິງລາຍລະອຽດວ່າ ເຫັດຫຼິນຈືທີ່ພົບນີ້ ເປັນເຫດທີ່ເກີດຕາມທຳມະຊາດ ຫຼື

ເກີດຈາກການເພາະລ້ຽງດ້ວຍວິທະຍາສາດ, ກ່ອນໜ້ານີ້ໃນປີ 2012 ຊາວບ້ານໃນແຂວງຈຽງຊີ ກໍເຄີຍເກັບເຫັດ

ຫຼິນຈືຍັກ ເຊິ່ງຫາພົບໄດ້ຍາກ ແລະ ມີນ້ຳໜັກເຖິງ 4,01 ກິໂລ ໂດຍຄັ້ງນັ້ນພົບວ່າ ມີຄວາມຍາວ 75 ຊັງຕີແມັດ

ກ້ວາງ 44​ ຊັງຕີແມັດ ແທກລວງຮອບຂອງໃບຍາວເຖິງ 160 ຊັງຕີແມັດ.

 

ເຫັດຫຼິນຈື ມີຖິ່ນກຳເນີດໃນແຖບອາຊີຕາເວັນອອກ ໂດຍໃນຈີນຈະພົບຫຼາຍທີ່ສຸດໃນແຂວງຈຽງຊີ, ເຫັດຫຼິນຈື

ໃຊ້ເປັນສ່ວນປະກອບຂອງຢາຈີນມານັບພັນປີ ນັບຕັ້ງແຕ່ສະໄໝຈັກກະພັດຈິນຊີເປັນຕົ້ນມາ, ຈາກການວິໄຈ

ດ້ວຍແພດແຜນປະຈຸບັນພົບວ່າ ເຫັດຫຼິນຈື ຈະຊ່ວຍເພີ່ມກຳລັງໃຫ້ຮ່າງກາຍ ຫຼຸດລະດັບນ້ຳຕານໃນເລືອດ,

ຄວບຄຸມຄວາມດັນໂລຫິດທັງສູງ ແລະ ຕ່ຳ, ຊ່ວຍຮັກສາ ແລະ ຕ້ານມະເຮັງ, ຮັກສາໂລກຕັບ ແລະ ຊ່ວຍໃຫ້

ນອນຫຼັບສະໜິດດີ ດັ່ງນີ້ເປັນຕົ້ນ.

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...