Homeສຸຂະພາບ ແລະ ສີ່ງແວດລ້ອມ17 ອາຫານ ທີ່ຊ່ວຍກະຕຸ້ນການເຜົາຜານ ແລະລ້າງສານພິດໃນຮ່າງກາຍ

17 ອາຫານ ທີ່ຊ່ວຍກະຕຸ້ນການເຜົາຜານ ແລະລ້າງສານພິດໃນຮ່າງກາຍ

Published on

 

  1. ຫົວຜັກບົວໃຫຍ່: ເນື່ອງຈາກວ່າຫົວຜັກບົວໃຫຍ່ມີວິຕາມິນບີ 1 ຊຶ່ງຊ່ວຍໃນການເຜົາຜານອາຫານ ແລະຍັງຊ່ວຍຂັບຖ່າຍສານພິດໃນຮ່າງກາຍອອກມາທາງປັດສະວະ.
  2. ນໍ້າສົ້ມສາຍຊູໝັກ: ມີສັບພະຄຸນຊ່ວຍຫຼຸດຄໍເລດເຕລອຍທີ່ບໍ່ດີ ແລະຍັງຊ່ວຍເພີ່ມປະລິມານຄໍເລດເຕີລອຍຕົວທີ່ດີ ນອກຈາກນີ້ຍັງກະຕຸ້ນການຜົາຜານໄຕຣົກລີເຊີໄຣດ໌ທີ່ສະສົມໃຕ້ຜິວໜັງ.
  3. ໝາກນາວ: ເປືອກໝາກນາວມີສານທີ່ຊ່ວຍກະຕຸ້ນການເຜົາຜານຂອງຮ່າງກາຍ ກະຕຸ້ນການໄຫຼວຽນຂອງໂລຫິດ ພຽງແຕ່ດົມກິ່ນກໍຊ່ວຍໄດ້ ແລະປາດໝາກນາວເປັນຕ່ອນບາງໆລ້ວໃສ່ລົງໃນຈອກນໍ້າອຸ່ນດື່ມ ກໍຊ່ວຍໃຫ້ໄດ້ຜົນໄວຍິ່ງຂຶ້ນ.
  4. ຂີງ: ຊ່ວຍໃຫ້ຮ່າງກາຍອົບອຸ່ນ ເພີ່ມອຸນຫະພູມໃນຮ່າງກາຍ ເພີ່ມການເຜົາຜານ.
  5. ຫົວຜັກທຽມ: ນອກຈາກຂັບສານພິດແລ້ວ ແລະເພີ່ມພູມຄຸ້ນກັນພະຍາດແລ້ວ ຍັງຊ່ວຍການເຜົາຜານໄຂມັນ ແລະນໍ້າຕານໃນຮ່າງກາຍ ແລະຊ່ວຍໃນການດູດຊຶມທາດເຫຼັກ.
  6. ໝາກເລັ່ນໃຫຍ່: ມີແຄລໍຣີຕໍ່າ ແລະເສັ້ນໃຍສູງ
  7. ໝາກງາ: ມີແຮ່ທາດຕ່າງໆຫຼາຍ ໂດຍສະເພາະວິຕາມິນຊີ ແລະແຮ່ທາດທີ່ຊ່ວຍຫຼຸດລະດັບໄຕຣົກລີເຊີ ກິນຮ່ວມກັບນໍ້າອຸ່ນຈະຊ່ວຍຫຼຸດນໍ້າໜັກໄດ້.
  8. ໝາກແຕງໂມ: ຊ່ວຍໃຫ້ເລືອດໝູນວຽນໄດ້ສະດວກ ແລະອາການບວມນໍ້າໄດ້ ນອກຈາກນີ້ຍັງຊ່ວຍລ້າງສານພິດລໍາໄສ້ ແລະໃນຊ່ອງທ້ອງ.
  9. ເຫັດ: ນອກຈາກຈະຊ່ວຍເສີມສ້າງພູຄຸ້ນກັນພະຍາດ, ປ້ອງກັນມະເຮັງແລ້ວ ຍັງມີເສັ້ນໃຍອາຫານທີ່ຊ່ວຍກໍາຈັດສານພິດໃນຮ່າງກາຍອີກ.
  10. ໝາກແຄ້ງ: ຕ້ານມະເຮັງ, ບໍາລຸງເລືອດ ຊ່ວຍດູດຊຶມໄຂມັນ ແລະຂອງເສຍໃນກະແສເລືອດ ຢັບຢັ້ງບໍ່ໃຫ້ຄໍເລດເຕີລອຍສູງຂຶ້ນ, ປັບສົມດຸນໄຂມັນໃນຮ່າງກາຍ ແລະແກ້ຖອກທ້ອງໄດ້.
  11. ໝາກແອັບເປິ່ນ: ປ້ອງກັນການຖອກທ້ອງ, ກະຕຸ້ນການເຄື່ອນຕົວຂອງລໍາໄສ້, ກໍາຈັດສານອາຫານພິດໜັກທີ່ຕົກຄ້າງໃນລໍາໄສ້ ຊຶ່ງເປັນສາເຫດເຮັດໃຫ້ລະບົບທາງເດີນອາຫານຜິດປົກກະຕິ
  12. ໝາກກ້ຽງ: ມີວິຕາມິນສູງ, ຊ່ວຍເສີມສ້າງພູມຄຸ້ມກັນ.
  13. ຜັກກາດຂາວ: ອຸດົມໄປດ້ວຍເສັ້ນໃຍ ແລະແຄວຊຽມ ຊ່ວຍເສີມສ້າງຄວາມແຂງແຮງຂອງກະດູກ ປ້ອງກັນມະເຮັງລໍາໄສ້ໄດ້
  14. ໝາກເຜັດ: ມີສັບພະຄຸນກະຕຸ້ນການເຜົາຜານໄຂມັນ
  15. ໝາກຫວານ: ມີວິຕາມິນບີສູງກວ່າໝາກເລັ່ນໃຫຍ່ ແລະວິຕາມິນຊີສູງກວ່າໝາກນາວ ຊ່ວຍເຜົາຜານໄຂມັນ ແລະຫຼຸດຄໍເລດເຕີລອຍໃນເລືອດ
  16. ໝາກຖົ່ວແດງ: ຊ່ວກະຕຸ້ນການເຜົາຜານນໍ້າຕານ ຂັບປັດສະວະ ຫຼຸດອາການບວມ ແລະລ້າງສານພິດ
  17. ໝາກອຶ: ອຸດົມໄປດ້ວຍແປ້ງ ແລະນໍ້າຕານ ແລະວິຕາມິນ ແລະເກືອແຮ່ຈໍານວນຫຼາຍ ຊ່ວຍຫຼຸດການກິນອາຫານໃຫ້ໜ້ອຍລົງ ແລະຊ່ວຍກໍາຈັດສານພິດທີ່ຕົກຄ້າງໃນຮ່າງກາຍ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...