Homeຂ່າວຕ່າງປະເທດຫວຽດນາມສົ່ງອອກເຂົ້າ ຕ່ຳທີ່ສຸດໃນຮອບ 7 ປີ ມີທ່າອ່ຽງບໍ່ບັນລຸເປົ້າໝາຍຕາມແຜນ

ຫວຽດນາມສົ່ງອອກເຂົ້າ ຕ່ຳທີ່ສຸດໃນຮອບ 7 ປີ ມີທ່າອ່ຽງບໍ່ບັນລຸເປົ້າໝາຍຕາມແຜນ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 18 ທັນວາຜ່ານມານີ້ວ່າ ອີງຕາມການລາຍງານຂອງ ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ລະບຸ ການສົ່ງອອກເຂົ້າຂອງຫວຽດນາມ ໄດ້ຫລຸດລົງເຖິງລະດັບຕ່ຳທີ່ສຸດໃນຮອບ 7 ປີ ຊຶ່ງນັບຕັ້ງແຕ່ເດືອນມັງກອນເຖິງເດືອນພະຈິກປີນີ້ ຫວຽດນາມໄດ້ສົ່ງອອກເຂົ້າແລ້ວທັງໝົດ 4.5 ລ້ານໂຕນ ສ້າງລາຍຮັບ 2 ຕື້ໂດລາ ເມື່ອທຽບກັບໄລຍະເວລາດຽວກັນຂອງປີກາຍພົບວ່າ ປະລິມານຫລຸດລົງ 26% ແລະ ລາຍໄດ້ກໍຫລຸດລົງ 22%.

ທັງນີ້ ການສົ່ງອອກເຂົ້າຂອງຫວຍດນາມໃນປີ 2016 ຖືວ່າມີປະລິມານການສົ່ງອອກ ທີ່ມີອັດຕາຕ່ຳທີ່ສຸດ ນັບຕັ້ງແຕ່ປີ 2009 ເປັນຕົ້ນມາ ເນື່ອງຈາກບັນດາບໍລິສັດສົ່ງອອກເຂົ້າ ບໍ່ສາມາດສົ່ງອອກໄດ້ຕາມເປົ້າໝາຍ ແລະ ມີທ່າອ່ຽງທີີ່ຫວຽດນາມຈະບໍ່ສາມາດ ບັນລຸເປົ້າໝາຍສົ່ງອອກເຂົ້າໃຫ້ໄດ້ 5.7 ລ້ານໂຕນ ໃນປີນີ້.

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...