Homeນານາສາລະອັນຕະລາຍຈາກ “ໝາກເຟືອງ” ທີ່ຫຼາຍຄົນອາດບໍ່ຮູ້

ອັນຕະລາຍຈາກ “ໝາກເຟືອງ” ທີ່ຫຼາຍຄົນອາດບໍ່ຮູ້

Published on

ຢູ່ໃນໝາກເຟືອງມີກົດອອກຊາລິກຫຼາຍ ດັ່ງນັ້ນຈຶ່ງສົ່ງຜົນໃຫ້ຜູ້ທີ່ເປັນພະຍາດໝາກໄຂ່ຫຼັງ ຫຼືກຳລັງຟອກໝາກໄຂ່ຫຼັງຢູ່, ເພາະອາດເຮັດໃຫ້ອາການຂອງພະຍາດໝາກໄຂ່ຫຼັງຮ້າຍແຮງຂຶ້ນກວ່າເກົ່າ ແລະການຮັບສານອອກຊາລິກ ເຂົ້າສູ່ຮ່າງກາຍເປັນຈຳນວນຫຼາຍ ອາດເພີ່ມໂອກາດໃຫ້ເປັນພະຍາດໜິ້ວໝາກໄຂ່ຫຼັງໃນນໍ້າປັດສະວະ ຫຼືໝາກໄຂ່ຫຼັງຫຼົ້ມເຫຼວໄດ້

ຜູ້ທີ່ຢູ່ໃນພາວະຂາດນໍ້າ ເພາະອາດເກີດຈາກອາການເຈັບທ້ອງ, ເຮັດວຽກໜັກ ຫຼືອອກກຳລັງກາຍຫຼາຍ ຈົນເກີດການສູນເສຍເຫື່ອໃນປະລິມານຫຼາຍ ຫາກກິນໝາກເຟືອງລົງໄປ ຫຼືກິນນໍ້າໝາກເຟືອງໃນປະລິມານຫຼາຍ ຈະເພີ່ມໂອກາດໃນການເປັນພະຍາດໝາກໄຂ່ຫຼັງຫຼົ້ມເຫຼວໄດ້ເຊັ່ນກັນ

ນອກຈາກນີ້ ໃຜທີ່ກຳລັງກິນຢາຫຼຸດໄຂມັນ ຫຼືຢາຫຼຸດຄວາມຄຽດຢູ່ ບໍ່ຄວນກິນໝາກເຟືອງ ເພາະໝາກເຟືອງຈະໄປຕໍ່ຕ້ານການເຮັດວຽກຂອງຢາເຫຼົ່ານັ້ນ

ສຳລັບໝາກເຟືອງສົ້ມ ແລະໝາກເຟືອງຫວານນັ້ນ, ໃນໝາກເຟືອງສົ້ມຈະມີກົດອອກຊາລິກຫຼາຍກວ່າໝາກເຟືອງຫວານ, ດັ່ງນັ້ນ ໝາກເຟືອງສົ້ມ ອາດສົ່ງຜົນກະທົບຕໍ່ການເຮັດວຽກຂອງໝາກໄຂ່ຫຼັງໄດ້ຫຼາຍກວ່າໝາກເຟືອງຫວານ

ເຖິງແມ່ນວ່າໝາກເຟືອງຈະມີອັນຕະລາຍ ແຕ່ຖ້າກິນໃນປະລິມານທີ່ເໝາະສົມ ບໍ່ຄວນກິນຫຼາຍຈົນເກີນໄປ, ແມ່ນຫຍັງກໍຕາ ຖ້າກິນຫຼາຍຈົນເກີນໄປ ກໍຈະສົ່ງຜົນບໍ່ດີຕໍ່ກັບຮ່າງກາຍໄດ້ ບໍ່ສະເພາະແຕ່ໝາກເຟືອງ ຫາກກິນພໍເໝາະສົມ ຮັບຮອງວ່າມີປະໂຫຍດແກ່ຮ່າງກາຍແນ່ນອນ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...