spot_img
Homeຍ້ອງຍໍຄົນດີເດັ່ນເສດຖີອິນເດຍໃຈບຸນສະຫຼອງງານແຕ່ງດອງລູກສາວດ້ວຍການສ້າງເຮືອນໃຫ້ຄົນທຸກຍາກ 108 ຫຼັງ

ເສດຖີອິນເດຍໃຈບຸນສະຫຼອງງານແຕ່ງດອງລູກສາວດ້ວຍການສ້າງເຮືອນໃຫ້ຄົນທຸກຍາກ 108 ຫຼັງ

Published on

ເສດຖີອິນເດຍບໍ່ໄດ້ຈັດງານສະຫຼອງວັນວິວາໃຫ້ລູກສາວຢ່າງຍິ່ງໃຫຍ່ຫລຸຫຼາ ແຕ່ໄດ້ນຳເງິນມາສ້າງເຮືອນພັກອາໃສໃຫ້ແກ່ຜູ້ຍາກໄຮ້ ຂາດບ່ອນຢູ່ອາໃສ ຝ່າຍລູກສາວເຜີຍສິ່ງທີ່ພໍ່ເຮັດ ມັນຄືຂອງຂັວນແຕ່ງງານທີ່ມີຄຸນຄ່າທີ່ສຸດສຳລັບນາງ

ເລື່ອງລາວການເຮັດຄວາມດີຂອງທ່ານ ອາເຈຍ ໃນຄັ້ງນີ້ ຖືກເປີດເຜີຍໂດຍເວັບໄຊ໌ ອັອດດິຊິຕີ້ເຊັນທຣັລ ເມື່ອວັນທີ 16 ທັນວາ 2016 ໃນເບື້ອງຕົ້ນ ອາເຈຍກໍ່ວາງແຜນໄວ້ວ່າຈະຈັດງານແຕ່ງຂອງລູກສາວຢ່າງຍິ່ງໃຫຍ່ສົມກຽດ ດ້ວຍງົບປະມານຫຼາຍກວ່າ 7-8 ລ້ານລູປີ ຫຼື ປະມານ 1,000 ລ້ານກີບ ແຕ່ຫຼັງທີ່ທ່ານ ອາເຈຍໄດ້ສົນທະນາກັບນັກການເມືອງທ້ອງຖິ່ນ ເຂົາກໍ່ຮັບຮູ້ວ່າຍັງມີຜູ້ຄົນຈຳນວນຫຼາຍຍາກຈົນໄຮ້ທີ່ຢູ່ອາໃສ ແລະ ຕ້ອງການຄວາມຊ່ວຍເຫຼືອ

a2_21

ເມື່ອທ່ານ ອາເຈຍ ໄດ້ຮັບຮູ້ເລື່ອງລາວນີ້ ລາວຈິ່ງປ່ຽນແຜນ ລາວໄດ້ໄປປຶກສາກັບສະຫາຍຄົນສະໜິດຂອງຄອບຄົວ ເພື່ອຫາລືເຖິງວິທີການຊ່ວຍເຫຼືອຜູ້ຄົນຍາກໄຮ້ໃຫ້ມີຊີວິດທີ່ດີຂຶ້ນ ຫຼັງຈາກປຶກສາກັນແລ້ວ ທ່ານ ອາເຈຍ ກໍ່ພົບວ່າການພັດທະນາຊຸມຊົນໃນເມືອງຄືວິທີທີ່ດີທີ່ສຸດ ເຂົາຈິ່ງຕັດສິນໃຈສ້າງເຮືອນທັງໝົດ 108 ຫຼັງ ໃນພື້ນທີ່ດິນ 5 ໄຮ່ ເພື່ອໃຫ້ຊາວບ້ານຜູ້ຍາກໄຮ້ໄດ້ອາໃສ
a3_16

ວ່າທີ່ລູກເຂີຍຂອງ ອາເຈຍ ແມ່ນໜຶ່ງໃນຄົນສຳຄັນໃນການສ້າງໃນຄັ້ງນີ້ ເມື່ອວັນແຕ່ງງານມາຮອດ ການສ້າງເຮືອນທັງໝົດແມ່ນມີຄວາມຄືບໜ້າໄປຫຼາຍ ເຖິງແມ່ນວ່າຈະຍັງບໍ່ແລ້ວສົມບູນ 100% ແຕ່ກໍ່ມີເຮືອນທີ່ສ້າງສຳເລັດແລ້ວ 90 ຫຼັງຄາເຮືອນ

ເຮືອນທີ່ສ້າງມີລັກສະນະເປັນຄືຫ້ອງແຖວ ແຕ່ລະຫ້ອງມີຂະໜາດບໍ່ໃຫຍ່ຫຼາຍ ແຕ່ກໍ່ມີໄຟຟ້າ, ນ້ຳປາປາພ້ອມ ສຳລັບຄົນທີ່ມີສິດເຂົ້າມາຢູ່ເຮືອນຫຼັງນີ້ຕ້ອງແມ່ນຄົນທີ່ທຸກຍາກ ແລະ ບໍ່ມີບ່ອນຢູ່ອາໃສແທ້ໆເທົ່ານັ້ນ ແລະ ຄົນທີ່ມາຢູ່ຕ້ອງບໍ່ມີບັນຫາ ຫຼື ຄະດີຕິດຕົວເຊັ່ນ: ຕິດການພະນັນ, ຕິດຢາເສບຕິດ ແລະ ອື່ນໆ

ຂ່າວຈາກ: http://hilight.kapook.com/view/146693
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...