spot_img
Homeຂ່າວຕ່າງປະເທດກອງທັບຈີນ ສົ່ງກຳປັ່ນບັນທຸກເຮືອບິນ ຫລຽວໜິງ ອອກຊ້ອມຮົບດ້ວຍລູກປືນແທ້ ຄັ້ງທຳອິດ (ເບິ່ງຄລິບ)

ກອງທັບຈີນ ສົ່ງກຳປັ່ນບັນທຸກເຮືອບິນ ຫລຽວໜິງ ອອກຊ້ອມຮົບດ້ວຍລູກປືນແທ້ ຄັ້ງທຳອິດ (ເບິ່ງຄລິບ)

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 16 ທັນວານີ້ວ່າ ກອງທັບເຮືອຈີນ ໄດ້ສົ່ງກຳປັ່ນບັນທຸກເຮືອບິນ ຫລຽວໜິງ ຊຶ່ງເປັນກຳປັ່ນບັນທຸກເຮືອບິນລຳທຳອິດຂອງກອງທັບ ພ້ອມດ້ວຍກອງກຳປັ່ນສູ້ຮົບລວມ 10 ລຳ ແລະ ເຮືອບິນສູ້ຮົບອີກ 10 ລຳ ອອກປະຕິບັດການຊ້ອມຮົບ ຍິງຂີປະນາວຸດນຳວິຖີ ທັງຈາກອາກາດສູ່ອາກາດ, ອາກາດສູ່ທະເລ ແລະ ທະເລສູ່ອາກາດ ດ້ວຍລູກປືນແທ້ ເປັນຄັ້ງທຳອິດ ກາງທະເລປໍໄຫ່ ທາງພາກຕາເວັນອອກສຽງເໜືອຂອງປະເທດ ເມື່ອວັນທີ 15 ທັນວາຜ່ານມານີ້.

ທັງນີ້ ການຊ້ອມຮົບດັ່ງກ່າວ ກອງທັບເຮືອຂອງຈີນລະບຸວ່າ ເປັນການເຝິກຊ້ອມເພື່ອວັດຖຸປະສົງ ໃນການທົດສອບປະສິດທິພາບ ຂອງລະບົບອາວຸດ ແລະ ການເຝິກອົບຮົມຂອງກຳລັງພົນ ໂດຍຈັດຂຶ້ນຢູ່ກາງທະເລປໍໄຫ່ ຊຶ່ງເປັນນ່ານນ້ຳໃນອະທິປະໄຕຂອງຈີນຢ່າງສົມບູນ ບໍ່ໄດ້ມີປະເທດອື່ນໃດອ້າງກຳມະສິດທັບຊ້ອນ.

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...