spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມ3 ທ່ານອນຫຼຸດອາການເຈັບຫຼັງ

3 ທ່ານອນຫຼຸດອາການເຈັບຫຼັງ

Published on

ຄວາມເຄັ່ງຄຽດ, ນໍ້າໜັກຫຼາຍ, ການຍົກເຄື່ອງໜັກ, ການນັ່ງດົນໆ, ການເດີນທາງໄກ ລ້ວນເປັນປັດໄຈທີ່ກໍ່ໃຫ້ເກີດການເຈັບຫຼັງໄດ້, ຄະນະຜູ້ຊ່ຽວຊານຈາກໂຢຄະ ໄດ້ແນະນຳ 3 ທ່ານອນທີ່ຈະຊ່ວຍປ້ອງກັນ ແລະບັນເທົາອາການເຈັບຫຼັງໄດ້ດັ່ງນີ້

  1. ນອນສະແຄງຂ້າງກ່າຍໝອນ: ນອນສະແຄງຂ້າງທີ່ຖະໜັດ, ໝູນໝອນຫົວຕາມປົກກະຕິ, ໂງເຂົ່າທັງສອງເບື້ອງ ແລະໝູນໝອນໄວ້ລະຫວ່າງຂາທັງສອງເບື້ອງ ເພື່ອປ້ອງກັນບໍ່ໃຫ້ເຂົ່າທັງສອງເບື້ອງຖືກບ່ອນນອນ ບໍ່ດັ່ງນັ້ນ ກະດູກສັນຫຼັງຈະພິກ ເຊິ່ງເຮັດໃຫ້ເຈັບຫຼັງ ແລະສະໂພກໄດ້
  2. ນອນຫງາຍໝູນເຂົ່າ: ນອນຫງາຍໝູນໝອນຢູ່ຫົວ ປ່ອຍໂຕຕາມສະບາຍ ໂດຍປະໝອນໝູນອີກໜ່ວຍໄວ້ກ້ອງຫົວເຂົ່າທັງສອງ ເພື່ອຊ່ວຍຮັກສາຄວາມໂຄ້ງຂອງກະດູກສັນຫຼັງສ່ວນລຸ່ມ ເປັນທ່າທີ່ເໝາະກັບຜູ້ທີ່ເຈັບຫຼັງທີ່ບໍ່ຮຸນແຮງຫຼາຍ
  3. ນອນຂວໍ່າໝູນໜ້າທ້ອງ: ຫາກເຈົ້າບໍ່ສາມາດນອນທ່າອື່ນໆໄດ້ ແລະຈຳເປັນຕ້ອງນອນຂວໍ່າ ໃຫ້ນອນໝູນໝອນບໍລິເວນຊ່ວງຄໍ ແລະໜ້າເອິກສ່ວນເທິງ ໂດຍຫັນໜ້າໄປດ້ານໃດໜຶ່ງ ແລະເອົາໝອນໝູນອີກໜ່ວຍປະໄວ້ກ້ອງສະໂພກ ເພື່ອຜ່ອນຄາຍຄວາມເຄັ່ງຕຶງຂອງຫຼັງ ແລະຫາກຍັງຮູ້ສຶກເຈັບປວດຢູ່ ໃຫ້ເອົາໝອນໝູນຫົວອອກ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...