Homeສຸຂະພາບ ແລະ ສີ່ງແວດລ້ອມສະຕໍເບີລີ່ ຊ່ວຍຕ້ານມະເຮັງ ແລະຫຼຸດການອັກເສບໃນຮ່າງກາຍ

ສະຕໍເບີລີ່ ຊ່ວຍຕ້ານມະເຮັງ ແລະຫຼຸດການອັກເສບໃນຮ່າງກາຍ

Published on

ສະຕໍເບີລີ່ ເປັນໝາກໄມ້ທີ່ມີສີແດງ ແລະມີປະໂຫຍດຕໍ່ຮ່າງກາຍຫຼາຍຢ່າງ, ແຖມໃນຊ່ວງລະດູໜາວນີ້ ເປັນຊ່ວງທີ່ຊອກກິນສະຕໍເບີລີ່ໄດ້ງ່າຍ, ໃນສະຕໍເບີລີ່ມີສານທີ່ຊ່ວຍຕ້ານມະເຮັງ ແລະຫຼຸດຄວາມດັນເລືອດນຳອີກ

  1. ຊ່ວຍຕ້ານມະເຮັງ: ເພາະມີສານ ໄຟໂຕນິວທຽນ, ວິຕາມິນຊີ ແລະແຮ່ທາດຕ່າງໆ ທີ່ມີສ່ວຍຊ່ວຍຕ້ານມະເຮັງ ແລະມີສັບພະຄຸນບຳບັດພະຍາດ ໂດຍສະເພາະມະເຮັງເຕົ້ານົມ
  2. ຫຼຸດການອັກເສບໃນຮ່າງກາຍ: ໂດຍສະເພາະຂໍ້ອັກເສບ, ຂໍ້ເສື່ອມ ເພາະສະຕໍເບີລີ່ມີສານຕໍ່ຕ້ານອະນຸມູນອິດສະລະສູງ
  3. ແກ້ທ້ອງຜູກ: ເພາະໃນສະຕໍເບີລີ່ມີກົດໂຟລິກ ກົດທີ່ຊ່ວຍກະຕຸ້ນການຂັບຖ່າຍ ຈຶ່ງຊ່ວຍແກ້ບັນຫາທ້ອງຜູກໄດ້
  4. ບຳລຸງຜິວໃຫ້ອ່ອນກ່ອນໄວ: ເພາະມີວິຕາມິນຊີຫຼາຍ ທີ່ຊ່ວຍໃນການຫຼຸດຮອຍແຫ່ວ, ຄວາມແຫ້ງຂອງຜິວ ໃຫ້ກັບມາສົດຊື່ນ ແລະອ່ອນກ່ອນໄວ
  5. ບຳລຸງຕາ: ເພາະມີສານຕ້ານອະນຸມູນອິດສະລະ ແລະວິຕາມິນຊີທີ່ຊ່ວຍປ້ອງກັນສາຍຕາເສື່ອມ, ບຳລຸງເລນຕາ ແລະແກ້ວຕາໃຫ້ແຂງແຮງ
  6. ຊ່ວຍຫຼຸດນໍ້າໜັກ: ສະຕໍເບີລີ່ ມີສ່ວນຊ່ວຍເພີ່ມໂຮໂມນອະດິໂປເນັກຕິນ ແລະໂຮໂນເລບຕິນ ເຊິ່ງເປັນໂຮໂມນທີ່ຊ່ວຍເລັ່ງລະບົບເຜົາຜານ, ຈັດການກັບໄຂມັນສະສົມໃນຮ່າງກາຍ ແລະຫຼຸດນໍ້າໜັ້ກໄດ້
  7. ຫຼຸດຄວາມດັນເລືອດ: ສະຕໍເບີລີ່ ມີໂພແທສຊຽມ ແລະແມກນີຊຽມ ທີ່ສາມາດຊ່ວຍປ້ອງກັນຄວາມດັນເລືອດສູງ ແລະຊ່ວຍຫຼຸດດັນເລືອດສູງໄດ້
  8. ຫຼຸດຄໍເລດເຕີລໍ ດີຕໍ່ຫົວໃຈ: ເພາະມີຊູເປີໄຟເບີເພັກຕິນ ທີ່ມີຄຸນສົມບັດຊ່ວຍຫຼຸດຄໍເລດເຕີລໍໄດ້ ແລະຍັງມີວິຕາມິນຊີ ແລະໄຟເບີທີ່ຊ່ວຍຫຼຸດຈຳນວນຄໍເລດເຕີລໍ ທີ່ຕິດຕາມຜະໜັງຫຼອດເລືອດໄດ້
  9. ຊ່ວຍເພີ່ມລະບົບພູມຄຸ້ມກັນໃຫ້ຮ່າງກາຍ: ເພາະມີວິຕາມິນຊີຫຼາຍ ທີ່ຊ່ວຍເສີມສ້າງລະບົບພູມຄຸ້ມກັນໃນຮ່າງກາຍໄດ້
  10. ຊ່ວຍຄວບຄຸມຄວາມດັນເລືອດ ແລະຢັບຢັ້ງການອຸດຕັນຂອງເສັ້ນເລືອດ: ເພາະມີເສັ້ນໃຍອາຫານຫຼາຍ ແລະມີສ່ວນປະກອບຂອງນໍ້າຫຼາຍ ແລະຍັງມີສານທີ່ຊ່ວຍຄວບຄຸມຄວາມດັນເລືອດ ແລະການອຸດຕັນຂອງເສັ້ນເລືອດຫົວໃຈໄດ້

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...