Homeຂ່າວທ້ອງຖິ່ນປີ 2017 ແຂວງ​ຄໍາ​ມ່ວນ ຕັ້ງເປົ້າ​ປູກ​ພືດລະດູ​ແລ້ງ ກວ່າ 11.000 ​ເຮັກຕາ

ປີ 2017 ແຂວງ​ຄໍາ​ມ່ວນ ຕັ້ງເປົ້າ​ປູກ​ພືດລະດູ​ແລ້ງ ກວ່າ 11.000 ​ເຮັກຕາ

Published on

ທ່ານ ບຸນມີ ສີບຸນເຮືອງ ຫົວໜ້າຂະແໜງແຜນການ ແລະ ການຮ່ວມມື ທີ່ຂຶ້ນກັບ ພະແນກກະສິກໍາ ແລະ ປ່າໄມ້ ແຂວງຄໍາມ່ວນ ໄດ້ໃຫ້ສໍາພາດຕໍ່ຜູ້ສື່ຂ່າວທ້ອງຖິ່ນ ໃນວັນທີ 14 ທັນວາ 2016 ວ່າ ໃນປີ 2017 ນີ້ ທົ່ວແຂວງຄໍາມ່ວນ ມີເນື້ອທີ່ແຜນການປູກພືດລະດູແລ້ງ 11.090 ເຮັກຕາ ສະມັດຖະພາບສະເຫຼ່ຍໃຫ້ໄດ້ 6,35 ໂຕນຕໍ່ເຮັກຕາ ຜົນຜະລິດ 70.411 ໂຕນ ໃນນັ້ນເມືອງທ່າແຂກ ມີເນື້ອທີ່ແຜນການ 2.316 ເຮັກຕາ ຜົນຜະລິດໃຫ້ໄດ້ 15.391 ໂຕນ ເມືອງມະຫາໄຊ ມີເນື້ອທີ່ແຜນການ 759 ເຮັກຕາ ຜົນຜະລິດໃຫ້ໄດ້ 4.803 ໂຕນ ເມືອງໜອງບົກ ມີເນື້ອທີ່ແຜນການ 1.883 ເຮັກຕາ ຜົນຜະລິດໃຫ້ໄດ້ 12.967 ໂຕນ ເມືອງຫີນບູນ ມີເນື້ອທີ່ແຜນການ 1.738 ເຮັກຕາ ຜົນຜະລິດໃຫ້ໄດ້ 11.504 ໂຕນ ເມືອງຍົມມະລາດ ມີເນື້ອທີ່ແຜນການ 783 ເຮັກຕາ ຜົນຜະລິດໃຫ້ໄດ້ 4.126 ໂຕນ ເມືອງບົວລະພາ ມີເນື້ອທີ່ແຜນການ 754 ເຮັກຕາ ຜົນຜະລິດໃຫ້ໄດ້ 4.337 ໂຕນ ເມືອງນາກາຍ ມີເນື້ອທີ່ແຜນການ 707 ເຮັກຕາ ຜົນຜະລິດໃຫ້ໄດ້ 3.768 ໂຕນ ເມືອງເຊບັ້ງໄຟ ມີເນື້ອທີ່ແຜນການ 777 ເຮັກຕາ ຜົນຜະລິດໃຫ້ໄດ້ 4.799 ໂຕນ ເມືອງໄຊບົວທອງ ມີເນື້ອທີ່ແຜນການ 731 ເຮັກຕາ ຜົນຜະລິດໃຫ້ໄດ້ 4.718 ໂຕນ ເມືອງຄູນຄໍາ ມີເນື້ອທີ່ແຜນການ 642 ເຮັກຕາ ຜົນຜະລິດໃຫ້ໄດ້ 3.996 ໂຕນ.

ສໍາລັບພືດທີ່ຊາວກະສິກອນປູກເຊັ່ນ ສາລີຫວານ, ຢາສູບ, ຖົ່ວດິນ, ເຜືອກ, ມັນ, ມັນເພົາ, ກ້ວຍ, ໝາກຫຸ່ງ, ໝາກນັດ, ໝາກເຜັດ, ໝາກເຂືອ ແລະ ພືດຜັກຕ່າງໆ,  ສ່ວນວ່າເມືອງທີ່ມີເນື້ອທີ່ປູກຫຼາຍກວ່າໝູ່ ແມ່ນບັນດາເມືອງທີ່ຢູ່ລຽບຕາມແຄມແມ່ນ້ຳຂອງເຊັ່ນ ເມືອງທ່າແຂກ, ເມືອງໜອງບົກ ແລະ ເມືອງຫີນບູນ.

 

ແຫລ່ງຂ່າວ:

ວຈທດ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...