spot_img
Homeຂ່າວການພັດທະນາກະຊວງ ປທສ ເປີດງານວາງສະແດງ ລາວໄອຊີທີ ເອັກໂປ 2016 ຄັ້ງທຳອິດໃນລາວ

ກະຊວງ ປທສ ເປີດງານວາງສະແດງ ລາວໄອຊີທີ ເອັກໂປ 2016 ຄັ້ງທຳອິດໃນລາວ

Published on

ຂປລ. ກະຊວງ​ໄປສະນີ ​ໂທລະ​ຄົມມະນາຄົມ ​ແລະ ການ​ສື່ສານ ​ໄດ້​ຈັດ​ງານ​ວາງສະ​ແດງ ລາວ​ໄອ​ຊີ​ທີ ​ເອັກ​ໂປ 2016 (Lao ICT Expo) ຄັ້ງ​ທຳ​ອິດ ຢູ່​ຫໍ​ປະຊຸມ​ແຫ່ງ​ຊາດ ນະຄອນຫລວງ​ວຽງ​ຈັນ, ​ໃນ​ວັນ​ລະຫວ່າງ​ວັນ​ທີ 15-18 ທັນວາ 2016 ​ໂດຍ​ພາຍ​ໃຕ້​ຄຳ​ຂວັນ “ຮ່ວມ​ກັນ​ສ້າງ​ເສດຖະກິດ​ສັງຄົມ​ດິຈິ​ຕອນທີ່​ປອດ​ໄພ ​ແລະ ​ເປັນ​ປະ​ໂຫຍ​ດ ​ເພື່ອ​ສ້າງ​ໃຫ້​ຂະ​ແໜງ​ການ​ໄອ​ຊີ​ທີ ​ເປັນ​ເຄື່ອງ​ມື​ທີ່​ສຳຄັນ ​ໃນ​ການ​ຂັບ​ເຄື່ອນຂະ​ແໜງ​ການ​ຕ່າງໆ ກໍ​ຄື​ການ​ພັດທະນາ​ເສດຖະກິດ-ສັງຄົມ ​ໃຫ້​ບັນລຸ​ຕາມ​ເປົ້າ​ໝາຍ ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ 5 ປີ ຄັ້ງ​ທີ VIII (2016-2020) ຂອງ​ລັດຖະບານ ສປປ ລາວ” ​ໂດຍ​ມີ​ທ່ານ ບຸນ​ທອງ ຈິດ​ມະນີ ຮອງ​ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ, ທ່ານ ທັນ​ສະ​ໄໝ ກົມມະ​ສິດ ລັດຖະມົນຕີ​ກະຊວງໄປສະນີ ​ໂທລະ​ຄົມມະນາຄົມ ​ແລະ ການ​ສື່ສານ, ບັນດາ​ລັດຖະມົນຕີ, ຮອງ​ລັດຖະມົນຕີ, ​ເຈົ້າ​ແຂວງ, ຮອງ​ເຈົ້າ​ແຂວງ ​ແລະ ຜູ້​ຕາງໜ້າ​ ຈາກອົງການ​ຈັດ​ຕັ້ງ​ພາກ​ລັດ ​ແລະ ​ເອກະ​ຊົນເຂົ້າ​ຮ່ວມ.

ການຈັດ​ງານ​ໃນ​ຄັ້ງ​ນີ້, ​ເປັນ​ຄັ້ງ​ທຳ​ອິດ​ຂອງ ສປປ ລາວ ​ເພື່ອ​ສົ່ງ​ເສີມ​ໃຫ້​ພາກ​ລັດ, ພາກ​ເອກະ​ຊົນ, ບັນດາ​ບໍລິສັດ ຫລື ນິຕິບຸກຄົນ ທີ່​ປະກອບ​ການ​ດ້ານ​ໄອ​ຊີທີ ​ແລະ ​ໂທລະ​ຄົມມະນາຄົມ ​ໄດ້​ມີ​ໂອ ກາດ​ສະ​ແດງ​ຜະລິດ​ຕະພັນ, ການ​ບໍລິການ ​ແລະ ນະ​ວັດຕະ​ກຳ​ ທາງ​ໄອ​ຊີ​ທີຂອງ​ໂລກ ​ແລະ ຂອງ​ຕົນ ພ້ອມ​ກັນ​ນັ້ນ, ກໍ​ເພື່ອ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ປະສົບ​ການ​​ໃນ​ການ​ພັດທະນາ​ ຂະ​ແໜງ​ການ​ໄອ​ຊີ​ທີ ທັງ​ເປັນ​ເວທີ​ໃຫ້​ຄວາມ​ຮູ້​ດ້ານ​ໄອ​ຊີ​ທີ ​ແກ່​ສັງຄົມ. ທັງ​ເປັນ​ເວທີ​ຖ່າຍ​ທອດ, ​ແລກປ່ຽນ​ຄວາມ​ຮູ້ ​ດ້ານ​ການພັດທະນາ, ນະ​ໂຍບາຍ​ຕ່າງໆ​ ກ່ຽວ​ກັບ​ໄອ​ຊີ​ທີ ​ໂດຍ​ມີ​ນັກ​ວິທະຍາກອນ ​ທີ່​ມີ​ຄວາມ​ຊຳນານ ​ແລະ ປະສົບ​ການ​ສູງທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ມາ​ບັນຍາຍ​ໃຫ້​ຄວາມ​ຮູ້​ຕະຫລອດ​ງານ. ງານ​ດັ່ງກ່າວ, ​ມີ​ບັນດາ​ໜ່ວຍ​ງານ​ຈາກ​ພາກ​ລັດ, ​ເອກະ​ຊົນ, ກຸ່ມ​ນັກທຸລະກິດ​ຂະໜາດ​ນ້ອຍ, ຂະໜາດ​ກາງ ​ແລະ ຫ້າງ​ຮ້ານບໍລິສັດ​ຕ່າງໆ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ເຂົ້າ​ຮ່ວມຫລາຍ​ກວ່າ 50 ຮ້ານ ​ໄດ້​ນຳ​ເອົາ​ຜະລິດ​ຕະພັນ ​ແລະ ສິນຄ້າ​ໄອ​ຊີ​ທີ​ຕ່າງໆ ​ເປັນ​ຕົ້ນ ​ເຄືອ​ຄ່າ​ຍ 4G, ​ເຄື​ອ​ຂ່າຍ​ອິນ​ເຕີ​ເນັດ​ຄວາມ​ໄວ​ສູງ, ຜະ ລິດ​ຕະພັນ​ມື​ຖື​ ສະມາດ​ໂຟນ, ​ແທບ​ເລັດ, ຄອມ​ພິວ​ເຕີ, ​ໂນ໊ດບຸກ, ​ໂປຣ​ແກ​ຣມ ​ແລະ ອື່ນໆ ມາ​ວາງສະ​ແດງ. ພ້ອມ​ນັ້ນ, ຍັງ​ໄດ້​ຈັດການ​ແຂ່ງຂັນ​ດ້ານ​ໄອ​ຊີ​ທີ ​ເປັນ​ຕົ້ນ ​ແຂ່ງຂັນ​ການ​ພັດທະນາ​ແຜນທຸລະ​ກິດ​ດ້ານ​ໄອ​ຊີ​ທີ, ການ​ພັດທະນາ​ເວ​ບ​ໄຊ, ການ​ບໍລິການ, ການ​ນຳ​ໃຊ້ ICT ຂອງ​ບັນດາ​ກະຊວງ, ສະ​ຖາ​ບັນ ​ແລະ ບໍລິສັດ​ຕ່າງໆ, ຄຽງ​ຄູ່​ກັນ​ນັ້ນ, ​ໃນ​ງານ​ຍັງ​ຈະ​ມີ​ການສະ​ແດງ​ສິລະ​ປະ​ວັນນະຄະດີ ​ເຊິ່ງ​ໄດ້​ເຊື້ອ​ເຊີນ​ເອົາ​ນັກ​ຮ້ອງ, ນັກສະ​ແດງທີ່​ມີ​ຊື່​ສຽງ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ມາ​ສ້າງ​ຄວາມ​ມ່ວນ​ຊື່ນ ​ໃຫ້​ໄດ້​ເບິ່ງ​ໄດ້​ຊົມຕະຫລອດ​ທັງ 5 ວັນ.

​ໂອກາດ​ດັ່ງກ່າວ, ທ່ານ ທັນ​ສະ​ໄໝ ກົມມະ​ສິດ ກ່າວ​ວ່າ: ກະຊວງ​ໄປສະນີ ​ໂທລະ​ຄົມມະນາ ຄົມ ​ແລະ ການ​ສື່ສານ ມີ​ພາລະ​ບົດບາດ ​ໃນ​ການ​ຄຸ້ມ​ຄອງ​ມະຫາ​ພາກ​ດ້ານ​ໄອ​ຊີ​ທີ, ​ໃນ​ໄລຍະ​ຜ່ານ​ມາ ກະຊວງ ​ໄດ້​ສຸມ​ໃສ່​ພັດທະນາ​ໂຄງ​ຮ່າງ​ ເຕັກນິກ​ທີ່​ທັນ​ສະ​ໄໝ ​ແລະ ມີ​ຫລັກ​ສະ​ນະ​ຍຸດ​ທະ​ສາດ ​ຂອງ​ຊາດ ​ເປັນ​ຕົ້ນ​ແມ່ນ ສູນ​ອິນ​ເຕີ​ເນັດ​ແຫ່ງ​ຊາດ, ສູນ​ຮັກສາ​ຄວາມ​ປອດ​ໄພທາງ​ໄຊ​ເບີ, ສາຍ​ສົ່ງ​ແຫ່ງ​ຊາດ, ດາວ​ທຽມ​ສື່​ສານດວງ​ທຳ​ອິດ ​ຂອງ ສປປ ລາວ ພ້ອມ​ດຽວ​ກັນ​ນັ້ນ, ກະຊວງ ປທສ ​ໄດ້​ສ້າງ ​ແລະ ປັບປຸງ​ກົດໝາຍ-ນິຕິ​ກຳ​ລຸ່ມ​ກົດໝາຍ ຫລາຍ​ສະບັບ​ເພື່ອ​ຄຸ້ມ​ຄອງ ​ແລະ ດັດສົມ​ມະຫາ​ພາກ ​ເຊັ່ນ: ກົດ ໝາຍ​ວ່າ​ດ້ວຍ​ໂທລະ​ຄົມມະນາຄົມ, ກົດໝາຍ​ວ່າ​ດ້ວຍ​ການ​ໄປສະນີ, ກົດໝາຍ​ວ່າ​ດ້ວຍ​ການ​ຕ້ານ ​ແລະ ສະກັດ​ກັ້ນ​ອາ​ຊະ​ຍາ​ກຳ​ ທາງ​ລະບົບ​ຄອມ​ພິວ​ເຕີ ​ແລະ ກົດໝາຍ​ວ່າ​ດ້ວຍ​ເຕັກ​ໂນ​ໂລ​ຊີ​ ການ​ສື່ສານ​ຂໍ້​ມູນ​ຂ່າວສານ ​ເຊິ່ງມີ​ການ​ສົ່ງ​ເສີມ​ໃຫ້​ຈຸ​ລະ​ພາກ ​ເຄື່ອນ​ໄຫວ​ທຸລະ​ກິດ​ ໃຫ້​ບໍລິການ​ດ້ານ​ໄອ​ຊີ​ທີ​ດ້ວຍ​ກົດໝາຍ ​ແລະ ໜ້າ​ທີ່​ໃນ​ການ​ຮັກສາ​ຜົນ​ປະ​ໂຫຍ​ດ​ ເຮັດ​ໃຫ້​ພື້ນ​ທີ່​ໃຫ້​ບໍລິການ​ຄວບ​ຄຸມ 90% ຂອງ​ທັງ​ໝົດ​ທົ່ວ​ປະ​ເທດ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...