spot_img
Homeຂ່າວຕ່າງປະເທດທຣັມ ເລືອກສາວນ້ອຍໄວ 16 ປີ ຮ້ອງເພງວັນຮັບຕໍາແໜ່ງ

ທຣັມ ເລືອກສາວນ້ອຍໄວ 16 ປີ ຮ້ອງເພງວັນຮັບຕໍາແໜ່ງ

Published on

ວ່າທີ່ປະທານາທິບໍດີສະຫະລັດ ປະກາດເລືອດສາວນ້ອຍຈາກເວທີກັອດທາເລັ້ນທ໌ ຂຶ້ນຮ້ອງເພງໃນວັນພິທີຮັບ-ມອບຕໍາແໜ່ງຂອງຕົນເອງເດືອນໜ້າ.

ອີງຕາມສໍານັກຂ່າວຕ່າງປະເທດລາຍງານວັນທີ 15 ທັນວານີ້ວ່າ: ໂດນັນ ທຣັມ ວ່າທີ່ປະທານາທິບໍດີສະຫະລັດ ເຜີຍຊື່ຜູ້ທີ່ຈະທໍາການສະແດງ ໃນພິທີຮັບຕໍາແໜ່ງຂອງຕົນເອງແລ້ວ ໂດຍວ່າທີ່ຜູ້ນໍາສະຫະລັດເລືອກ ແຈ໊ກກີ້ ອີວານໂຄ ສາວນ້ອຍ ນັກຮຽນຮ້ອງເພງຄຣາດສິກ ໄວ 16 ປີ ທີ່ມາຈາກການເວທີອະເມລິກັນ ກ໊ອດທາເລັ້ນທ໌.

ທັງນີ້ ຂໍ້ມູນດັ່ງກ່າວຖືກເປີດເຜີຍທະວິດເຕີຣ໌ຂອງ ໂດນັັນ ທຣັມ ໂດຍຜູ້ຊ່ວຍຂອງ ທຣັມ ເອງ ເມື່ອວັນທີ 14 ທັນວາຜ່ານມາ ໂດຍມີເຫດຜົນວ່າ ແຈ໊ກກີ້ ເປັນແຮງນັນດານໃຈຂອງຊາວອະເມລິກັນທຸກຄົນ ຂະນະທີ່ແຈ໊ກກີ້ ບອກກັບສື່ເອັນບີຊີວ່າ ຕື່ນເຕັ້ນ ແລະເປັນເລື່ອງສຸດຍອດ ແະລຮູ້ສຶກເປັນກຽດຫຼາຍ ທີ່ໄດ້ເຮັດໜ້າທີ່ນີ້ ແນວໃດກໍຕາມ ຈາກປະຫວັດເກົ່າ ສາວນ້ອຍແຈ໊ກກີ້ ເຄີຍຮ້ອງເພງສະແດງທີ່ນະຄອນວໍຊິງຕັນ ດີຊີ ເມື່ອປີ 2010 ຕໍ່ໜ້າ ບາລັກ ໂອບາມາ ປະທານາທິບໍດີສະຫະລັດມາແລ້ວ.

ນອກຈາກນີ້ ຍັງມີລຸ້ນວ່າ ຄານຢ່າ ເວສຕ໌ ນັກຮ້ອງຊື່ດັງອາດຈະໄດ້ຂຶ້ນເວທີສະແດງ ໃນພິທີຮັບ-ມອບຕໍາແໜ່ງຂອງ ທຣັມ ໃນວັນທີ 20 ມັງກອນ 2017 ທີ່ຈະມາເຖິງນີ້.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...