Homeຂ່າວເຫດການຄະນະຜູ້ແທນລາວ ສໍາເລັດການເຂົ້າຮ່ວມ ກອງປະຊຸມເວທີປະຊາທິປະໄຕບາຫລີ ຄັ້ງທີ 9

ຄະນະຜູ້ແທນລາວ ສໍາເລັດການເຂົ້າຮ່ວມ ກອງປະຊຸມເວທີປະຊາທິປະໄຕບາຫລີ ຄັ້ງທີ 9

Published on

ຂປລ. ທ່ານ ພົງສະຫວັດ ບຸບຜາ, ອະດີດລັດຖະມົນຕີ ແລະ ຫົວໜ້າຫ້ອງວ່າການ ສໍານັກງານປະທານປະເທດ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມປະຊຸມເວທີປະຊາທິປະໄຕບາຫລິ ຄັ້ງທີ 9 “Bali Democracy Forum (BDF)”ພາຍໃຕ້ຫົວຂໍ້ “ສາສະໜາ, ປະຊາທິປະໄຕ ແລະ ຄວາມຫລາກຫລາຍ”, ເຊິ່ງໄດ້ຈັດຂຶ້ນລະຫວ່າງ ວັນທີ 8-9 ທັນວາ 2016, ທີ່ບາຫລີ, ສາທາລະນະອິນໂດເນເຊຍ. ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ ມີຄະນະຜູ້ແທນທີ່ມາຈາກ 96 ປະເທດ, ໃນນັ້ນລວມມີ ບັນດາປະເທດໃນພາກພື້ນອາຊີປາຊີຟິກ ຕະຫລອດຮອດເອີຣົບ, ອາເມລິກາ ແລະ ອາຟຣິກາ.

ຫົວໜ້າຄະນະຜູ້ແທນລາວ ໄດ້ເປັນກຽດຂຶ້ນກ່າວບົດຄໍາເຫັນ ໃນພາກອະຟິປາຍທົ່ວໄປ. ທ່ານໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມເສົ້າສະຫລົດໃຈຢ່າງຈິງ ແລະ ເຫັນອົກເຫັນໃຈ ຕໍ່ລັດຖະບານອິນໂດເນເຊຍ ແລະ ຜູ້ຖືກເຄາະຮ້າຍ ຈາກເຫດການແຜ່ນດິນໄຫວຢູ່ແຂວງອາເຈ (Aceh) ເຊິ່ງສ້າງຄວາມເສຍຫາຍຕໍ່ຊັບສິນ ແລະ ຊີວິດ ຂອງປະຊາຊົນອິນໂດເນເຊຍ ທີ່ດໍາລົງຊີວິດຢູ່ແຂວງດັ່ງກ່າວ.

ຫົວໜ້າຄະນະຜູ້ແທນລາວ ໄດ້ໃຫ້ທັດສະນະວ່າ: ສາສະໜາ, ປະຊາທິປະໄຕ ແລະ ຄວາມຫລາກຫລາຍ ແມ່ນຄ່ານິຍົມທີ່ມີລັກສະນະສາກົນ ບົນພື້ນແຫ່ງຄວາມສະໝັກໃຈ ທີ່ສະແດງອອກຕາມຄວາມມຸ່ງຫວັງຂອງປະຊາຊົນ ໃນການກໍານົດສາສະໜາ, ລະບົບການເມືອງ, ເສດຖະກິດ, ສັງຄົມ ແລະ ວັດທະນະທໍາຂອງຕົນເອງ ແລະ ການມີສ່ວນຮ່ວມຢ່າງເຕັມທີ່ໃນທຸກດ້ານ ຂອງການເຄື່ອນໄຫວ ດໍາລົງຊີວິດຂອງຕົນ. ນອກນັ້ນ, ຫົວໜ້າຄະນະຜູ້ແທນລາວ ໄດ້ຢືນຢັນວ່າ ປະຊາທິປະໄຕທີ່ແທ້ຈິງຄວນເບິ່ງວ່າປະຊາຊົນ ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ເມື່ອປະເທດໃດປະເທດໜຶ່ງ ຮັກສາຄ່ານິຍົມທີ່ວ່າລັດຖະບານຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ, ນັ້ນໝາຍເຖິງລະບົບປະຊາທິປະໄຕທີ່ແທ້ຈິງ ໂດຍບໍ່ຂຶ້ນກັບວ່າ ຈະເປັນລະບົບການເມືອງ, ລະບົບພັກ ຫລື ລະບົບການເລືອກຕັ້ງທີ່ປະເທດນັ້ນຮັບຮອງເອົາ.

ທ່ານຍັງໄດ້ຍົກໃຫ້ເຫັນຕື່ມວ່າ: ລາວມີປະສົບການໃນການເຄື່ອນໄຫວເຕົ້າໂຮມສາສະໜາ, ເຊິ່ງສະແດງອອກຜ່ານແນວລາວຮັກຊາດ, ປັດຈຸບັນ ​ເອີ້ນວ່າ ແນວລາວສ້າງຊາດ ມີພາລະບົດບາດສໍາຄັນ ໃນການເຕົ້າໂຮມປະຊາຊົນລາວບັນດາເຜົ່າທຸກສາສະໜາ ແລະ ຊັ້ນຄົນໃນທົ່ວປະເທດ ເຂົ້າຮ່ວມການເຄື່ອນໄຫວຕໍ່ສູ້ກັບພວກລ່າເມືອງຂຶ້ນ, ເພື່ອຍາດແຍ່ງເອົາເອກະລາດແຫ່ງຊາດ ແລະ ອິດສະລະພາບຂັ້ນພື້ນຖານ. ການເຕົ້າໂຮມຄວາມສາມັກຄີຂອງປະຊາຊົນໃນທຸກສາສະໜາ,  ລວມທັງຜູ້ທີ່ບໍ່ຖືສາສະໜາ ສາມາດນໍາເອົາໄຊຊະນະ ມາສູ່ກໍາມືຂອງປະຊາຊົນ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງສໍາເລັດ ໃນວັນທີ 2 ທັນວາ 1975.  ມາຮອດປັດຈຸບັນ, ຄວາມຫລາກຫລາຍຂອງປະຊາຊົນບັນດາເຜົ່າ ໄດ້ຍັງຄົງໄດ້ຮັບການປົກປັກຮັກສາ ແລະ ຄວາມເຊື່ອຂອງປະຊາຊົນໃນສາສະໜາ ຕະຫລອດຮອດການເຄື່ອນໄຫວຊີວິດປະຈໍາວັນຂອງເຂົາເຈົ້າ ໄດ້ຮັບການປົກປ້ອງຈາກລັດຖະທໍາມະນູນ ແລະ  ກົດໝາຍຢູ່ ສປປ ລາວ.

ກອງປະຊຸມ ເວທີປະຊາທິປະໄຕບາຫລີ ໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ 2008 ໂດຍທ່ານ H. SusiloBambangYudhoyono, ອະດີດປະທານປະເທດຂອງ ສາທາລະນະລັດອິນໂດເນເຊຍ, ເຊິ່ງມີຈຸດປະສົງ ເພື່ອສົ່ງເສີມການພັດທະນາປະຊາທິປະໄຕໃນພາກພື້ນ. ການສົນທະນາປຶກສາຫາລື ໃນກອງປະຊຸມເວທີປະຊາທິປະໄຕບາຫລີ ແມ່ນບົນພື້ນຖານການເປີດກວ້າງ, ການອະຟິປາຍແບບສ້າງສັນ, ແລະ ການແລກປ່ຽນປະສົບການຈາກແຕ່ລະປະເທດ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...