spot_img
Homeຂ່າວຕ່າງປະເທດທຣັມ ປະກາດເລືອກ ເຣັກ ທິນເລີສັນ ເປັນ ລມຕ. ຕ່າງປະເທດ ທ່າມກາງສຽງວິຈານ ສະໜິດແໜ້ນກັບປູຕິນ

ທຣັມ ປະກາດເລືອກ ເຣັກ ທິນເລີສັນ ເປັນ ລມຕ. ຕ່າງປະເທດ ທ່າມກາງສຽງວິຈານ ສະໜິດແໜ້ນກັບປູຕິນ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 13 ທັນວາຜ່ານມານີ້ວ່າ ທ່ານ ໂດນັນ ທຣັມ ວ່າທີ່ປະທານາທິບໍດີ ແຫ່ງ ສະຫະລັດອາເມຣິກາ ໄດ້ປະກາດຢ່າງເປັນທາງການວ່າ ທ່ານໄດ້ເລືອກເອົາ ທ່ານ ເຣັກ ທິນເລີສັນ (Rex Tillerson) ປະທານເຈົ້າໜ້າທີ່ບໍລິຫານ ຫລື ຊີອີໂອ ຂອງບໍລິສັດນ້ຳມັນລາຍໃຫຍ່ ເອັກຊອນ-ໂມບິວ ເພື່ອສະເໜີຊື່ແຕ່ງຕັ້ງ ເປັນລັດຖະມົນຕີການຕ່າງປະເທດ ພາຍໃນລັດຖະບານຂອງທ່ານເອງ ໂດຍທ່ານໄດ້ຍົກໃຫ້ເຫັນວ່າ ຜູ້ນຳໃນພາກທຸລະກິດທ່ານນີ້ ເປັນນັກເຈລະຈາເຮັດຂໍ້ຕົກລົງລະຫວ່າງປະເທດ ທີ່ປະສົບຜົນສຳເລັດ ແລະ ມີປະສົບການ ໃນການເຮັດວຽກໃນຂອບເຂດທົ່ວໂລກ.

ແນວໃດກໍຕາມ, ທ່ານ ທິນເລີສັນ ຊຶ່ງຖືໄດ້ວ່າເປັນບຸກຄົນທີ່ມີຄວາມສະໜິດສະໜົມກັບ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສະຫະພັນຣັດເຊຍ ອັນໄດ້ເຮັດໃຫ້ການນຳສະເໜີຊື່ເພື່ອແຕ່ງຕັ້ງຄັ້ງນີ້ ຂອງທ່ານ ໂດນັນ ທຣັມ ໄດ້ຮັບການວິພາກວິຈານຢ່າງຮຸນແຮງ ໃນຂະນະທີ່ທ່ານເອງ ກໍໄດ້ຮັບການວິຈານວ່າ ມີຄວາມໃກ້ຊິດກັບ ປູຕິນ ແລະ ໄດ້ຮັບການຊ່ວຍເຫລືອຈາກ ປູຕິນ ໃນການເອົາຊະນະໃນບັ້ນເລືອກຕັ້ງ ຜູ້ນຳສະຫະລັດອາເມຣິກາຄັ້ງນີິ້.

ພາບຖ່າຍ ວັນທີ 21 ມິຖຸນາ 2013 ທ່ານ ວະລາດີເມຍ ປູຕິນ (ຊ້າຍ) ໃນພິທີປະດັບຫລຽນໄຊ ໃຫ້ແກ່ ທ່ານ ເຣັກ ທິນເລີສັນ ທີ່ນະຄອນເຊັນປີເຕີສະເບີກ ປະເທດຣັດເຊຍ.
ພາບຖ່າຍ ວັນທີ 21 ມິຖຸນາ 2013 ທ່ານ ວະລາດີເມຍ ປູຕິນ (ຊ້າຍ) ໃນພິທີປະດັບຫລຽນໄຊ ໃຫ້ແກ່ ທ່ານ ເຣັກ ທິນເລີສັນ ທີ່ນະຄອນເຊັນປີເຕີສະເບີກ ປະເທດຣັດເຊຍ.

 

 

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...