spot_img
Homeຂ່າວທ້ອງຖິ່ນເມືອງຫົງສາ ປະຊາຊົນມີລາຍຮັບສະເລ່ຍ 12 ລ້ານກີບ

ເມືອງຫົງສາ ປະຊາຊົນມີລາຍຮັບສະເລ່ຍ 12 ລ້ານກີບ

Published on

12468466139517183985
(ພາບປະກອບ) ສວນໝາກໂມຂອງຄອບຄົວ ທ້າວຊຽງມາ ແລະ ນາງ ກອງມາ ປະຊາຊົນໃນບ້ານຈັດສັນໃໝ່ຂອງ ໂຄງການໄຟຟ້າຫົງສາ

 

ເມືອງ​ຫົງ​ສາ​ກ້າວ­ໜ້າ​ໄວ​ ດຽວ­ນີ້ລາຍ​ຮັບ​ສະ­ເລ່ຍ​ຕໍ່​ຄົນ​ໄດ້​ແລ້ວ 12 ລ້ານກີບ, ລະ­ບຸ​ສ່ວນ​ໃຫຍ່​ໄດ້​ຈາກ​ການ​ຜະລິດ

​ກະ­ສິ­ກຳ​ເປັນ​ສິນຄ້າ ແລະ ພວມ​ສຸມໃສ່​ຫຼາຍ​ຂະ­ແໜງ­ການ​ ໃຫ້​ປະ­ຊາ­ຊົນ​ມີລາຍ​ຮັບ​ເພີ່ມ​ເທົ່າ​ຕົວ​ໃນ​ປີ 2019.

ທ່ານ ເພັດ​ພິ­ໄຊ ສູນ​ວິ­ໄລ ເຈົ້າເມືອງໆ​ຫົງ​ສາ ແຂວງ​ໄຊ​ຍະ​ບູ​ລີ ໃຫ້ການ​ສຳ­ພາດ​ຕໍ່​ນັກ​ຂ່າວ​ເມືອງ​ໃນ​ຕົ້ນອາ­ທິດ​ນີ້​

ວ່າ: ການ​ພັດທະ­ນາ​ເສດ​ຖະກິດ Œ- ສັງ­ຄົມຢູ່​ພາຍ​ໃນ​ເມືອງ​ຫົງ​ສາ ມາ​ຮອດ​ປະ­ຈຸ​ບັນແມ່ນ​ມີ​ການ​ພັດ​ທະນາ​ຂຶ້ນ​ຢ່າງ

​ຕໍ່​ເນື່ອງ​ຫຼັງ​ຈາກ​ປີ 2009 ເປັນຕົ້ນ​ມາ ລວມ​ຍອດ​ລາຍ​ຮັບ​ທົ່ວເມືອງ​ບັນ­ລຸ​ໄດ້ 354 ຕື້​ກວ່າ​ກີບ ສະ­ເລ່ຍໃສ່​ຫົວ​ຄົນ

​ໜຶ່ງ​ໄດ້ 12 ລ້ານ​ກວ່າ​ກີບ ຫຼື ເທົ່າ​ກັບ 1.600 ໂດ​ລາ​ຕໍ່​ຄົນ​ຕໍ່​ປີ, ທຽບໃສ່​ແຜນ­ການ 5 ປີ ປະ­ຕິ­ບັດ​ລື່ນ​ຄາດໝາຍ

100 ກວ່າ​ໂດ​ລາ​ຕໍ່​ຄົນ​ຕໍ່​ປີ ຊຶ່ງລາຍ​ຮັບ​ສ່ວນ​ຫຼາຍ​ໄດ້​ຈາກ​ການ​ຜະ­ລິດ​ກະ­ສິ­ກຳ 38% ອຸດ­ສາ­ຫະ­ກຳ 27%, ການ​ບໍ­ລິ

­ການ 35% .

ປະ­ຈຸ​ບັນ​ເມືອງ​ຫົງ​ສາແມ່ນ​ເລັ່ງ​ໃສ່ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ ມີ​ທັງໝົດ 43 ໂຄງ­ການ​ມູນ​ຄ່າ​ທັງ​ໝົດ 114 ຕື້

​ກວ່າ​ກີບ ໃນ​ນີ້ລົງ­ທຶນ​ຂອງ​ລັດ 17 ໂຄງ­ການ​ມູນ​ຄ່າ 73 ຕື້​ກວ່າ​ກີບ, ທຶນ​ກູ້ຢືມ ແລະ ຊ່ວຍ­ເຫຼືອ​ຫຼ້າ 18 ໂຄງ­ການມູນ​

ຄ່າ 37 ຕື້​ກວ່າ​ກີບ ແລະ ການ​ລົງ­ທຶນຂອງ​ເອ­ກະ​ຊົນ 8 ໂຄງ­ການ ມູນ​ຄ່າ 4 ຕື້​ກວ່າ​ກີບ.

ມາ​ຮອດ​ປະ­ຈຸ​ບັນ​ໄດ້​ຈັດ​ຕັ້ງ​ປະ­ຕິ­ບັດສຳ­ເລັດ​ແລ້ວ 26 ໂຄງ­ການ​ມູນ​ຄ່າ 28 ຕື້​ກວ່າ​ກີບ ແລະ ໃນ​ແຜນ­ການ​ຕໍ່­ໜ້າ​

ຈະ​ສູ້​ຊົນ​ເຮັດໃຫ້​ເສດ­ຖະ­ກິດ​ຂະ­ຫຍາຍ­ຕົວ​ໃນ​ຈັ່ງ​ຫວະບໍ່​ໃຫ້​ລຸດ 12% ຕໍ່​ປີ, ຮອດ​ປີ 2019 ລວມຍອດ​ລາຍ​ຮັບ​ຈະ​ໃຫ້​

ບັນ­ລຸ 756 ຕື້​ກວ່າກີບສະ­ເລ່ຍ​ໃສ່​ຫົວ​ຄົນ​ໜຶ່ງ​ໄດ້ 24 ລ້ານກວ່າ​ກີບ ຫຼື ເທົ່າ​ກັບ 3.000 ໂດ​ລາ​ຕໍ່ຄົນ​ຕໍ່​ປີ.

ແຫຼ່ງຂ່າວ: http://www.sedthakid.la/home/khao/19737.html

ບົດຄວາມຫຼ້າສຸດ

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...