Homeສຸຂະພາບ ແລະ ສີ່ງແວດລ້ອມ6 ວິທີກິນອາຫານເຊົ້າ ໃຫ້ສຸຂະພາບດີ

6 ວິທີກິນອາຫານເຊົ້າ ໃຫ້ສຸຂະພາບດີ

Published on

ການກິນອາຫານເຊົ້າ ມີປະໂຫຍດຕໍ່ຮ່າງກາຍຫຼາຍທີ່ສຸດ ເພາະອາຫານເຊົ້າປຽບເໝືອນກັບພະລັງປະຈຳມື້ທີ່ບໍ່ຄວນເບິ່ງຂ້າມ ຈະເຮັດໃຫ້ເຮົາໄດ້ມີພະລັງເຮັດວຽກໃນມື້ນັ້ນໄດ້ເຕັມທີ່ ແລະສຸດຄວາມສາມາດ, ແຕ່ຕ້ອງມີວິທີກິນ ເພື່ອເຮັດໃຫ້ຮ່າງກາຍສຸຂະພາບດີຂຶ້ນ

  1. ກິນອາຫານທີ່ຍ່ອຍງ່າຍ: ຝຶກຕົນເອງກິນອາຫານເຊົ້າທີ່ຍ່ອຍງ່າຍ ແຕ່ມີຄຸນຄ່າທາງອາຫານຫຼາຍ ແລະບໍ່ຄວນກິນຫຼາຍຈົນເກີນໄປ
  2. ກິນໂປຣຕີນ: ເພາະເປັນສານອາຫານສຳຄັນສຳລັບຕອນເຊົ້າ, ເຮັດໃຫ້ຮ່າງກາຍຮູ້ສຶກອິ່ມດົນ ແລະ ຍັງກະຕຸ້ນໃຫ້ຮ່າງກາຍ ແລະຈິດໃຈເຮັດວຽກໄດ້ເຕັມທີ່ໝົດມື້
  3. ປ່ຽນອາຫານຕອນເຊົ້າ ເປັນອາຫານວ່າງທີ່ກິນໄດ້ຕະຫຼອດ: ສຳລັບການຝຶກກິນອາຫານໃນຕອນເຊົ້າ ໃຫ້ຕິດເປັນນິໄສນັ້ນ ບໍ່ຈຳເປັນຕ້ອງກິນອາຫານຫຼາຍໆຢ່າງໃຫ້ໝົດພາຍໃນເທື່ອດຽວ ແຕ່ສາມາດໃຊ້ເວລາກັບອາຫານມື້ນັ້ນ ດ້ວຍການເລືອກອາຫານແຕ່ລະຢ່າງ ຫຼືເວັ້ນຊ່ວງການກິນ ໂດຍສະເພາະອາຫານຄາວ ແລະອາຫານຫວານເປັນຕົ້ນ
  4. ຕື່ນກ່ອນປົກກະຕິ 15 ນາທີ: ຖ້າປົກກະຕິເຈົ້າຕື່ນ 6:30 ໂມງ ແຕ່ເຈົ້າຄວນຕື່ນກ່ອນນັ້ນ 15 ນາທີ ເພາະຈະຊ່ວຍກະຕຸ້ນລະບົບຕ່າງໆ ພາຍໃນຮ່າງກາຍໃຫ້ຄ່ອຍໆຕື່ນຕົວຈາກການນອນຫຼັບ ແລະພ້ອມທີ່ຈະເຮັດວຽກໃນມື້ນັ້ນ, ອີກຢ່າງເຮົາກໍຈະມີເວລາ ແຕ່ງອາຫານເຊົ້າໄດ້ຕາມໃຈເຮົາມັກນຳອີກ
  5. ເມນູໃດກໍເປັນອາຫານເຊົ້າໄດ້ຕະຫຼອດ: ບໍ່ໄດ້ມີກົດບອກວ່າ ອາຫານຊະນິດໃດເປັນ ອາຫານຕອນເຊົ້າ ເພາະຈະເນັ້ນຄຸນຄ່າຂອງສານອາຫານທີ່ບໍລິໂພກເປັນຫຼັກ, ດັ່ງນັ້ນ ອາຫານໃນຕອນເຊົ້າປະເພດໃດກໍຕາມ ລ້ວນແລ້ວແຕ່ເປັນເມນູອາຫານເຊົ້າໄດ້

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...