spot_img
Homeຂ່າວທ້ອງຖິ່ນປະກາດສ້າງຕັ້ງຫ້ອງການການກວດກາ ແລະ ຄວມຄຸມ ຢາເສບຕິດ ຂື້ນກັບກົມໃຫຍ່ 503

ປະກາດສ້າງຕັ້ງຫ້ອງການການກວດກາ ແລະ ຄວມຄຸມ ຢາເສບຕິດ ຂື້ນກັບກົມໃຫຍ່ 503

Published on

ກົມໃຫຍ່ຕຳຫຼວດ ( ກົມໃຫຍ່503 ) ກະຊວງ ປກສ ໄດ້ຈັດພິທີປະກາດສ້າງຕັ້ງຫ້ອງການກວດກາ ແລະ ຄວບຄຸມ ຢາເສບຕິດ ທີ່ຂຶ້ນກັບກົມໃຫຍ່ 503 ພ້ອມທັງແຕ່ງຕັ້ງຄະນະຫ້ອງການຈຳນວນ 5 ທ່ານເພື່ອຊີ້ນຳ-ບັນຊາວຽກງານວິຊາສະ ເພາະໃຫ້ຖືກຕ້ອງຕາມພາລະບົດບາດ, ໜ້າທີ່, ຂອບເຂດສິດຂອງການຈັດຕັ້ງ ແລະ ສາມາດຕອບສະໜອງກັບຄວາມ ຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່; ໂດຍມີ ພົຈວ ປອ ທອງເຫຼັກມັງໜໍ່ເມກ ຫົວໜ້າກົມໃຫຍ່ຕຳຫຼວດ, ພ້ອມດ້ວຍຄະນະ ບັນຊາກົມໃຫຍ່ ແລະ ພະນັກງານ ຫຼັກແຫຼ່ງອ້ອມຂ້າງເຂົ້າຮ່ວມ, ໃນວັນທີ 9 ທັນວາ ຜ່ານມານີ້.

ໃນພິທີ, ພັທ ສົມພອນ ແກ້ວພູທອນ ຮອງຫົວໜ້າກົມຈັດຕັ້ງພະນັກງານກົມໃຫຍ່ການເມືອງ ປກສ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງ ປກສ ສະບັບເລກທີ 1899/ປກສ, ລົງວັນທີ 14 ພະຈິກ 2016 ວ່າດ້ວຍການສ້າງຕັ້ງຫ້ອງ ການກວດກາ ແລະ ຄວບ ຄຸມຢາເສບຕິດທີ່ຂຶ້ນກັບ ກົມໃຫຍ່ຕຳຫຼວດ ເຊິ່ງປະກອບມີ 5 ພະແນກຂຶ້ນກັບ ແລະ ໃນປັດຈຸ ບັນທົ່ວກົມໃຫຍ່503 ມີ 16ກົມກອງທີ່ຂຶ້ນກັບ; ພ້ອມທັງແຕ່ງຕັ້ງຄະນະຫ້ອງການ 5 ທ່ານຄື: ພັອ ອ່ອນຜິວ ໂຄ້ງວຽງທອງ ເປັນຫົວໜ້າ, ພັທພຸດສະຫວາດ ສູນທະລາ, ພັທ ວົງໄຊ ພັນທະວົງ, ພັທ ວົງເພັດ ແສນວົງສາ ແລະ ພັຕ ວັດທະນາ ສຸວັນນະຈັກ ເປັນຮອງໂດຍມອບໃຫ້ກົມໃຫຍ່ 503 ສົມທົບ ພາກສ່ວນກ່ຽວຂ້ອງກຳນົດພາລະບົດບາດ, ໜ້າທີ່ຂອງຫ້ອງ ການ, ພະແນກໃຫ້ສອດຄ່ອງກັບສະພາບຕົວຈິງ.

ໂອກາດນີ້, ຍັງໄດ້ປະກາດໂຍກຍ້າຍແຕ່ງຕັ້ງ ພັອ ຄຳແກ້ວ ມະໂນລາ ຈາກຫົວໜ້າກົມຕຳຫຼວດສືບສວນ-ສອບ ສວນເປັນຫົວໜ້າກົມຕຳຫຼວດເສດຖະກິດ, ພັອ ຄຳຜອງ ວິຈິດ ຈາກຮອງຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ ເປັນຫົວໜ້າກົມຕຳຫຼວດສືບສວນ-ສອບສວນ, ພັອ ຄຳແພງ ໄຊຍະລາດ ຈາກຮອງຫົວໜ້າກອງບັນຊາການ ປກສ ນະຄອນ ຫຼວງເປັນຫົວໜ້າກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ; ສ່ວນຮອງທີ່ມີຢູ່ແລ້ວແມ່ນຮັກສາໄວ້ຄືເກົ່າ.

ພຈວ ປອ ທອງເຫຼັກ ມັງໜໍ່ເມກ ມີທິດຊີ້ນຳໃຫ້ບັນດາທ່ານທີ່ໄດ້ຮັບການແຕ່ງຕັ້ງໜ້າທີ່ໃໝ່ ຈົ່ງເພີ່ມຄວາມເອົາໃຈ ໃສ່ຊີ້ນຳ-ນຳພາວຽກງານວິຊາສະເພາະຕາມພາລະບົດບາດຂອງກົມກອງທີ່ຕົນຮັບຜິດຊອບໃຫ້ມີຜົນສຳເລັດສູງຂຶ້ນ ແນໃສ່ ໃຫ້ບັນຫາອາດຊະຍາກຳທີ່ເກີດຂຶ້ນຫຼຸດໜ້ອຍຖອຍລົງຮັບປະກັນໃຫ້ທົ່ວສັງຄົມມີຄວາມສະຫງົບ-ປອດໄພ.

ຂ່າວຈາກ: ປກສ

ພາບຂໍ້ມູນຈາກ : Pathedlao Lao

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...