Homeຂ່າວເຫດການຮອງນາຍົກ ຕ້ອນຮັບຄະນະຜູ້ແທນແຂວງຫູໜານ

ຮອງນາຍົກ ຕ້ອນຮັບຄະນະຜູ້ແທນແຂວງຫູໜານ

Published on

ໃນຕອນເຊົ້າ ຂອງວັນທີ 13 ທັນວາ 2016ຜ່ານມາ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ນາງ ຫວງຫຼານ ສຽງ ຄະນະປະຈຳ ພັກແຂວງ, ປະທານມິດຕະພາບຈີນຕ່າງດ້າວແຂວງ, ທັງເປັນປະທານແນວໂຮມມິດຕະພາບ ແຂວງຫູໜານ, ສປ ຈີນ ພ້ອມຄະນະ.

13-12-2016-08

ໃນໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ການເດີນທາງມາເຄື່ອນໄຫວຢ້ຽມຢາມ ສປປ ລາວໃນຄັ້ງນີ້, ເຊິ່ງເປັນການປະກອບ ສ່ວນເສີມສ້າງ ສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສປ ຈີນ ແລະ ສປປ ລາວ ກໍ່ຄື ແຂວງຫູໜານ ແລະ ນະຄອນຫຼວງວຽງຈັນ ໃຫ້ນັບມື້ມີຄວາມແໜ້ນແຟ້ນ ແລະ ເຕີບໃຫຍ່ຂະຫຍາຍ ຕົວຍິ່ງໆຂຶ້ນ. ທັງເປັນການແລກປ່ຽນຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ໃນດ້ານຕ່າງໆ ເພື່ອເປັນພື້ນຖານອັນດີໃຫ້ແກ່ການໄປມາຫາສູ່ກັນ, ການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະ ການພົວພັນແລກປ່ຽນສິນຄ້າ, ການທ່ອງທ່ຽວ, ການລົງທຶນ, ການຈັດຂະບວນການຮ່ວມກັນ ລວມທັງ ດ້ານວັດທະນະທຳ-ສັງຄົມ ແລະ ອື່ນໆ.

ໃນໂອກາດດຽວກັນ, ທ່ານ ນາງ ຫວງຫຼານ ສຽງ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນ ຂອງທ່ານຮອງນາຍົກລັດຖະມົນຕີ ພ້ອມຄະນະ ພ້ອມທັງ ລາຍງານຈຸດປະສົງ ຂອງການເດີນທາງມາເຄື່ອນໄຫວຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ໃຫ້ທ່ານຮອງນາຍົກລັດຖະມົນຕີໄດ້ຮັບຊາບ ແລະ ໄດ້ກ່າວເຊື້ອເຊີນທ່ານຮອງນາຍົກລັດຖະມົນຕີ ໄປຢ້ຽມ ຢາມແຂວງ ຫູໜານ ໃນເວລາທີ່ເໝາະສົມຕື່ມອີກ.

ແຫລ່ງຂ່າວ: ກົມປະຊາສຳພັນ ຫສນຍ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...