Homeຂ່າວຕ່າງປະເທດສາຍການບິນປາກີສະຖານ ປະກາດເຊົາໃຊ້ເຮືອບິນອາເຕແອຍົກຝູງ ຫລັງເກີດອຸບັດເຫດຕຳເນີນພູ

ສາຍການບິນປາກີສະຖານ ປະກາດເຊົາໃຊ້ເຮືອບິນອາເຕແອຍົກຝູງ ຫລັງເກີດອຸບັດເຫດຕຳເນີນພູ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 12 ທັນວາຜ່ານມານີ້ວ່າ ສາຍການບິນ ປາກີສະຖານ ອິນເຕີເນຊັນແນວ ແອລາຍ ຊຶ່ງເປັນສາຍການບິນແຫ່ງຊາດ ໄດ້ປະກາດຢຸດໃຊ້ງານເຮືອບິນອາເຕແອ ລຸ້ນ ATR 42-500 ທັງໝົດ 10 ລຳ ຍົກຝູງ ເປັນການຊົ່ວຄາວ ພາຍຫລັງທີ່ເຮືອບິນລຸ້ນດັ່ງກ່າວ ຖ້ຽວບິນ 661 ຂອງສາຍການບິນນີ້ ໄດ້ເກີດອຸບັດເຫດຕຳເຂົ້າກັບເນີນພູ ທາງພາກເໜືອຂອງປະເທດ ໃນວັນພຸດທີ 7 ທັນວາຜ່ານມານີ້ ສົ່ງຜົນເຮັດໃຫ້ມີຜູ້ໂດຍສານ ແລະ ລູກເຮືອເສຍຊີວິດຍົກລຳ 47 ຄົນ ເນື່ອງຈາກເຄື່ອງຈັກຂັດຂ້ອງ.

ຫລ້າສຸດ ໃນວັນອາທິດທີ່ຜ່ານມາ (11 ທັນວາ) ເຮືອບິນລຸ້ນດັ່ງກ່າວອີກລຳໜຶ່ງ ຂອງສາຍການບິນແຫ່ງຊາດປາກີສະຖານ ໄດ້ເກີດການຂັດຂ້ອງທາງດ້ານເຕັກນິກ ກ່ອນການລົງຈອດທີ່ເມືອງມຸນຕັນ, ເຮັດໃຫ້ສາຍການບິນດັ່ງກ່າວ ຈຳເປັນໄດ້ປະກາດຢຸດເຊົານຳໃຊ້ ຝູງບິນອາເຕແອ ທັງ 10 ລຳ ຊົ່ວຄາວ ເພື່ອກວດເຊັກສະພາບຢ່າງລະອຽດ.

TOPSHOT-PAKISTAN-AVIATION-ACCIDENT

 

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...