Homeຂ່າວການພັດທະນາງານສະເຫຼີມສະຫຼອງຄົບຮອບ 5 ປີ ຂອງບໍລິສັດ ຮ້ອຍແປດພັນເກົ້າກຣຸບ ຈໍາກັດ

ງານສະເຫຼີມສະຫຼອງຄົບຮອບ 5 ປີ ຂອງບໍລິສັດ ຮ້ອຍແປດພັນເກົ້າກຣຸບ ຈໍາກັດ

Published on

ໃນວັນທີ 12 ທັນວາ 2016ຜ່ານມານີ້ ທາງບໍລິສັດ ຮ້ອຍແປດພັນເກົ້າກຣຸບ ຈໍາກັດ ໄດ້ຈັດງານສະເຫຼີມສະຫຼອງຄົບຮອດ 5 ປີ ຢູ່ທີ່ໂຮງແຮມເມີກຽວ Mercure ໂດຍການເປັນປະທານຂອງທ່ານ ແກ້ວວີສຸກ ດາລາສານ ຜູ້ກໍ່ຕັ້ງ ແລະຜູ້ອໍານວຍການຂອງບໍລິສັດຮ້ອຍແປດພັນເກົ້າກຣຸບ ຈໍາກັດ, ມີແຂກຮ້ອຍກວ່າທ່ານ ທັງພາຍໃນ ແລະຕ່າງປະເທດ, ຈາກພາກລັດ ແລະເອກະຊົນ ທັງຜູ້ປະກອບການ ແລະອົງການຈັດຕັ້ງສາກົນກໍໃຫ້ກຽດເຂົ້າຮ່ວມ.

ທ່ານ ແກ້ວວີສຸກ ດາລາສານ ໄດ້ບອກໃຫ້ຮູ້ວ່າ: ບໍລິສັດໄດ້ເລີ່ມສ້າງຕັ້ງເວັບໄຊທຊອກວຽກ 108 JOB.LA ແລະວາລະສານ 108 ອາຊີບ ໃນທ້າຍປີ 2011 ຈົນກາຍມາເປັນເວັບໄຊທຊອກວຽກອັນດັບໜຶ່ງຂອງປະເທດລາວ ພ້ອມກັບວາລະສານ 108 ກໍເປັນວາລະສານດຽວກ່ຽວກັບການຊອກວຽກໃນປະເທດລາວ ໂດຍການຈໍາໜ່າຍໃນລາຄາ 5000 ກີບຕໍ່ສະບັບ ແລະຕໍ່ມາໃນປີ 2014 ວາລະສານກໍໄດ້ຢຸດເຊົາຈໍາໜ່າຍ ແລະຫັນມາເປັນວາລະສານແຈກຟຣີລາຍອາທິດ.

ບົນພື້ນຖານວິໄສທັດສະໜອງສື່ຊອກວຽກທີ່ຮັບໃຊ້ສັງຄົມ ແລະວາລະສານແຈກຢາຍຟຣີທີ່ຮອງຮັບວິຖີຊີວິດທີ່ປ່ຽນໄປຕະຫຼອດໄລຍະ 5 ປີຜ່ານມາ ທາງບໍລິສັດຍັງໄດ້ພັດທະນາການໃໝ່ເພື່ອເພີ່ມຊ່ອງທາງການຊອກວຽກໃຫ້ເພີ່ມຂຶ້ນ, ງ່າຍຂຶ້ນ ແລະເຂົ້າເຖິງທຸກກຸ່ມຄົນ ເປັນຕົ້ນແມ່ນເວັບໄຊທ JOBJIBJIB.LA ເວັບໄຊທຊອກວຽກທີ່ມີຫຼາກຫຼາຍ, ບໍ່ຫຍຸ້ງຍາກ ແລະນໍາໃຊ້ໄດ້ງ່າຍ ດ້ວຍເມນູພາສາລາວ ສໍາຫຼັບຜູ້ທີ່ຕ້ອງການເຮັດວຽກເສີມ, ວຽກໄລຍະສັ້ນ ກໍໄດ້ຮັບການພັດທະນາຂຶ້ນ. ສ່ວນວ່າ Spoon.la ແມ່ນພ້ອມກັບແອັບເທິງມືຖື ແລະເວັບໄຊທ ທີ່ສ້າງຄວາມສະດວກສະບາຍໃນການເລືອກຮ້ານອາຫານ ແລະເປັນຊ່ອງທາງປະຊາສໍາພັນຂອງຮ້ານອາຫານ.

ທ່ານຍັງກ່າວຕື່ມວ່າ ໃນໂອກາດຄົບຮອດ 5 ປີຂອງບໍລິສັດ ຮ້ອຍແປດພັນເກົ້າກຣຸບ ຈໍາກັດ ທາງບໍລິສັດພ້ອມປ່ຽນແປງ ແລະປັບປຸງໂສມໜ້າໃໝ່ຂອງເວັບໄຊທ 108JOB.LA ມາເປັນ 108.JOBS (ເປີດໃຊ້ທົ່ວໄປຕົ້ນເດືອນ ກຸມພາ 2017 ນີ້) 108.JOBS ຈະມາພ້ອມກັບແອັບທັງລະບົບ Android ແລະios ນອກຈາກເຮັດໃຫ້ໂດເມນສັ້ນລົງແລ້ວ 108.JOBS ຍັງຕອກຢໍ້າຄວາມສໍາເລັດຂອງບໍລິສັດ ປັກເປົ້າໝາຍເຂົ້າສູ່ທຸລະກິດວຽກເຮັດງານທໍາທຸກຮູບແບບ ທັງໃນ ສປປ ລາວ ແລະຕະຫຼາດອາຊຽນໃຫ້ພ້ອມຮັບມືກັບຍຸກເອອີຊີ  (AEC).

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...