Homeຂ່າວທ້ອງຖິ່ນສາລະວັນ ເກັບລາຍຮັບສ່ວຍສາອາກອນ ບໍ່ບັນລຸຕາມແຜນການ

ສາລະວັນ ເກັບລາຍຮັບສ່ວຍສາອາກອນ ບໍ່ບັນລຸຕາມແຜນການ

Published on

ການຈັດເກັບລາຍຮັບສ່ວຍສາອາກອນຂອງແຂວງສາລະວັນ ປະຈໍາສົກປີ 2015-2016 ບໍ່ບັນລຸຕາມແຜນການ ເນື່ອງມາຈາກວ່າການຈັດເກັບຍັງໃຊ້ຖານຂໍ້ມູນເກົ່າ, ຖານຂໍ້ມູນບໍ່ລະອຽດ-ຊັດເຈນ, ເຮັດໃຫ້ການຈັດຕັ້ງປະຕິບັດການຈັດເກັບລາຍຮັບສ່ວຍສາອາກອນ ໄດ້ພຽງ 80 ກວ່າເປີເຊັນຂອງແຜນການດັດແກ້.

ທ່ານ ພອນປະເສີດ ລາຊາໂພ ຫົວໜ້າພະແນກສ່ວນສາອາກອນແຂວງ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໃນຕົ້ນເດືອນທັນວາວ່າ: ການຈັດຕັ້ງປະຕິບັດຄຸ້ມຄອງຈັດເກັບລາຍຮັບຂອງສ່ວຍສາອາກອນ ໃນສົກປີ 2015-2016 ດ້ານລາຍຮັບແຜນດັດແກ້ 92 ຕື້ກີບ ປະກອບມີລາຍຮັບອາກອນ 71.92 ຕື້ກີບ, ລາຍຮັບຄ່າທໍານຽມ 2 ຕື້ກີບ, ລາຍຮັບວິຊາການ 11.28 ຕື້ກີບ, ລາຍຮັບພາສີທີ່ດິນ 6.80 ຕື້ກີບ; ການຈັດຕັ້ງປະຕິບັດຕົວຈິງໃນສົກປີນີ້ສາມາດປະຕິບັດໄດ້ ພຽງ 78,05 ຕື້ກີບເທົ່າກັບ 84,84% ຂອງແຜນດັດແກ້, ທຽບໃສ່ໄລຍະດຽວກັນຂອງແຜນການປີຜ່ານມາເທົ່າກັບ 85,92% ໃນນັ້ນລາຍຮັບອາກອນ 58,54 ຕື້ກີບທຽບໃສ່ແຜນການປີເທົ່າກັບ 81,40%, ລາຍຮັບຄ່າທໍານຽມ 2,99 ຕື້ນກີບທຽບໃສ່ແຜນການປີເທົ່າກັບ 149%, ລາຍຮັບບໍລິການວິຊາການ 11,42 ຕື້ກີບທຽບໃສ່ແຜນການປີເທົ່າກັບ 101.30%, ລາຍຮັບພາສີທີ່ດິນ 5,09 ຕື້ກີບທຽບໃສ່ແຜນການປີເທົ່າກັບ 74,87%
ເຖິງວ່າການຈັດຕັ້ງປະຕິບັດການຈັດເກັບລາຍຂອງສ່ວຍສາອາກອນຂັ້ນແຂວງບໍ່ບັນລຸຕາມແຜນການ ແຕ່ກໍ່ມີ 3 ເມືອງປະຕິບັດໄດ້ລື່ນແຜນການຄື: ເມືອງເລົ່າງາມ ເກັບລາຍໄດ້ລື່ນແຜນ 8,20%, ເມືອງຕະໂອ້ຍ ເກັບລາຍໄດ້ລື່ນແຜນ 16,73%, ເມືອງສະໝ້ວຍ ເກັບລາຍໄດ້ລື່ນແຜນ 2,87% .

ຂ່າວ:​ ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...