Homeສຸຂະພາບ ແລະ ສີ່ງແວດລ້ອມ10 ສັນຍານເຕືອນ ພະຍາດສະໝອງເສື່ອມ

10 ສັນຍານເຕືອນ ພະຍາດສະໝອງເສື່ອມ

Published on

ຄົນທີ່ມີອາການຫຼົງລືມ, ມັກຖາມຄຳຖາມຊໍ້າໆ ແລະຈົດຈຳສິ່ງຕ່າງໆບໍ່ໄດ້ດີ ເຖິງແມ່ນວ່າເຫດການນັ້ນຈະຜ່ານໄປໄດ້ບໍ່ດົນ, ອາການເຫຼົ່ານີ້ອາດເປັນ ສັນຍານເຕືອນຂອງພະຍາດສະໝອງເສື່ອມໄດ້, ມື້ນີ້ ແອັດມິນຈະມາບອກ 10 ສັນຍານເຕືອນ ກ່ຽວກັບພະຍາດສະໝອງເສື່ອມ ແບບເບື້ອງຕົ້ນມາໃຫ້ທຸກຄົນໄດ້ຮູ້ນຳກັນ

  1. ມັກລືມສິ່ງທີ່ລົບກວນໃນຊີວິດປະຈຳວັນເຊັ່ນ: ລືມໃນສິ່ງທີ່ຫາກໍ່ເຮັດ, ລືມມື້ ຫຼືເຫດການສຳຄັນ, ມັກຖາມຄືນຕະຫຼອດ ຕ້ອງອາໄສການຈົດຊ່ວຍຈຳຕະຫຼອດ
  2. ບໍ່ມີຄວາມສາມາດໃນການວາງແຜນ ຫຼືແກ້ໄຂບັນຫາໃນຊີວິດປະຈຳວັນເຊັ່ນ: ບໍ່ສາມາດເຮັດສິ່ງຕ່າງໆ ເປັນຂັ້ນຕອນໄດ້ຖືກຕ້ອງ
  3. ຮູ້ສຶກລຳບາກ ໃນການເຮັດວຽກທີ່ເຄີຍເຮັດທຸກມື້, ບໍ່ວ່າຈະຢູ່ເຮືອນ, ຢູ່ບ່ອນເຮັດວຽກ ຫຼືເວລາພັກຜ່ອນເຊັ່ນ: ຈື່ກະຕິກາກິລາທີ່ຫຼິ້ນຕະຫຼອດບໍ່ໄດ້
  4. ຮູ້ສຶກສັບສົນກັບເວລາ ຫຼືສະຖານທີ່ເຊັ່ນ: ບໍ່ຮູ້ວັນທີ, ບໍ່ຮູ້ເວລາ, ລືມສະຖານທີ່ໆຕົນເອງເຄີຍຢູ່
  5. ຮູ້ສຶກລຳບາກທີ່ຈະເຂົ້າໃຈໃນພາບທີ່ເຫັນ ແລະຄວາມສຳພັນລະຫວ່າງພາບທີ່ເຫັນ ກັບໂຕທ່ານເອງເຊັ່ນ: ອ່ານໜັງສືລຳບາກ, ບອກສີີຕ່າງໆຍາກຂຶ້ນ
  6. ຮູ້ສຶກມີບັນຫາໃນການຄົ້ນຫາ ຫຼືມີບັນຫາໃນການໃຊ້ຄຳທີ່ເໝາະສົມໃນການເວົ້າ ຫຼືຂຽນເຊັ່ນ: ມັກຈະຢຸດໃນລະຫວ່າງລົມກັນ ຫຼືບໍ່ຮູ້ວ່າຈະເວົ້າຫຍັງຕໍ່ໄປ
  7. ລືມເຄື່ອງໄວ້ໃນບ່ອນທີ່ບໍ່ຄວນປະໄວ້ ແລະບໍ່ສາມາດຄິດໄດ້ວ່າລືມໄວ້ບ່ອນໃດເຊັ່ນ: ປະເກີບໄວ້ໃນຕູ້ເຢັນ
  8. ຄວາມສາມາດໃນການຕັດສິນໃຈຫຼຸດລົງເຊັ່ນ: ບໍ່ອາບນໍ້າ, ບໍ່ແຕ່ງຕົວ ເມື່ອຈະໄປວຽກສຳຄັນ
  9. ມີການແຍກໂຕອອກຈາກວຽກທີ່ເຮັດ ແລະກິດຈະກຳທີ່ມັກເຊັ່ນ: ປົກກະຕິມັກຈະໄປອອກກຳລັງກາຍທຸກອາທິດ ແຕ່ມາວັນໜຶ່ງກໍບໍ່ໄປ ໂດຍບໍ່ຮູ້ສາເຫດ
  10. ຮູ້ສຶກວ່າອາລົມ ແລະບຸກຄະລິກກະພາບປ່ຽນແປງເຊັ່ນ: ສັບສົນ, ກັງວົນໃຈ, ມີຄວາມຢ້ານ

ຖ້າຫາກເຈົ້າມີ ສັນຍານເຕືອນຂໍ້ໃດໜຶ່ງ ຄວນປຶກສາແພດຜູ້ຊ່ຽວຊານ, ການກວດພະຍາດອັນໄຊເມີຕັ້ງແຕ່ທຳອິດ ທີ່ມີສັນຍານເຕືອນຈະນຳໄປສູ່ການຮັກສາທີ່ໄດ້ຜົນດີທີ່ສຸດ ແລະສາມາດວາງແຜນໃນອະນາຄົດໃຫ້ຕົວເຈົ້າເອງໄດ້, ເຊິ່ງສັນຍານເຕືອນທັງ 10 ຂໍ້ນີ້ ເປັນຂໍ້ມູນທີ່ເຈົ້າຄວນພິຈາລະນາທຳອິດເທົ່ານັ້ນ
ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...