spot_img
Homeນານາສາລະສູດລັບຄວາມງາມງ່າຍໆ ດ້ວຍໝາກນາວ

ສູດລັບຄວາມງາມງ່າຍໆ ດ້ວຍໝາກນາວ

Published on

ໝາກນາວມີປະໂຫຍດຫຼາຍຢ່າງທີ່ໃຊ້ປຸງແຕ່ງອາຫານແລ້ວ, ໝາກນາວຍັງຊ່ວຍເລື່ອງຄວາມງາມໄດ້ອີກ ເຮັດໃຫ້ຜິວຂາວສົດໃສ ແລະກຳຈັດສິວໄດ້ ດ້ວຍວິທີງ່າຍໆດັ່ງນີ້

  1. ເຮັດໃຫ້ຜິວຊຸ່ມຊື່ນ: ດ້ວຍການປະສົມນໍ້າໝາກນາວ 2-3 ຢອດ ກັບນໍ້າໝາກພ້າເທົ່າກັນ, ໝາກພ້າວຈະນຊ່ວຍໃຫ້ຜິວບໍ່ແຫ້ງ, ສ່ວນໜາກນາວຈະຊ່ວຍໃຫ້ຜິວຂາວສົດຊື່ນ
  2. ກຳຈັດສິວສ້ຽນ ແລະສິວຫົວດຳ: ໝາກນາວມີສານທີ່ກຳຈັດແບັກທີເລຍ ທີ່ສາມາດຮັກສາສິວໄດ້ເຊັ່ນ: ສິວສ້ຽນ, ສິວຫົວດຳ, ຮອຍດຳຈາກສິວ ພຽງແຕ່ຜ່າໝາກນາວເປັນປ່ຽງ ຄັ້ນເອົານໍ້າສົດທາບ່ອນທີ່ມີບັນຫາຈາກສິວ, ປະໄວ້ປະມານ 15 ນາທີແລ້ວລ້າງອອກ ເຮັດແບບນີ້ຕະຫຼອດ ຫົວສິວຈະຄ່ອຍໆຫຼຸດອອກມາ ແລະດີຈາກການເປັນສິວ
  3. ຫຼຸດບັນຫາສອກ ແລະຫົວເຂົ່າດຳ: ດ້ວຍການປາດໝາກນາວ ແລ້ວເອົາມາຂັດຫົວເຂົ່າ ແລະສອກຕະຫຼອດ ຈະຊ່ວຍໃຫ້ຂາວຂຶ້ນໄດ້ແນ່ນອນ
  4. ເຮັດໃຫ້ຜິວຂາວຂຶ້ນ: ເພາະໝາກນາວມີວິຕາມິນຊີ ແລະກົດຊີຕິກຫຼາຍທີ່ສຸດໃນບັນດາໝາກໄມ້ທຸກປະເພດ, ສາມາດຊ່ວຍເຮັດໃຫ້ຜິວຂາວກະຈ່າງໃສ, ຊ່ວຍໃຫ້ການຟື້ນຟູ ແລະຜະລິດຄໍລາເຈນໃຫ້ຜິວ ນັ້ນໝາຍຄວາມວ່າ ສາມາດຊ່ວຍໃຫ້ຈຸດດ່າງດຳຈາງລົງ ແລະຫຼຸດບັນຫາສີຜິວທີ່ບໍ່ສະໝໍ່າສະເໝີໄດ້ ດ້ວຍການໃຊ້ນໍ້າໝາກນາວເທິງຜິວທຸກຄັ້ງທີ່ອາບ
  5. ຊ່ວຍຫຼຸດຄວາມມັນເທິງໃບໜ້າ ແລະເຮັດໃຫ້ຮູຂຸມຂົນນ້ອຍ: ສຳລັບສາວໆທີ່ຜິວມັນ ມີບັນຫາໜ້າມັນ, ລອງໃຊ້ນໍ້າໝາກນາວ, ນໍ້າເຜິ້ງ ພອກໜ້າໄວ້ປະມານ 20 ນາທີແລ້ວລ້າງອອກ ເຮັດແບບນີ້ອາທິດລະ 2-3 ​ຄັ້ງ ຮູຂຸມຂົນຈະນ້ອຍລົງ ແລະໜ້າບໍ່ມັນອີກຕໍ່ໄປ
  6. ເອົາມາຂັດປາກ: ດ້ວຍການເອົານໍ້າໝາກນາວທາປາກກ່ອນນອນ ແລະລ້າງອອກໃນຕອນເຊົ້າ ຈະຊ່ວຍເຮັດໃຫ້ເຊວຜິວທີ່ຕາຍແລ້ວ ແລະຜິວທີ່ແຫ້ງຫຼຸດອອກມາ
  7. ຊ່ວຍໃຫ້ເລັບແຂງ: ດ້ວຍການເອົາໝາກນາວມາຂັດເລັດຕະຫຼອດ ຈະຊ່ວຍໃຫ້ເລັບແຂງແຮງ, ບໍ່ຫັກງ່າຍ ແລະຊ່ວຍບັນຫາເລັບເຫຼືອງໄດ້

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...