spot_img
Homeຄົມຄິດຄົມຄົນເມື່ອເງິນເດືອນຄູຖືກຝາກໄວ້ທະນາຄານ

ເມື່ອເງິນເດືອນຄູຖືກຝາກໄວ້ທະນາຄານ

Published on

ເປັນເລື່ອງທີ່ເສົ້າໃຈຫລາຍເມື່ອມີລາຍງານຈາກໜັງສືພິມປະເທດລາວໃນວັນທີ 1 ພະຈິກ 2016 ຜ່ານມາວ່າ ມີປາກົດການ ພະນັກງານລັດຈຳນວນຫນຶ່ງສວຍໃຊ້ໜ້າທີ່ຕຳແໜ່ງຕົນ ນຳເອົາເງິນເດືອນຄູໄປຝາກໄວ້ທະນາຄານເພື່ອກິນດອກເບ້ຍ, ຄິດມາແລ້ວໜ້າເຫັນໃຈຜູ້ທີ່ໄດ້ຊື່ວ່າ: ເປັນແມ່ພິມຂອງຊາດແທ້ໆນໍ.

ໃນວາລະກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດຊຸດທີVIII ກຳລັງດຳເນີນໄປດ້ວຍບັນຍາກາດອັນເຂັ້ມຂຸ້ນ, ປຶກສາຫາລື ແລະ ສ່ອງແສງເຖິງຫລາຍບັນຫາທີ່ສຳຄັນຂອງຊາດນັ້ນ, ກໍມີເລື່ອງ

ເງິນເດືອນພະນັກງານຂອງລັດໂດຍສະເພາະເງິນເດືອນຄູເຊິ່ງບັນຫານີ້ກໍໄດ້ຖົກຖຽງ, ປຶກສາຫາລືໃນລະດັບຊາດມາຫລາຍປີສົມຄວນແລ້ວແຕ່ມາຮອດປີນີ້ກໍພັດມີຫຼັກຖານອັນໃໝ່ອ່ຽມຕໍ່ສັງຄົມເຮົາກໍຄືມີບາງກຸ່ມຄົນຂອງພະນັກງານເຮົາໄດ້ສວຍໃຊ້ໜ້າທີ່ຕົນເອງກອບໂກຍເອົາຊັບສິນຂອງລັດກໍຄືຂອງຊາດຢ່າງໜ້າຕາເສີຍໂດຍນຳເອົາເງິນທີ່ລັດຖະບານຖືເປັນບ້ວງເບີກຈ່າຍເງິນເດືອນແກ່ຄູອາຈານນັ້ນໄປຝາກທະນາຄານເພື່ອກິນດອກເບ້ຍເລີຍແກ່ຍາວເວລາຕໍ່ຄູອາຈານທີ່ຈະໄດ້ຮັບເງິນເດືອນຂອງຕົນ.

ເມື່ອເປັນແບບນັ້ນເປັນຫຍັງພວກເຮົາຄືໃຫ້ບຸລິມະສິດແກ່ຄູອາຈານຕໍ່າແທ້ ? ຖ້າຈະເວົ້າເຖິງຄວາມໝາຍຄວາມສຳຄັນຂອງຄູ-ອາຈານນັ້ນບໍ່ມີມື້ພັນລະນາໝົດດອກ, ນັບແຕ່ເປັນຜູ້ຈັບມືເດັກນ້ອຍເຮົາຮຽນຂຽນຮຽນອ່ານຈົນເຖິງຖ່າຍທອດຄວາມຮູ້ຄວາມຊຳນານທາງດ້ານວິຊາສະເພາະສາມາດປະກອບສ່ວນໃນການຂັບເຄື່ອນປະເທດນີ້ໃຫ້ດຳລົງຄົງຕົວຢູ່ໄດ້ກໍແມ່ນຄູ, ກໍແມ່ນຂະແໜງການສຶກສາເປັນຂອດສຳຄັນ, ຕາມແນວທາງຂອງພັກ-ລັດເຮົາກໍຍັງເວົ້າວ່າ : “ ໃຫ້ເອົາການສຶກສາໄປກ່ອນຂະແໜງການອື່ນກ້າວໜຶ່ງ ”, ແຕ່ມາມື້ນີ້ກຽດສັກສີຂອງຄູອາຈານພັດຖືກຢຽບຍໍ່າທຳລາຍຄືແນວນີ້ມັນແມ່ນສາກລະຄອນທີ່ເສົ້າໂສກໂສກາອາດຸນທີ່ສຸດແລ້ວ.

ພ້ອມນັ້ນ, ຜູ້ຂຽນກໍຄິດພໍ້ວ່າຕາມກົດຂອງຊາວມຸດສະລິມນັ້ນເຂົາເຈົ້າຈະຫ້າມທີ່ສຸດໃນການເອົາເງິນໄປຝາກຫລືໃຫ້ຜູ້ອື່ນຢືມແລ້ວກິນດອກເບ້ຍເພາະເຊື່ອວ່າເງິນແມ່ນຄວນໄດ້ຮັບການແບ່ງປັນເພື່ອສ້າງຄຸນງາມຄວາມດີແກ່ສັງຄົມ, ເຮົາຄົນລາວຊາວພຸດກໍເຊັ່ນດຽວກັນມີຄຳສອນຂອງສັມມາສັມພຸດທະເຈົ້າບໍ່ໃຫ້ບຽດບຽນຜູ້ອື່ນ, ຫ້າມທີ່ສຸດໃນການກະທຳເອົາຂອງເພິ່ນມາເປັນຂອງໂຕມັນຈະສົ່ງຜົນສະທ້ອນດ້ານລົບຕໍ່ສັງຄົມເຊັ່ນດຽວກັນນັ້ນເມື່ອເອົາເງິນເດືອນຄູໄປຝາກໄວ້ຢູ່ທະນາຄານກໍຈະເຮັດໃຫ້ຄູ-ອາຈານຕ້ອງໄດ້ຄອງຄອຍຖ້າເປັນ 2-3 ເດືອນຫຼືຫຼາຍກວ່ານັ້ນເງິນເດືອນຈຶ່ງຈະອອກເທື່ອໜຶ່ງ, ເຫດການແບບນີ້ມັນໄດ້ກາຍເປັນຄວາມຊິນເຄີຍທີ່ໜ້າອັບອາຍໄປແລ້ວໃນສັງຄົມເຮົາເພາະຢູ່ປະເທດທີ່ເພິ່ນຈະເລີນ, ມີການສຶກສາດີນັ້ນເງິນເດືອນຄູບໍ່ສະເພາະແຕ່ໄດ້ຕາມກຳນົດເວລາແຕ່ຍັງໃຫ້ສູງກວ່າເພິ່ນອີກດັ່ງເຊັ່ນຢູ່ປະເທດສະກອດແລນ, ຍີ່ປຸ່ນ ແລະ ອື່ນໆ.

ເມື່ອເງິນເດືອນຄູຊັກຊ້າກາຍເປັນບັນຫາທີ່ຊໍ້າເຮື້ອມາຫລາຍປີມັນກໍສົ່ງຜົນສະທ້ອນໂດຍລວມຕໍ່ສັງຄົມເຊັ່ນ: ຜູ້ເກັ່ງກໍບໍ່ຢາກເປັນຄູ, ຜູ້ເປັນຄູຢູ່ແລ້ວກໍບໍ່ມີກຳລັງໃຈ, ບໍ່ຫ້າວຫັນຕໍ່ວຽກງານ, ການສິດສອນກໍບໍ່ເຕັມເມັດເຕັມໜ່ວຍສຸດທ້າຍຄຸນນະພາບການສຶກສາກໍບໍ່ໄດ້ເລື່ອງ, ລູກຫລານເຮົາກໍຂາດຄວາມຮູ້ຄວາມສາມາດນັ້ນກໍໝາຍຄວາມວ່າພວກເຮົາກໍບໍ່ສາມາດມີຊັບພະຍາກອນມະນຸດທີ່ດີສະໜອງຕໍ່ຄວາມຕ້ອງການຂອງປະເທດຊາດໃນການພັດທະນາເສດຖະກິດ-ສັງຄົມ, ເຮັດໃຫ້ພວກເຮົາຫຼ້າຫຼັງນັບມື້ມັນກໍບໍ່ເປັນແລ.

ເຖິງຢ່າງໃດກໍຕາມເຊື່ອໝັ້ນຢ່າງຍິ່ງວ່າລັດຖະບານເພິ່ນກໍາລັງຫາວິທີໃນການແກ້ໄຂບັນຫານີ້ຢູ່ຢ່າງເຄັ່ງຮ້ອນແຕ່ບັນຫາທຸກຢ່າງກ່ອນຈະລຸລ່ວງໄດ້ນັ້ນກໍບໍ່ໄດ້ໝາຍວ່າມອບໃຫ້ລັດຖະບານຝ່າຍດຽວເປັນຄົນແກ້, ມັນຮຽກຮ້ອງໃຫ້ສັງຄົມມີສ່ວນຮ່ວມພວກເຮົານີ້ລະຈົ່ງຊ່ວຍເປັນຫູເປັນຕາ, ຮັບຟັງແລະຈິງໃຈແກ້ໄຂບັນຫາຮ່ວມກັນ,ພ້ອມກັນຈັດຕັ້ງປະຕິບັດລະບຽບກົດໝາຍຢ່າງເຄັ່ງຄັດແລະທ່ານທອງລຸນສີສຸລິດນາຍົກລັດຖະມົນຕີແຫ່ງສປປລາວເນັ້ນໜັກໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ VIII ວ່າ: ຫ້າມເດັດຂາດບໍ່ໃຫ້ນຳໃຊ້ເງິນເດືອນຄູໄປຈ່າຍໃນບ້ວງອື່ນເດັດຂາດ ແລະຮັບປະກັນໃຫ້ເງິນເດືອນຄູໄດ້ຮັບກົງເວລາທຸກເດືອນ. ບາດນີ້ລະຜູ້ທີ່ມັກເອົາເງິນເດືອນຄູໄປຝາກທະນາຄານກິນດອກເບ້ຍຊິໄດ້ນັ່ງກິນເຂົ້າແຫ້ງຄັກໆ!.

ທີ່ມາຈາກ:​ laophatthananewspaper

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...