Homeຂ່າວຕ່າງປະເທດຟິລິບປິນເຜີຍ ອາດຈະບໍ່ໃຫ້ອາເມຣິກາ ໃຊ້ເປັນຖານທັບລາດຕະເວນ ເພື່ອຫລີກລ່ຽງຂໍ້ຂັດແຍ່ງກັບຈີນ

ຟິລິບປິນເຜີຍ ອາດຈະບໍ່ໃຫ້ອາເມຣິກາ ໃຊ້ເປັນຖານທັບລາດຕະເວນ ເພື່ອຫລີກລ່ຽງຂໍ້ຂັດແຍ່ງກັບຈີນ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 9 ທັນວານີ້ວ່າ ທ່ານ ເດວຟິນ ລໍເຣນຊານາ ລັດຖະມົນຕີກະຊວງປ້ອງກັນປະເທດຟິລິບປິນ ໄດ້ເປີດເຜີຍເມື່ອວັນທີ 8 ທັນວາຜ່ານມານີ້ວ່າ ມີຄວາມເປັນໄປໄດ້ຢ່າງສູງທີ່ປະເທດຟິລິບປິນ ຈະບໍ່ຍອມໃຫ້ກອງທັບສະຫະລັດອາເມຣິກາ ໃຊ້ເປັນຖານທັບເພື່ອອອກລາດຕະເວນ ເພື່ອການເດີນທະເລຢ່າງເສລີ ໃນເຂດນ່ານນ້ຳຂໍ້ຂັດແຍ່ງທະເລຈີນໃຕ້ ເພື່ອຫລີກລ່ຽງຄວາມຂັດແຍ່ງກັບລັດຖະບານຈີນ ໂດຍທ່ານໄດ້ລະບຸວ່າ ກອງກຳປັ່ນ ແລະ ເຮືອບິນຂອງສະຫະລັດອາເມຣິກາ ອາດຈະຕ້ອງຫັນໄປນຳໃຊ້ຖານທັບເທິງເກາະກວມ ຫລື ເກາະໂອກີນາວາຂອງຍີ່ປຸ່ນແທນ ຫລື ບໍ່ ກໍອາດຂຶ້ນບິນຈາກກຳປັ່ນບັນທຸກເຮືອບິນຂອງພວກເຂົາເອງ ສຳລັບພາລະກິດລາດຕະເວນໃນທະເລຈີນໃຕ້.

ທັງນີ້ ພາຍຫລັງ ທ່ານ ໂຣດຣິໂກ ດູເຕີເຕ ເຂົ້າຮັບຕຳແໜ່ງປະທານາທິບໍດີຟິລິບປິນ ໃນເດືອນມິຖຸນາເປັນຕົ້ນມາ ທ່ານໄດ້ໃຊ້ມາດຕະການຕ່າງໆ ເພື່ອຟື້ນຟູປັບປຸງຄວາມສຳພັນກັບລັດຖະບານຈີນ ແລະ ຫັນມາເປັນປໍລະປັກກັບລັດຖະບານອາເມຣິກາ ພາຍໃຕ້ການນຳຂອງ ທ່ານ ບາຣັກ ໂອບາມາ ເນື່ອງຈາກທ່ານບໍ່ພໍໃຈ ທີ່ຖືກລັດຖະບານໂອບາມາ ສະແດງແນວຄິດວິພາກວິຈານ ຕໍ່ມາດຕະການສົງຄາມປາບປາມຢາເສບຕິດຂອງຟິລິບປິນ.
 

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...