Homeນານາສາລະສູດເຮັດນໍ້າເຕົາຫູ້ ເຄື່ອງດື່ມເພື່ອສຸຂະພາບ

ສູດເຮັດນໍ້າເຕົາຫູ້ ເຄື່ອງດື່ມເພື່ອສຸຂະພາບ

Published on

ນໍ້າເຕົາຫູ້ ເຄື່ອງດື່ມເພື່ອສຸຂະພາບອີກຊະນິດໜຶ່ງທີ່ມີຄົນນິຍົມດື່ມຫຼາຍ, ເຊິ່ງນໍ້າເຕົາຫູ້ຊື້ກິນງ່າຍ ແຕ່ກໍມີຄົນຈຳນວນຫຼາຍຢາກເຮັດກິນເອງ ເພາະຖ້າເຮັດເອງ ມັກລົດຊາດແບບໃດກໍເຮັດໄດ້ຕາມສະບາຍ ແຖມຍັງບໍ່ໃສ່ສານກັນບູດອີກ, ນໍ້າເຕົາຫູ້ນອກຈາກຈະໃສ່ຖົ່ວເຫຼືອງແລ້ວ ຍັງເພີ່ມຖົ່ວດິນອີກ ເຮັດໃຫ້ມີຄວາມຫອມຫຼາຍຂຶ້ນອີກດ້ວຍ

#  ສ່ວນປະສົມ ນໍ້າເຕົາຫູ້

  • ຖົ່ວເຫຼືອງ 16 ອອນ (453 ກຣາມ)
  • ຖົ່ວດິນ 1 ຖ້ວຍນ້ອຍ
  • ນໍ້າ
  • ນໍ້າຕານຊາຍຂາວ ຫຼືນໍ້າຕານຊາຍແດງ ສຳລັບເພີ່ມຄວາມຫວານ

#  ວິທີເຮັດນໍ້າເຕົາຫູ້

  1. ໃສ່ຖົ່ວເຫຼືອງ, ຖົ່ວດິນ ມາລ້າງໃຫ້ສະອາດ ຈາກນັ້ນແຊ່ນໍ້າໃຫ້ຖ້ວມ ປະໄວ້ຢ່າງໜ້ອຍ 8 ຊົ່ວໂມງ (ຫຼັງຈາກແຊ່ນໍ້າປະໄວ້ຈົນຄົບເວລາແລ້ວ ຖົ່ວຈະພອງຂຶ້ນເປັນ 3 ເທົ່າ)
  2. ເອົາຖົ່ວທີ່ແຊ່ນໍ້າໄວ້ນັ້ນ 3 ຖ້ວຍໃສ່ລົງໃນເຄື່ອງປັ່ນ ແລະໃສ່ນໍ້າໃຫ້ພໍດີ ແລ້ວປັ່ນປະມານ 1-2 ນາທີ ຈົນສ່ວນປະສົມລະອຽດເປັນເນື້ອດຽວກັນ
  3. ເອົາສ່ວນປະສົມທີ່ປັ່ນລະອຽດນັ້ນມາຕອງດ້ວຍຜ້າຂາວ ບີບເອົາແຕ່ນໍ້າ, ໃສ່ໝໍ້ຕຽມໄວ້
  4. ເອົານໍ້າຖົ່ວເຫຼືອງຕົ້ມຈົນຟົດ ແລະມີຟອງຂຶ້ນມາ, ແຕ່ຄວນໝັ່ນຄົນສ່ວນປະສົມຕະຫຼອດ ເພື່ອບໍ່ໃຫ້ສ່ວນປະສົມໄໝ້) ຈາກນັ້ນກໍປົງ
  5. ຕັກນົມຖົ່ວເຫຼືອງທີ່ໄດ້ໃສ່ຈອກ, ເອົານໍ້າຕານລົງໄປຕາມຄວາມມັກ, ຄົນປະສົມໃຫ້ເຂົ້າກັນ ພ້ອມດື່ມ ຫຼືປະໄວ້ໃຫ້ເຢັນ ແລ້ວເອົາໃສ່ຕຸກເກັບໄວ້ໃນຕູ້ເຢັນກ່ອນດື່ມ ແລະເອົາໄວ້ໄດ້ດົນເຖິງ 3 ວັນ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...