Homeຂ່າວການພັດທະນາລັດຖະບານລາວ ຈັບມືບໍລິສັດ ​ໄມ​ໂຄຣຊອບ ຫັນທິດສູ່ລະບົບດິຈິຕອນ

ລັດຖະບານລາວ ຈັບມືບໍລິສັດ ​ໄມ​ໂຄຣຊອບ ຫັນທິດສູ່ລະບົບດິຈິຕອນ

Published on

ຂປລ, ກະຊວງ​​ໄປສະນີໂທລະ​ຄົມມະນາຄົມ ​ແລະ ການ​ສື່​ສານ (MPT) ​ໄດ້​ຮ່ວມ​ກັບ ບໍລິສັດ ​ໄມ​ໂຄຣຊອບ (Microsoft) ຈັດ​ສຳ​ມະ​ນາ​ກ່ຽວ​ກັບແນວທາງ​ການ​ບໍລິຫານລັດ ພາຍ​ໃຕ້​ຫົວ​ຂໍ້ “ ສ້າງ​ຄວາມ​ເຂັ້ມ​ແຂງ ​ໃນ​ການ​ບໍລິຫານ​ລັດ ” ​ເພື່ອ​ແລກປ່ຽນ​ປະສົບ​ການ, ບົດຮຽນ​ກ່ຽວ​ກັບ​ ວິທີ​ການ​ນຳ​ໃຊ້​ປະ​​ໂຫຍ​ດຈາກ​ເຕັກ​ໂນ​ໂລ​ຊີ ​ເພື່ອ​ຫັນ​ໄປ​ສູ່​ດິຈິ​ຕອນ ​ແນ່​ໃສ່​ສະໜັບສະໜູນ ​​ແລະ ປະກອບສ່ວນ ​​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ-​ສັງຄົມ​ຂອງ ສປປ ລາວ.

ທ່ານ ທັນ​ສະ​ໄໝ ກົມມະ​ສິດ ລັດຖະມົນຕີ​ກະຊວງ​ໄປສະນີ ​ໂທລະ​ຄົມມະນາຄົມ ​ແລະ ການ​ສື່ສານ ​ໄດ້​ກ່າວ​ໃນ​ງານ​ສຳ​ມະ​ນາ​ດັ່ງກ່າວ ​ໃນ​ວັນ​ທີ 08 ທັນ​ວາ​ນີ້ ຢູ່ນະຄອນຫລວງ​ວຽງ​ຈັນ​ວ່າ: ປັດຈຸບັນຄວາມ​ຫລາກ​ຫລາຍຂອງ​ບັນດາ​ໄອ​ທີ ທີ່​ມີ​ການ​ພັດທະນາ​ແບບ​ກ້າວ​ກະ​ໂດດ-​ແບບ​ລວມສູນ ຖື​ເປັນ​ກຸນ​ແຈ​ສຳຄັນ​ໃນ​ການ​ປະກອບສ່ວນ ພັດທະນາ​ເສດຖະກິດ-​ສັງຄົມ​ຂອງ​ຊາດ, ຫັນ​ປະ​ເທດ​ໃຫ້​ກາຍ​ເປັນ​​ເສດຖະກິດ-​ສັງຄົມ ດິຈິ​ຕອນ , ງານ​ສຳ​ມະ​ນາ​ນີ້ ​ແມ່ນ​ມີ​ສ່ວນ​ຮ່ວມ​ໃນ​ການ​ພັດທະນາ​ໂດຍ​ລວມ , ຮັບປະກັນ​ໃຫ້​ມີ​ການ​ບໍລິຫານ​ລັດ ​ທີ່​ທັນ​ສະ​ໄໝ ​ແລະ ປັບປຸງ​ວິທີ​ການຈັດຕັ້ງປະຕິບັດ ການ​ຄຸ້ມ​ຄອງບໍລິຫານທັງ​ພາກ​ລັດ-​ເອກະ​ຊົນ ​ໃຫ້​ມີ​ປະສິດ​ຕິ​ພາບ, ຄຸນ​ນະພາ​ບສູງ​ຂຶ້ນ ພ້ອມ​ຮັບ​ປະ​ກັນ​ການ​ເຂົ້າ​ເຖິງ​ການ​ບໍລິການ​ທີ່​ທັນ​ສະ​ໄໝ, ​ເຊິ່ງຕ້ອງ​ໄດ້​ສ້າງ​ຂະ​ບວນການ ​ໃນ​ການ​ຈັດການ​ທີ່​ເໝາະສົມ ​ແລະ ສິ່ງ​ສຳຄັນ​ແມ່ນ​ການ​ສ້າງ​ໃຫ້​ປະຊາຊົນ ​ໄດ້​ຮູ້​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີດິຈິ​ຕອນ.

ໃນ​ປີຜ່ານມາ ກະຊວງ​ໄປສະນີ ​ໂທລະ​ຄົມມະນາຄົມ ​ແລະ ການ​ສື່ສານ ​​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ (MOU) ກັບ​ ບໍລິສັດ​ໄມ​ໂຄຣຊອບ ​ແລະ ກະຊວງ​ສຶກສາ​ທິການ ​ແລະ ກິລາ ​ໃນ​ໂຄງການ​ພັດທະນາ​ການ​ຮຽນ​ຮູ້ ຜ່ານ​ລະບົບ​ອອນ​ລາຍສຳລັບ​ໄວ​ໜຸ່ມ ​ເພື່ອ​ນຳ​ໃຊ້​ປະ​ໂຫຍ​ດຂອງ​ເຕັກ​ໂນ​ໂລ​ຊີການ​ສື່ສານ ຫລື ​ໄອ​ຊີ​ທີ  ​ເຂົ້າ​ໃນ​ການ​ຮຽນ​ຮູ້ທີ​ມີ​ບັນດາ​ໂປຣ​ແກມ ​ແລະ ຫລັກສູດ​ວິຊາ​ຮຽນ​ຕ່າງໆ ທີ່​ຈະ​ຊ່ວຍ​ສະໜັບສະໜຸນ​ການ​ຮຽນດ້ານ​ພາສາ, ​ໄອ​ຊີ​ທີ ​ແລະ ຄວາມ​ຮູ້​ຮອບ​ຕົວ​ໃຫ້​ແກ່​ນັກຮຽນ-​ໄວ​ໜຸ່ມ ​ໃນ​ສະຕະວັດທີ 21.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...