Homeປ່ອງຢ້ຽມດວງດາວນັກບິນອາວະກາດຊາວອາເມລິກັນຄົນທຳອິດທີ່ໂຄຈອນຮອບໂລກ ໄດ້ເສຍຊີວິດແລ້ວ

ນັກບິນອາວະກາດຊາວອາເມລິກັນຄົນທຳອິດທີ່ໂຄຈອນຮອບໂລກ ໄດ້ເສຍຊີວິດແລ້ວ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງ ໂຄລັມບັສ ລັດໂອໄຮໂອ ປະເທດສະຫະລັດອາເມລິກາ ເມື່ອວັນທີ 9 ທັນວາ 2016 (ມື້ນີ້) ວ່າ. ທ່ານ ແຮງຄ໌ ວິລສັນ ຜູ້ອຳນວຍການຝ່າຍສື່ສານຂອງວິທະຍາໄລກິດຈະການສາທາລະນະ ຈອນ ເກລນ ຖະແຫລງການວ່າ ທ່ານ ຈອນ ເກລນ ອະດີດນັກບິນອາວະກາດຊາວອາເມລິກັນຄົນທຳອິດທີ່ໂຄຈອນຮອບໂລກ ເສຍຊີວິດແລ້ວ ດ້ວຍໄວອາຍຸ 95 ປີ ທີ່ໂຮງໝໍ ເຈມສ໌ ແຄນເຊີ

ທ່ານ ຈອນ ເກລນ ເປັນນັກບິນອາວະກາດອາເມລິກັນຄົນທຳອິດທີ່ໂຄຈອນຮອບໂລກ ເມື່ອວັນທີ 20 ກຸມພາ 1962 ໂດຍໃຊ້ເວລາ 4 ຊົ່ວໂມງ 55 ນາທີ 23 ວິນາທີ  ແລະ ໂຄຈອນຮອບໂລກ 3 ຮອບ ເຊິ່ງເປັນສ່ວນໜຶ່ງໃນໂຄງການເມີຄິວຣີຂອງອົງການບໍລິຫານການບິນ ແລະ ອາວະກາດແຫ່ງຊາດຂອງສະຫະລັດ (ນາຊ່າ) ຈາກນັ້ນອີກ 36 ປີຕໍ່ມາ ຄືວັນທີ 29 ຕຸລາ 1998 ລາວໄດ້ສ້າງປະຫວັດສາດອີກຄັ້ງໃນຖານະນັກບິນອາວຸໂສຜູ້ເດີນທາງທ່ອງອາວະກາດໃນຂະນະທີ່ລາວມີອາຍຸ 77 ປີ ຖືເປັນນັກບິນອາວະກາດທີ່ມີອາຍຸຫຼາຍທີ່ສຸດ

 

ຂ່າວຈາກ: http://www.dailynews.co.th/foreign/541569
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...