Homeຂ່າວການພັດທະນາກະຊວງແຮງງານ ຈະອຳນວຍຄວາມສະດວກ ໃຫ້ຜູ້ມີຈຸດປະສົງໄປອອກແຮງງານຢູ່ຕ່າງປະເທດ

ກະຊວງແຮງງານ ຈະອຳນວຍຄວາມສະດວກ ໃຫ້ຜູ້ມີຈຸດປະສົງໄປອອກແຮງງານຢູ່ຕ່າງປະເທດ

Published on

ຕາມການລາຍງານຂອງ ທ່ານ ພູວັນ ຈັນທະວົງ ຫົວໜ້າກົມພັດທະນາສີມືແຮງງານ ແລະຈັດຫາງານ ກະຊວງ ຮສສ ໃຫ້ຮູ້ວ່າ: ການໄປເຮັດວຽກຢູ່ຕ່າງປະເທດ ກໍ່ແມ່ນອົງປະກອບທີ່ສຳຄັນໜຶ່ງໃນການ ສ້າງລາຍຮັບໃຫ້ແກ່ຜູ້ອອກແຮງງານ ເພື່ອໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ. ສະນັ້ນ, ຜູ້ອອກແຮງງານລາວ ທີ່ມີຈຸດປະສົງຢາກໄປອອກແຮງງານຢູ່ຕ່າງປະເທດ ຕ້ອງໄດ້ສຶກສາ ແລະ ເຂົ້າໃຈຢ່າງລະອຽດກ່ຽວກັບເງື່ອນໄຂ ແລະ ສະພາບແວດລ້ອມຂອງການເຮັດວຽກ ຢູ່ປະເທດທີ່ຕົນເອງຈະໄປ.

ສິ່ງສໍາຄັນທີ່ສຸດແມ່ນຕ້ອງໄປຢ່າງຖືກຕ້ອງ ຕາມລະບຽບການໃນຂອບຂອງກົດໝາຍຜ່ານລະບົບການຈັດສົ່ງ, ໄດ້ຮັບການອະນຸຍາດຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໂດຍແມ່ນວິສາຫະກິດບໍລິການຈັດຫາງານຂອງລາວ ຈະເປັນຜູ່ຊ່ວຍປະສານ ແລະ ຮັບຜິດຊອບ, ໃນການດຳເນີນເອກະສານຂໍອະນຸຍາດທັງໝົດ ພ້ອມທັງເປັນຜູ້ຕິດຕາມຄຸ້ມຄອງທ່ານ ຈົນຄົບກຳນົດສັນຍາ ແລະ ຈັດສົ່ງກັບຄືນປະເທດ ຢ່າງປອດໄພ, ໂດຍມີເງື່ອນໄຂດັ່ງນີ້: ຕ້ອງເປັນຜູ້ທີ່ມີອາຍຸ 18 ປີ ຂຶ້ນໄປ, ມີລະດັບການສຶກສາ ຈົບຊັ້ນປະຖົມຂຶ້ນໄປ, ມີສຸຂະພາບແຂງແຮງດີ, ເປັນພົນລະເມືອງດີ, ມີຄວາມຕ້ອງການຢາກເຮັດວຽກ, ຝຶກສີມື ແລະ ສະສົມປະສົບການ ເພື່ອພັດທະນາຕົນເອງ ແລະ ຄອບຄົວ. ເມື່ອເຮັດວຽກຄົບກໍານົດສັນຍາແລ້ວ ຜູ້ອອກແຮງງານ ຕ້ອງກັບຄືນປະເທດ ໂດຍນາຍຈ້າງ ຮ່ວມກັບບໍລິສັດຈັດຫາງານ ຈະເປັນຜູ້ນໍາສົ່ງແຮງງານກັບຄືນປະເທດ ດ້ວຍຄວາມປອດໄພ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ມີນະໂຍບາຍສົ່ງເສີມການມີວຽກເຮັດງານທຳຂອງແຮງງານລາວ ທັງຢູ່ພາຍໃນ ແລະ ໄປອອກແຮງງານຢູ່ຕ່າງປະເທດ ເພື່ອໃຫ້ແຮງງານໄດ້ຮັບການພັດທະນາສີມືແຮງງານຜ່ານປະສົບການເຮັດວຽກຕົວຈິງ, ມີລາຍໄດ້, ມີຊີວິດການເປັນຢູ່ທີ່ດີແນໃສ່ໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...