Homeສຸຂະພາບ ແລະ ສີ່ງແວດລ້ອມໂຮງໝໍເດັກລາວ - ເກົາຫຼີ ເປີດນຳໃຊ້ຫ້ອງກວດ ແລະ ປິ່ນປົວພະຍາດມະເຮັງເດັກ

ໂຮງໝໍເດັກລາວ – ເກົາຫຼີ ເປີດນຳໃຊ້ຫ້ອງກວດ ແລະ ປິ່ນປົວພະຍາດມະເຮັງເດັກ

Published on

hospital

 

ໃນ​ວັນ​ທີ 30 ກໍລະກົດ​ນີ້ ຢູ່ໂຮງໝໍ​ເດັກລາວ-​ເກົາຫລີ ເຂດ​ໂຮງໝໍ​ມິດ​ຕະພາບ 150 ຕຽງ, ນະຄອນຫລວງ​ວຽງ​ຈັນ

ໄດ້​ເປີດ​ການນຳ​ໃຊ້​ຫ້ອງກວດ ​ແລະ ປິ່ນປົວພະຍາດ​ມະ​ເຮັງສຳລັບ​ເດັກ​ຂຶ້ນ, ໂດຍ​ການໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ​ຄະນະ

​ຮັບຜິດຊອບ​ກົມ​ປິ່ນປົວ​ ກະຊວງ​ສາທາລະນະ​ສຸກ, ຄະນະ​ອຳນວຍ​ການໂຮງໝໍ​ເດັກ ພ້ອມ​ຜູ້ຕາງໜ້າ​ອົງການ​ຜູ້ໃຫ້

​ທຶນເຂົ້າຮ່ວມນຳດ້ວຍ.

 

ໜ່ວຍ​ງານ​ປິ່ນປົວ​ພະຍາດ​ມະ​ເຮັງ​ສຳ​ລັບ​ເດັກ ​ແມ່ນ​ນອນ​ຢູ່​ໃນ​ຂະ​ແໜງ​ການ​ໜຶ່ງຂອງ​ໂຮງໝໍ​ເດັກລາວ-​ເກົາ​ຫລີ

ແລະ ​ໄດ້​ສ້າງ​ຕັ້ງ​ໜ່ວຍ​ງານ​ດັ່ງກ່າວ​ຂຶ້ນ​ໃນ​ແຕ່​ປີ 2012 ພາຍຫລັງ​ໂຮງ​ໝໍ​ແຫ່ງ​ນີ້​ໄດ້​ສຳ​ເລັດ​ການ​ກໍ່ສ້າງ ​ແລະ ເປີດ​

ການ​ນຳ​ໃຊ້, ຊຶ່ງເມື່ອ​ກ່ອນ​ແມ່ນ​ໄດ້​ອາ​ໃສ​ຫ້ອງ​ນອນ​ປິ່ນປົວ​ເດັກ​ທົ່ວ​ໄປ, ​ແຕ່​ດ້ວຍ​ຄວາມ​ເປັນ​ຫ່ວງຂອງ​ອົງການ​ຜູ້​

ໃຫ້​ທຶນ​ສະໜັບສະໜູນ​ ເປັນ​ຕົ້ນອົງການກອຍ​ກາ (KOICA), ອົງການໂກ​ຟີ (KOFIH) ແລະ ອົງການລີ​ຈອງ​ວຸກ

(Lee Jong Wook soul Project) ຂອງ ສ. ເກົາຫລີ ໄດ້​ຮ່ວມ​ກັນ​ປະກອບສ່ວນ​ທຶນຮອນຊື້​ວັດ​ຖຸອຸປະກອນ​ການ​ແພດ​,

ຢາ​ປິ່ນປົວ, ​ປະກອບ​ດ້ວຍ​ເຄື່ອງຮັບ​ໃຊ້​ຫ້ອງການ ຕົກ​ເປັນ​ມູນ​ຄ່າ 64 ພັນ​ກ່ວາ​ໂດ​ລາສະຫະລັດ ​ເພື່ອ​ນຳ​ມາ​ປະກອບ

​ໃຫ້​ແກ່​ຫ້ອງ​ປິ່ນປົວ ​ແລະ ​ແຍກ​ເປັນ​ເອກະລາດ ລວມມີ​ຕຽງ​ນອນ​ເດັກ​ຈຳນວນ 4 ຕຽງ, ມີ​ລະບົບ​ດູດ​ອາກາດ​ຄົບ​ຊຸດ

​ ​ແລະ ພິ​ເສດ ທາງ​ອົງການກອຍ​ກາ ຍັງ​ໄດ້​ສົ່ງ​ຊ່ຽວຊານ​ຂອງ​ຕົນ​ ມາ​ປະຈຳ​ຢູ່​ຫ້ອງ​ກວດ​ພະຍາດດັ່ງກ່າວ ເປັນປະຈຳ​

ເພື່ອ​ສົມທົບ​ກັບ​ແພດ​ໝໍ​ຂອງ​ລາວ ສຸມ​ໃສ່​ການ​ປິ່ນປົວ​ເດັກ ທີ່​ເປັນ​ພະຍາດ​ມະ​ເຮັງ, ​ເຊິ່ງ​ໃນ​ປັດຈຸບັນ​ມີ​ເດັກ​ເປັນ​ພະ

ຍາດ​ມະ​ເຮັງ​ເຂົ້າ​ຮັກສາ​ປິ່ນປົວ​ຈຳນວນ 20 ກວ່າ​ຄົນ​. ໃນ​ນີ້, ສະ​ເພາະເດັກນ້ອຍ​ທີ່​ຄອບຄົວ​ມີ​ຄວາມ​ຫຍຸ້ງຍາກທາງ​ໂຮງ

ໝໍຈະ​ໃຫ້ການ​​ຮັກສາປິ່ນປົວ​ໂດຍ​ບໍ່​ເສຍ​ຄ່າ​ໃຊ້​ຈ່າຍ​ໃດໆ.

 

ຂອບໃຈຂ່າວຈາກ: http://laophatthananews.blogspot.com/2014/07/blog-post_61.html

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...