spot_img
Homeຂ່າວພາຍ​ໃນອົງການ ​ໄຈ​ກາ ​ແລະ ເອດີດີພີ ຊ່ວຍ ສປປ ລາວ 5.6 ຕື້ກວ່າກີບ ສົ່ງເສີມພັດທະນາ ທັບນັກກິລາຄົນພິການລາວ

ອົງການ ​ໄຈ​ກາ ​ແລະ ເອດີດີພີ ຊ່ວຍ ສປປ ລາວ 5.6 ຕື້ກວ່າກີບ ສົ່ງເສີມພັດທະນາ ທັບນັກກິລາຄົນພິການລາວ

Published on

ອົງການ​ໄຈ​ກາ ​ແລະ ອົງ​ການ​ຄົນ​ພິ​ການເອເຊຍ ເພື່ອ​ການ​ພັດ​ທະ​ນາ ຫຼື ​ເອດີ​ດີ​ພີ (ADDP) ​ໃຫ້ການ​ສະໜັບ ສະໜູນ ສປປ ລາວ ກໍ່​ຄື ກະຊວງ​ສຶກສາ​ທິການ ​ແລະ ກິລາ (ສສກ) ​​ແຕ່​ນີ້​ຮອດ​ປີ 2021 ລວມມູນ​ຄ່າ 5.6 ຕື້​ກວ່າ​ກີບ ຫຼື ປະມານ 7 ​ແສນ​ກວ່າ ໂດ​ລາ​ສະຫະລັດ ​ເພື່ອສົ່ງ​ເສີມ ​ການ​ພັດທະນາ​ວົງ​ການ ​ກິລາ​ຄົນ​ພິການ​ລາວ ກຽມ​ສ້າງ​ຜົນງານ​ ໃຫ້​ແກ່​ປະ​ເທດ​ຊາດ ​ໃນ​ການ​ເຂົ້າ​ຮ່ວມ​ແຂ່ງຂັນ​ໃນ​ລະດັບ​ອະນຸ​ພາກ​ພື້ນ, ພາກ​ພື້ນ ​ແລະ ສາກົນ ​ໃນ​ຕໍ່ໜ້າ ກໍ່​ຄື ງານ​ມະຫາ​ກຳ​ກິລາ ອາ​ຊຽນພາຣາ​ເກ​ມ 2017 ທີ່​ປະ​ເທດ​ມາ​ເລ​ເຊຍ ຮັບ​ກຽດ​ເປັນ​ເຈົ້າພາບ ​ໃນ​ທ້າຍ​ປີ​ນີ້.

ພິທີ​ເຊັນ​ສັນຍາ​ ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ ​ໃຫ້ການ​ຮ່ວມ​ມື ສົ່ງ​ເສີມ​ການ​ພັດທະນາ​ ວົງ​ການ​ກິລາ​ຄົນ​ພິການ​ລາວ ​ເພື່ອກ້າວ​ສູ່​ຜົນສຳ​ເລັດ​ໃນ​ເວທີ​ພາກ​ພື້ນ ​ແລະ ສາກົນ ​ໄດ້​ມີ​ຂຶ້ນ ​ໃນ​ຕອນ​ເຊົ້າ​ວັນ​ທີ 7 ທັນວາ ຜ່ານ​ມາ ທີ່​ຫ້ອງການ​ກົມ​ກິລມວນ​ຊົນ ຕືກສຳນັກງານ​ກະຊວງ ສສກ (ຂ້າງ​ສະໜາມກິລາ​ເຈົ້າ​ອານຸວົງ) ນະຄອນຫຼວງ​ວຽງ​ຈັນ ລະຫວ່າງ ທ່ານ ມະ​ເອຈິ​ມະ ​ໂຕ​ມິ​ໂກະ ປະທານອົງ​ການ​ຄົນ​ພິ​ການເອເຊຍ ເພື່ອ​ການ​ພັດ​ທະ​ນາ ​ແລະ ທ່ານ ສີທາດ ຈັນທະ​ບູລີ ຫົວໜ້າ​ກົມ​ກິລາ​ມວນ​ຊົນ, ມີ​ທ່ານ ສີ​ນະຄອນ ປະທຸມ​ມະ​ລັດ ຮອງ​ຫົວໜ້າ​ຫ້ອງການ ກະຊວງ​ສສກ, ຕາງໜ້າ​ກົມ​ແຜນການ, ກົມ​ການ​ເງິນ, ກົມ​ພົວພັນ​ຕ່າງປະ​ເທ​ດ ​​ແລະ ບັນດາ​ຮອງ​ຫົວໜ້າ​ກົມ​ກິລາ​ມວນ​ຊົນ, ຫົວໜ້າ​ພະ​  ແນ​ກອ້ອມ​ຂ້າງ​ກົມ​ດັ່ງກ່າວ, ຮອງ​ຫົວໜ້າ​ພະ​ແນ​ກສຶກສາ​ທິການ ​ແລະ ກິລາ ນະຄອນຫຼວງ​ວຽງ​ຈັນ ຕະຫຼອດ​ຮອດ​ຫົວໜ້າ​ຂະ​ແໜງ​ການ​ຕ່າງໆ ​ແລະ ພະນັກງານ​ທີ່​ກ່ຽວຂ້ອງ​ທັງ 2 ພາກສ່ວນ​ດັ່ງກ່າວ ​ເຂົ້າຮ່ວມ​ເປັນ​ສັກຂີ​ພິຍານ.

ໂອກາດ​ນີ້​, ທ່ານ ສີທາດ ຈັນທະ​ບູລີ ກ່າວ​ວ່າ: ມື້​ນີ້​ແມ່ນ ເປັນ​ມື້​ທີ່​ມີ​ຄວາມ​ໝາຍ​ຄວາມ​ສຳ​ຄັນຫຼາຍ ທີ່​ກົ​ມ​ກິ​ລາ​ມວນ​ຊົນ ຮູ້​ສຶກ​ເປັນ​ກຽດ​ຢ່າງ​ສູງ ແລະ ມີ​ຄວາມ​ພາກ​ພູມ​ໃຈ ທີ່​ໄດ້​ຮັບ​ການມອບ​ໝາຍ ວຽກ​ງານ​ທີ່​ສຳ​ຄັນ ໃນ​ຄັ້ງ​ນີ້ ຈາກ​ທ່ານ​ລັດ​ຖະ​ມົນ​ຕີ ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ ​ໃນ​ການລົງ​ນາມ ເຊັນ​ບົດ​ບັນ​ທຶກ​ຄ​ວາມ​ເຂົ້າ​ໃຈ ລະ​ຫວ່າງ ກະ​ຊວງ​ສຶກ​ສ​າ​ທິ​ການ ແລະ ກິ​ລາ ຕ່າງ​ໜ້າ​ໂດຍ ກົມ​ກິ​ລາ​ມວນ​ຊົນ ແລະ ອົງ​ການ​ຄົນ​ພິ​ການ​​ເອ​ເຊຍ ເພື່ອ​ການ​ພັດ​ທະ​ນາ ສ້າງ​ຄວາມ​ອາດ​ສາ​ມາດ ໃຫ້​ແກ່​ຊຽວ​ຊານ, ກຳ​ມະ​ການ​ຕັດ​ສິນ ແລະ ຄູ​​ເຝິກ​ກິ​ລາ​ຄົນ​ພິ​ການ​ໃນ ສ ປ​ປ ລາວ ເວົ້າ​ລວມ, ເວົ້າ​ສະ​ເພາະ​ ການ​ພັດ​ທະ​ນາ​ກິ​ລາ-ກາຍ​ຍະ​ກຳ ​ຄົນ​ພິ​ການລາວ ໃຫ້​ນັບ​ມື້​ນັບ​ມີ​ບາດ​ກ້າວ​ຂະ​ຫຍາຍ​ຕົວ ຢ່າງ​ກ້​ວາງ​ຂວາງ ລົງ​ເລິກ​ໃຫ້​ເຖິງ​ຊຸມ​ຊົນ ບ້ານ, ເມືອງ, ບັນ​ດາ​ແຂວງ ​ແລະ ນະ​ຄອນຫຼວງວຽງ​ຈັນ ໃຫ້​ມີ​ຄົນ​ພິການ​ລາວ​ໄດ້​ອອກ​ມາຫັດ​ກາຍ​ຍະ​ບໍ​ລິ​ຫານ, ອອກ​ກຳ​ລັງ​ກາຍ, ຫຼິ້ນ​ກິ​ລາ​ໃຫ້ຫຼາຍ​ຂຶ້ນ ແລະ ເຂົ້າ​ຮ່ວມ​ງານ​ແຂ່ງ​ຂັນ ​ກິ​ລາ​ຄົນ​ພິ​ການ​ແຫ່ງ​ຊາດ ຢູ່​ພາຍ​ໃນ​ປະ​ເທດ ແລະ ເຂົ້າ​ຮ່ວມ​ແຂ່ງ​ຂັນ​ກິ​ລາ​ຄົນ​ພິ​ການ ​ຢູ່​ໃນ​ລະ​ດັບອານຸພາກ​ພຶ້ື້ນ, ພາກ​ພື້ນ ​ແລະ ​ສາ​ກົນ ໃຫ້​ມີ​ທາງ​ດ້ານ​ປະ​ລິ​ມານ ແລະ ​ຄຸນ​ນະ​ພາບ​ສູງ​ຂຶ້ນ​ເທື່ອ​ລະ​ກ້າວ ແລະ ຂໍສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຢ່າງ​ສູງ ມາ​ຍັງ​ອົງ​ການ​ຄົນ​ພິ​ການ​​ເອ​ເຊຍ ເພື່ອ​ການ​ພັດ​ທະ​ນາ ທີ່ໃຫ້​ການ​ສະ​ໜັບ​ສະ​ໜູນປະ​ກອບ​ສວນ​ດ້ວຍ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ຕັ້ງ​ໜ້າ ໃນ​ການ​ຍົກ​ລະ​ດັບ​ຄວາມ​ຮູ້ ຄວາມ​ສາ​ມາດ ໃຫ້​ບຸກ​ຄະ​ລາ​ກອນ, ຊຸກ​ຍູ້​ດ້ານ​ອຸ​ປະ​ກອນ​ກິ​ລາ​ຄົນ​ພິ​ການ, ກຳ​ມະ​ການ​ຕັດ​ສິນ ແລະ ຄູ​ຝຶກ​ໃຫ້​ຂະ ​ແໜງ​ກິ​ລາ​-ກາຍ​ຍະ​ກຳ​ມວນ​ຊົນ, ກໍ່​ຄື​ ການ​ພັດ​ທະ​ນາ ​ກິ​ລາ-ກາຍ​ຍະ​ກຳ​ຄົນ​ພິ​ການລາວ ຢູ່​ບັນ​ດາ​ແຂວງ, ນະ​ຄອນຫຼວງວຽງ​ຈັນ, ເມືອງ, ສູນ ​ແລະ ສະ​ມາ​ຄົມ​ຄົນ​ພິ​ການ ຢູ່​ພາຍ​ໃນ​ປະ​ເທດ ແລະ ຕ່າງ​ປະ​ເທດ ໃນ​ແຕ່​ລະ​ປີ.

ທ່ານ ສີທາດ ຈັນທະ​ບູລີ ກ່າວ​ຕື່ມ​ອີກ​ວ່າ: ສໍາລັບ​ວຽກ​ງານ​ກິ​ລາ-ກາຍ​ຍະ​ກຳ ຄົນ​ພິ​ການ ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ, ໄດ້​ກຳ​ນົດ​ເງື່ອນ​​ໄຂ ​ແນ​ໃສ່ການຈັດ​ຕັ້ງ​ປະຕິ​ບັດ​ຕາມ ​ແນວທາງວິ​ໃສ​ທັດ​​ແຕ່​ນີ້ ຮອດ​ປີ 2030, ໄດ້​ກຳ​ນົດ​ແຜນ​ຍຸດ​ທະ​ສາດ ຮອດ​ປີ 2025 ແລະ ແຜນ​ພັດ​ທະ​ນາ​ຂະ​ແໜງ ​ການ​ສຶກ​ສາ ແລະ ກິ​ລາ 5 ປີ ຄັ້ງ​ທີ 8 (2016-2020) ບັນ​ດາ​ນິ​ຕິ​ກຳ ​ດັ່ງ​ກ່າວ​ນີ້​ແມ່ນ ເພື່ອ​ແນ່​ໃສ່​ເຮັດ​ວຽກ​ງານ ​ກິ​ລາ-ກາຍ​ຍະ​ກຳ ​ຄົນ​ພິ​ການ ໄດ້​ມີ​ການ​ພັດ​ທະ​ນາ​ດີ​ຂຶ້ນ ​ເທື່ອ​ລະ​ກ້າວ, ເປັນ​ການ​ເປີດ​ໂອ​ກາດ ໃຫ້​ຄົນ​ພິ​ການ​ລາວ ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ທີ່​ມີ​ພອນ​ສະ​ຫວັນ ມີ​ຄວາມ​ຮັກ​ມັກ​ ໃນ​ການ​ອອກ​ມາ​ຫັດ​ກາ​ຍະ​ບໍ​ລິ​ຫານ​, ອອກ​ກຳ​ລັງ​ກາຍ ແລະ ຫຼິ້ນ​ກິ​ລາ ເຂົ້າ​ຮ່ວມ​ແຂ່ງ​ຂັນ​ກິ​ລາ​ຄົນ​ພິ​ການ ໃນ​ລະ​ດັບ​ຊາດ ແລະ ລະ​ດັບ​ສາ​ກົນ​ ຢ່າງ​ເປັນ​ຂະ​ບວນ​ການ​ຝົດ​ຟື້ນ​ກ້​ວາງ​ຂວາງ ເພື່ອ​ເປັນ​ການ​ເຝິກແອບ ການ​ແຂ່ງ​ຂັນຢ່າງ​ເປັນ​ລະ​ບົບ​ຖືກ​ຕ້ອງ ຕາມ​ກົດ​ລະ​ບຽບ, ກະ​ຕິ​ກາ ຂອງ​ກິ​ລາ​ຄົນ​ພິ​ການ​ສາ​ກົນ​ໄດ້​ວາງ​ອອກ.

ສຳລັບ​ການ​ເຊັນ​ສັນຍາ ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ ລະຫວ່າງ 2 ຝ່າຍ ​ໃນ​ໄລຍະ 6 ປີ ກໍ່​ຄື ​ແຕ່​ນີ້​ຮອດ​​ເດືອນ​ມິຖຸນາ 2021 ກົມ​ກິລາມວນ​ຊົນ ຈະ​ໄດ້​ຈັດ​ກິດຈະກຳ​ເຝິກອົບຮົມ ​ກຳມະການ​ຕັດສິນ, ຄູ​ເຝິກ​ໃນ​ຂັ້ນ​ສູນ​ກາງ, ກະຊວງ, ສະມາຄົມ​ກິລາ​ຄົນ​ພິການ ​ໃຫ້​ບັນດາ​ແຂວງ ​ແລະ ນະຄອນຫຼວງ​ວຽງ​ຈັນ ​ໃນ​ທົ່ວ​ປະ​ເທດ; ​ເຜີຍ​​ແຜ່​ປະ​ເພດ​ກິລາ​ຄົນ​ພິການ 12 ປະ​ເພດ ​ໃນ​ຂອບ​ເຂດທົ່ວ​ປະ​ເທດ ​ເພື່ອ​ຈັດ​ແຂ່ງຂັນ​ລະດັບ​ຊາດ, ຈັດ​ພິມ​ປື້​ມຄູ່​ມື, ກົດ​ລະບຽບ​ກະຕິ​ກາ​ການ​ແຂ່ງຂັນ​ກິລາ 12 ປະ​ເພດ ມອບ​ໃຫ້​ບັນດາ​ແຂວງ, ນະຄອນຫຼວງ​ວຽງ​ຈັນ ສົ່ງ​ເສີມ​ໃຫ້​ມີ​ການ​​ເຄື່ອນ​ໄຫວ​ຈັດ​ກິດຈະກຳ ​ແລະ ​ແຂ່ງຂັນ​ປະຈຳ​ປີ, ສ້າງ​ສະ​ໂມ​ສອນ​ກິລາ​ຄົນ​ພິການ​ຢູ່ 2 ​ແຂວງ ຄື: ສະຫວັນ​ນະ​ເຂດ, ຫຼວງ​ພະ​ບາງ ​ແລະ ນະຄອນຫຼວງ​ວຽງ​ຈັນ ພ້ອມ​ທັງ​ສົ່ງ​ຄູ​ເຝິກ​ກິລາ​ຄົນ​ພິການ​ລາວ 2 ທ່ານ ຮ່ວມ​ເຝິກອົບຮົມ​ໃນ​ໄລຍະ 14 ວັນ​ໃນ​ແຕ່ລະ​ປີ ຢູ່​ປະ​ເທດ​ຍີ່ປຸ່ນ ​ໂດຍ​​ໂຄງການ​ຊ່ວຍ​ເຫຼືອ​ຄັ້ງ​ນີ້ ​ແມ່ນ​ໄດ້​ຮັບ​ທຶນ​ຈາກ​ອົງການ​ໄຈ​ກາ ສະ​ໜັບສະ​ໜູນ ຈຳນວນ 632.300 ​ໂດ​ລາ​ສະຫະລັດ ​ແລະ ອົງການ ​ເອດີ​ດີ​ພີ ຈຳນວນ 67.700 ​ໂດ​ລາ​ສະຫະລັດ.

​ໂດຍ ອ້ວນ​ດຳ ນສພ ສຶກສາ-ກິລາ

ຂອບໃຈຂ່າວຈາກ: 

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...