Homeຂ່າວເຫດການເລີ່ມທາບທາມຮ່າງກົດໝາຍ ວ່າດ້ວຍ ອົງການກາແດງລາວ

ເລີ່ມທາບທາມຮ່າງກົດໝາຍ ວ່າດ້ວຍ ອົງການກາແດງລາວ

Published on

ກອງປະຊຸມທາບທາມ ຮ່າງກົດໝາຍວ່າດ້ວຍອົງການກາແດງລາວ, ໄດ້ຈັດຂຶ້ນໃນວັນທີ 6 ທັນວານີ້, ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານປະທານອົງການກາແດງລາວ ຄຳຮຸ່ງ ເຮືອງວົງສີ, ມີຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຮອງລັດຖະມົນຕີກະຊວງຍຸຕິທຳ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານປະທານອົງການກາແດງລາວ ກ່າວວ່າ: ຮ່າງກົດໝາຍດັ່ງກ່າວປະກອບມີ: 11 ພາກ, 8 ໝວດ ແລະ 72 ມາດຕາ, ພ້ອມນີ້ ບັນດາຜູ້ເຂົ້າຮ່ວມຍັງໄດ້ປະກອບຄຳຄິດຄຳເຫັນໃສ່ຮ່າງກົດໝາຍດັ່ງກ່າວ ເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວນ, ສົມບູນ ແລະ ຮັດກຸມຂຶ້ນກວ່າເກົ່າ ແລະ ພາຍຫລັງສຳເລັດການທາບທາມຄັ້ງນີ້ ຈະຖືກນຳໄປຜ່ານກະຊວງຍຸຕິທຳ, ລັດຖະບານ ແລະ ນຳໄປສະເໜີຜ່ານສະພາແຫ່ງຊາດ ເພື່ອຮັບຮອງ ແລະ ປະກາດນຳໃຊ້ໃນຕໍ່ໜ້າ, ຊຶ່ງຈະເປັນຜົນດີຕໍ່ອົງການຈັດຕັ້ງສັງຄົມຂອງລັດຖະບານ ໃນການເຄື່ອນໄຫວວຽກງານມະນຸດສະທຳໃນ ສປປ ລາວ ລວມເຖິງພາກພື້ນ ແລະ ສາກົນທີ່ ສປປ ລາວເປັນພາຄີ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...