Homeຂ່າວຕ່າງປະເທດແຜ່ນດິນໄຫວໃນອິນໂດເນເຊຍເສຍຊີວິດແລ້ວ 25 ຄົນ ແລະຍັງເລັ່ງຊອກຫາຜູ້ລອດຊີວິດ

ແຜ່ນດິນໄຫວໃນອິນໂດເນເຊຍເສຍຊີວິດແລ້ວ 25 ຄົນ ແລະຍັງເລັ່ງຊອກຫາຜູ້ລອດຊີວິດ

Published on

ຄວາມຄືບໜ້າ ເຫດແຜ່ນດິນໄຫວໃນອິນໂດເນເຊຍ ມີຜູ້ເສຍຊີວິດແລ້ວ 25 ຄົນ ເຈົ້າໜ້າທີ່ລະດົມຄົ້ນຫາຜູ້ລອດຊີວິດ ຄາດວ່າຍັງມີຕິດຢູ່ກ້ອງຕຶກອາຄານທີ່ຖະລົ່ມ.

ຄວາມຄືບໜ້າລ່າສຸດ ເຫດແຜ່ນດິນໄຫວທີ່ເມືອງ ອາເຈະຫ໌ ປະເທດອິນໂດເນເຊຍ ແຮງສັ່ນສະເທືອນ 6.4 ເປັນເຫດໃຫ້ມີຕຶກອາຄານເປ່ເພຖະລົ່ມກວ່າ 40 ແຫ່ງ ຕອນເຊົ້າທີ່ຜ່ານມາ ມີຜູ້ບາດເຈັບເພີ່ມຂຶ້ນເປັນຈໍານວນຫຼາຍ ແລະເສຍຊີວິດເພີ່ມເປັນ 25 ຄົນແລ້ວ ໂດຍທາງການປະກາດນໍາເຄື່ອງຈັກລົດໜັກເຂົ້າມາຍັງພື້ນທີ່ ເພື່ອຮື້ຖອນເສດທີ່ຫັກຈາກຕຶກອາຄານຖະລົ່ມ ເພື່ອຄົ້ນຫາຜູ້ລອດຊີວິດທີ່ຄາດວ່າຍັງຄົງມີຢູ່ກ້ອງຕຶກອາຄານຫຼາຍແຫ່ງ.

ທັງນີ້ ລາຍງານລະບຸວ່າ ມີປະຊາຊົນທີ່ປະສົບເຫດເຂົ້າປິ່ນປົວໃນສູນການແພດເກືອບ 20 ຄົນ ແລະຜູ້ບາດເຈັບ 1 ຄົນຖືກສົ່ງໂຕໄປຍັງໂຮງໝໍເນື່ອງຈາກວ່າມີອາການສາຫັດ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...