spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມໄຂຂໍ້ຂ້ອງໃຈເລື່ອງ "ອະໄວຍະວະເພດຊາຍ" ມັກແຂງຕົວໃນຕອນເຊົ້າ

ໄຂຂໍ້ຂ້ອງໃຈເລື່ອງ “ອະໄວຍະວະເພດຊາຍ” ມັກແຂງຕົວໃນຕອນເຊົ້າ

Published on

ໃນຄໍລຳສຸຂະພາບ ມື້ນີ້ແອັດມິນຈະມາເວົ້າກ່ຽວກັບການແຂງຕົວຂອງ ນ້ອງຊາຍ ໃນຕອນເຊົ້າ ເຊິ່ງເລື່ອງນີ້ຜູ້ຊາຍຫຼາຍຄົນອາດຢາກຮູ້ສາເຫດຂອງມັນ ວ່າມັນເປັນແບບນີ້ຍ້ອນຫຍັງ ແລ້ວຄືນໜຶ່ງມັນຈະເກີດການແຂງຕົວຈັກເທື່ອ ແຂງຕົວແບບນີ້ຈະສົ່ງຜົນແນວໃດຕໍ່ສຸຂະພາບທາງເພດ ມື້ນີ້ແອັດມິນຈະມາໄຂຂໍ້ຂ້ອງໃຈກ່ຽວກັບເລື່ອງນີ້ກັນ

ເວັບໄຊ ibtimes ລາຍງານວ່າ ດຣ. ເຊີຈິໂອ ດິເອຊ ອັລວາເຣຊ ແພດຜູ້ຊ່ຽວຊານຈາກມະຫາວິທະຍາໄລ ນິວຄາສເຊິລ ປະເທດ ອອສເຕເລຍ ໄດ້ເປີດເຜີຍເຖິງສາເຫດທີ່ເຮັດໃຫ້ອະໄວຍະວະເພດຊາຍແຂງຕົວໃນຕອນເຊົ້າ ວ່າ ມີສາເຫດມາຈາກຮ່າງກາຍຜະລິດຮໍໂມນເທສໂທສເຕີໂຣນອອກມາຫຼາຍໃນຕອນເຊົ້າ ເຊິ່ງເປັນຜົນດີຕໍ່ສຸຂະພາບຜູ້ຊາຍ ທີ່ບົ່ງບອກວ່າຊາຍຄົນນັ້ນຫ່າງໄກຈາກໂຣກເສື່ອມສະມັດຕະພາບທາງເພດ ເພາະວ່າເລືອດໄປລ້ຽງອະໄວຍະວະເພດຢ່າງພຽງພໍນັ້ນເອງ ການແຂງຕົວຂອງອະໄວຍະວະເພດຊາຍສາມາດເກີດຂຶ້ນໄດ້ຫຼາຍເຖິງ 5 ເທື່ອຕໍ່ຄືນ ແລະ ແຕ່ລະເທື່ອຈະໃຊ້ເວລາແຂງຕົວປະມານ 20-30 ນາທີ ອີງໃສ່ປັດໄຈຂອງການນອນແຕ່ລະຄົນ ສະນັ້ນຈຳນວນການແຂງຕົວຂອງອະໄວຍະວະເພດຊາຍຂອງແຕ່ລະຄົນມັກຈະບໍ່ເທົ່າກັນ.

 

ຂໍມູນຈາກ: http://men.kapook.com/view161763.html

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...