Homeຂ່າວການພັດທະນາສອງທະນາຄານ ລາວ-ສ.ເກົາຫລີ ຮ່ວມມືດ້ານວິຊາການ

ສອງທະນາຄານ ລາວ-ສ.ເກົາຫລີ ຮ່ວມມືດ້ານວິຊາການ

Published on

ວັນທີ 6 ພະຈິກ 2016 ທີ່ ແຂວງຫຼວງພະບາງໄດ້ມີກອງປະຊຸມສຶກສາໂຄງການແລກປ່ຽນຄວາມຮູ້ດ້ານວິຊາການລະຫວ່າງທະນາຄານແຫ່ງ ສປປ ລາວ ແລະທະນາຄານ ສ.ເກົາຫຼີ

ໂດຍເປັນປະທານຂອງທ່ານ ເພັດສະຖາ ພອນແກ້ວວົງວິຈິດ ຫົວໜ້າຫ້ອງການທະນາຄານແຫ່ງ ສປປ ລາວ, ມີທ່ານ ກີ ຊັນຈາງ (kee sun jang) ຮອງຫົວໜ້າກົມຮ່ວມມືທະນາຄານກາງ ສ. ເກົາຫຼີ ພ້ອມດ້ວຍວິຊາການທັງສອງທະນາຄານເຂົ້າຮ່ວມ.

ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ກ່າວວ່າ: ການຮ່ວມມືທາງດ້ານວິຊາການສອງທະນາຄານຄັ້ງນີ້ແມ່ນເປັນ ຄັ້ງທີ 2 ແລ້ວ ເພື່ອສຶກສາຄົ້ນຄວ້າໂຄງການແລກປ່ຽນຄວາມຮູ້ທາງດ້ານວິຊາການ ຊຶ່ງໃນປີ 2015 ຜ່ານມາ ທະນາຄານແຫ່ງ ສປປ ລາວ ໄດ້ຮັບການຊ່ວຍເຫຼືອຈາກທະນາຄານກາງ ສ.ເກົາຫຼີ ໃນໂຄງການແລກປ່ຽນຄວາມຮູ້ທາງດ້ານວິຊາການໃນຫົວຂໍ້ທີ່ວ່າ “ການພັດທະນາໂຄງສ້າງດ້ານການເງິນ”.

ຜ່ານການຈັດຕັ້ງປະຕິບັດເຫັນວ່າໂຄງການປະສົບຜົນສໍາເລັດ ແລະມີຜົນປະໂຫຍດຫຼາຍຕໍ່ທະນາຄານແຫ່ງ ສປປ ລາວ ເປັນຕົ້ນແມ່ນພະນັກງານຂອງທະນາຄານແຫ່ງ ສປປ ລາວ ຈໍານວນໜຶ່ງ ໄດ້ປະກອບສ່ວນໃນການສ້າງຄວາມສາມາດໃນການຄົ້ນຄວ້າວຽກງານວິຊາການ ແລະໄດ້ຂຽນບົດຄົ້ນຄວ້າແລກປ່ຽນກັບສາສະດາຈານຈາກມະຫາວິທະຍາໄລທີ່ມີຊື່ສຽງຂອງ ສ. ເກົາຫຼີ ແລະໄດ້ມີການຈັດສໍາມະນາຢູ່ ສປປ ລາວ 2 ຄັ້ງ ແລະຢູ່ ສ. ເກົາຫຼີ 1 ຄັ້ງ.

ສະນັ້ນໂຄງການນີ້ຈຶ່ງໄດ້ສືບຕໍ່ໃຫ້ການຊ່ວຍເຫຼືອທະນາຄານແຫ່ງ ສປປ ລາວ ໃນປີ 2016 ໃນຫົວຂໍ້ທີ່ວ່າ: “ການຈັດຕັ້ງປະຕິບັດ ແລະຄຸ້ມຄອງລະບົບຊໍາລະສະສາງ” ໂຄງການນີ້ເປັນຂີດໝາຍສໍາຄັນໃນການເສີມສ້າງມິດຕະພາບ ແລະການຮ່ວມມືລະຫວ່າງທະນາຄານແຫ່ງ ສປປ ລາວ ກັບທະນາຄານ ສ. ເກົາຫຼີ ຕື່ມອີກ.

ຈາກໜັງສືພິມເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...