Homeຂ່າວຕ່າງປະເທດຫໍພັກນັກສຶກສາ ເກີດຮອຍແຕກລ້າວທັ້ງຕຶກ ຝ່າຍວິທະຍາໄລແຈ້ງເປັນເລື່ອງປົກກະຕິ

ຫໍພັກນັກສຶກສາ ເກີດຮອຍແຕກລ້າວທັ້ງຕຶກ ຝ່າຍວິທະຍາໄລແຈ້ງເປັນເລື່ອງປົກກະຕິ

Published on

ອີງຕາມສໍານັກຂ່າວຕ່າງປະເທດລາຍງານໃນວັນທີ 6 ທັນວາທີ່ຜ່ານມາວ່າ: ສື່ທ້ອງຖິ່ນມົນທົນຢູນານປະເທດຈີນ ໄດ້ເຜີຍແຜ່ພາບອາຄານຫໍພັກຫຼັງໜຶ່ງຂອງ Yunnan Forestry Technological College ທີ່ມີຮອຍແຕກລ້າວຂະໜາດໃຫຍ່ທົ່ວທັ້ງອາຄານ ຊຶ່ງຫຼັງຈາກມີການຊ່ອມແຊມຝາດ້ານນອກກໍເກີດເປັນຮອຍຄືຮອບຜ້າຕິດບາດແຜຕິດຢູ່ທົ່ວອາຄານ.

ໂດຍເຈົ້າໜ້າທີ່ຝ່າຍປະຊາສໍາພັນຂອງທາງວິທະຍາໄລນີ້ເຜີຍວ່າ ອາຄານຫໍພັກດັ່ງກ່າວເປັນອາຄານທີ່ໃຊ້ໂຄງສ້າງຫຼັກເປັນເຫຼັກກ້າ ເຄືອບໂລຫະປະສົມປ້ອງກັນຂີ້ມ້ຽງ ດັ່ງນັ້ນ ງ່າຍທີ່ຈະເກີດຮອຍແຕກລ້້າວ ຊຶ່ງເປັນເລື່ອງປົກກະຕິທໍາມະດາ ພຽງແຕ່ຮອຍແຕກລ້າວຈະເຮັດໃຫ້ພື້ນຜິວຝາຂອງອາຄານບໍ່ສວຍງາມເທົ່ານັ້ນ ແຕ່ຈະບໍ່ມີຜົນກະທົບຕໍ່ປະສິດທິພາບ ແລະຄວາມປອດໄພຂອງອາຄານ ສ່ວນດ້ານໃນອາຄານຈາກການກວດສອບກໍບໍ່ພົບຮອຍແຕກລ້າວ.

ທັ້ງນີ້ ເຈົ້າໜ້າທີ່ຍັງເຜີຍແຜ່ອີກວ່າ ຝາຂອງອາຄານຫໍພັກດັ່ງກ່າວໄດ້ມີການໃຊ້ວັດສະດຸປິດພື້ນຝາທີ່ຮອງຮັບແຮງສັ່ນສະເທືອນຈາກແຜ່ນດິນໄຫວຊະນິດໃໝ່ ເພື່ອພົບກັບຄວາມຮ້ອຍ ແລະຄວາມຊຸ່ມ ຈຶ່ງເຮັດໃຫ້ຝາເກີດຮອຍແຕກລ້າວຂຶ້ນ ຊຶ່ງວ່າເປັນເລື່ອງປົກກະຕິ ແຕ່ທີ່ເຫັນວ່າຮອຍດັ່ງກ່າວເປັນສີເຂັ້ມ ເພາະເກີດຈາກວັດສະດຸທີ່ໃຊ້ຕິດຮອຍແຕກລ້າວ ແລະເພື່ອຕ້ອງການເຮັດໃຫ້ຝາຂອງອາຄານສວຍງາມ ຈຶ່ງໄດ້ອອກແບບໃຫ້ເຮັດແບບນັ້ນທົ່ວທັ້ງອາຄານ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...