Homeສຸຂະພາບ ແລະ ສີ່ງແວດລ້ອມຜົນການວິໄຈພົບວ່າ "ຄວັນທູບ" ມີສານກໍ່ເປັນມະເຮັງໄດ້

ຜົນການວິໄຈພົບວ່າ “ຄວັນທູບ” ມີສານກໍ່ເປັນມະເຮັງໄດ້

Published on

ທູບໃຊ້ເພື່ອບູຊາສິ່ງສັກສິດ ຫຼືຂໍພອນຈາກພະພຸດທະຮູບທີ່ນັບຖື ແຕ່ຮູ້ບໍວ່າ ເມື່ອທູບຖືກເຜົາໄໝ້ຈະມີຝຸ່ນລະອອງ, ສານທີ່ເປັນວັດຖຸດິບຈາກການຜະລິດ ແລະສານອີກຫຼາຍຊະນິດທີ່ກໍ່ໃຫ້ເປັນພະຍາດມະເຮັງ

ທູບທີ່ເຜົາໄໝ້ ຈະປ່ອຍຝຸ່ນລະອອງ ແລະສານພິດອອກມາຫຼາຍ ເຊິ່ງສານເຫຼົ່ານັ້ນລ້ວນແລ້ວແຕ່ເກີດຂຶ້ນຈາກການຈູດທູບທຽນ ທີ່ມາຈາກວັດຖຸດິບ ທີ່ໃຊ້ໃນການຜະລິດເຊັ່ນ: ກາວ, ສີ, ນໍ້າຫອມເຄມີ

ເວລາຈູດທູບ ຈຶ່ງເຮັດໃຫ້ເກີດຄາບອນມອນນອກໄຊ, ໄນໂຕຣເຈນອອກໄຊ, ຊັນເຟີໄດອອກໄຊ, ສານອິນຊີລະເຫີຍງ່າຍ ແລະສານທີ່ເຮັດໃຫ້ເກີດພະຍາດມະເຮັງໄດ້ຫຼາຍຊະນິດເຊັ່ນ: ສານໃນກຸ່ມ PAH ເບນຊິນບິວທາໄດອີນ ແລະເບນໂຊເອໄພຣີນ, ລວມເຖິງໂຄຣມຽມ, ກົ່ວ ແລະນິກເກິນ ຫາກດູດດົມສະສົມເປັນເວລາດົນຈະເຮັດໃຫ້ເກີດສານມະເຮັງ

ມີການວິໄຈດ້ານອະນາໄມສິ່ງແວດລ້ອມຂອງຕ່າງປະເທດພົບວ່າ: ການຈູດທູບພຽງ 3 ດອກ ກໍສາມາດເຮັດໃຫ້ເກີດສານກໍ່ມະເຮັງ ເທົ່າກັບການດູດດົມຄວັນລົດໃນບ່ອນທີ່ມີການສັນຈອນຕິດຂັດອີກດ້ວຍ

ດັ່ງນັ້ນ ເພື່ອປ້ອງກັນຕົວເອງໃຫ້ປອດໄພ ຈາກການໄດ້ຮັບສານພິດຕ່າງໆ ຈາກການຈູດທູບ ຄວນເອົາຜ້າປິດປາກ, ປິດດັງ ເພື່ອປ້ອງກັນບໍ່ໃຫ້ເຮົາສູດດົມເຂົ້າໄປຫຼາຍເກີນໄປ, ສ່ວນການຈູດທູບພາຍໃນເຮືອນ ຄວນເປີດປະຕູ, ເປີດປ່ອງຢ້ຽມ ເພື່ອໃຫ້ມີການລະບາຍຄວັນອອກນອກເຮືອນ, ຄວັນທູບມີສານພິດຫຼາຍ ແລະກໍ່ເປັນມະເຮັງໄດ້ ແຕ່ຖ້າເຮົາຫາກປ້ອງກັນຕົນເອງຕາມຄຳແນະນຳ ກໍບໍ່ຈຳເປັນຕ້ອງກັງວົນອີກຕໍ່ໄປ
ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...