Homeສຸຂະພາບ ແລະ ສີ່ງແວດລ້ອມສັນຍານເຕືອນ ວ່າຮ່າງກາຍເຈົ້າມີສານພິດຫຼາຍເກີນໄປ

ສັນຍານເຕືອນ ວ່າຮ່າງກາຍເຈົ້າມີສານພິດຫຼາຍເກີນໄປ

Published on

ຮ່າງກາຍຈະໄດ້ຮັບສານພິດເຂົ້າໄປໃນຮ່າງກາຍຈາກອາຫານທີ່ເຮົາກິນທຸກມື້, ຈາກອາກາດທີ່ເຮົາດູດຊຶມເຂົ້າໄປໃນແຕ່ລະມື້, ເມື່ອສານພິດເຂົ້າໄປໃນຮ່າງກາຍແລ້ວ ແຕ່ເຮົາບໍ່ອອກກຳລັງກາຍ, ຍິ່ງເຮັດໃຫ້ຮ່າງກາຍເພີ່ມສານພິດຂຶ້ນເລື້ອຍໆ ຈົນເຮັດໃຫ້ມີສັນຍານເຕືອນດັ່ງນີ້:

  1. ສີຂອງລີ້ນປ່ຽນໄປ: ຫາກລີ້ນຂອງເຈົ້າຫາກເປັນສີເຫຼືອງ ຫຼືສີຂາວ ມີໂອກາດທີ່ເຈົ້າຈະມີສານພິດໃນເລືອດສູງ
  2. ມີບັນຫາກ່ຽວກັບຜິວ: ຫາກເຈົ້າກຳລັງມີບັນຫາດ້ານຜິວໜັງໃນສ່ວນຕ່າງໆ, ເຖິງແມ່ນວ່າຈະອະນາໄມແລ້ວກໍຕາມ ເຈົ້າຄວນລ້າງສານພິດດ່ວນ
  3. ຂາດພະລັງງານ: ຫາກເຈົ້າຮູ້ສຶກເມື່ອຍຕະຫຼອດ, ເຖິງແມ່ນວ່າຈະນອນພຽງພໍແລ້ວ ນັ້ນເປັນສັນຍານເຕືອນຢ່າງໜຶ່ງຂອງສານພິດໃນຮ່າງກາຍ
  4. ນອນບໍ່ຫຼັບ: ຫາກເຈົ້າມີບັນຫາເລື່ອງການນອນ ແລະນອນບໍ່ຫຼັບຕະຫຼອດ ນັ້ນເປັນສັນຍານເຕືອນວ່າມີສານພິດໃນຮ່າງກາຍຫຼາຍ
  5. ເຈັບຫົວຕະຫຼອດ: ປົກກະຕິອາການເຈັບຫົວ ເປັນສັນຍານບອກວ່າ ຮ່າງກາຍບາງສ່ວນບໍ່ເຮັດວຽກຖືກຕ້ອງ ແລະອີກສາເຫດໜຶ່ງມາຈາກມີສານພິດສະສົມໃນຮ່າງກາຍຫຼາຍ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...