Homeສຸຂະພາບ ແລະ ສີ່ງແວດລ້ອມດື່ມວາຍແດງກ່ອນນອນ ຊ່ວຍຂັບສານພິດທີ່ກໍ່ເປັນມະເຮັງສະສົມໃນຮ່າງກາຍອອກໄດ້

ດື່ມວາຍແດງກ່ອນນອນ ຊ່ວຍຂັບສານພິດທີ່ກໍ່ເປັນມະເຮັງສະສົມໃນຮ່າງກາຍອອກໄດ້

Published on

ການເບິ່ງແຍງສຸຂະພາບບໍ່ຈຳເປັນເຮັດແຕ່ຕອນສວາຍ, ໃນເວລາກ່ອນນອນ ກໍຄວນຈະດູແລສຸຂະພາບ ເພາະການນອນຫຼັບພັກຜ່ອນຊ່ວຍຮັກສາສະພາບຮ່າງກາຍຂອງເຮົາ, ແຕ່ຈະຮັກສາບໍ່ໄດ້ຫຼາຍປານໃດ ເຮົາຈຶ່ງຕ້ອງຊອກຫາສິ່ງທີ່ມີປະໂຫຍດມາກິນ ເພື່ອບຳລຸງຮ່າງກາຍຂອງເຮົາ

ວາຍແດງ ຜູ້ຊ່ຽວຊານແນະນຳໃຫ້ດື່ມວາຍແດງກ່ອນນອນ ເພາະຈະຊ່ວຍຂັບສານພິດໃນຮ່າງກາຍໄດ້ ຫຼືຖ້າກິນຊີ້ນສັດປີ້ງທີ່ມີສານກໍ່ເປັນມະເຮັງເຂົ້າໄປສະສົມໃນຮ່າງກາຍ ກໍຄວນດື່ມວາຍແດງກ່ອນນອນ ຈະຊ່ວຍຂັບສານກໍ່ມະເຮັງອອກຈາກຮ່າງກາຍໄດ້ ໂດຍສະເພາະວາຍອະງຸ່ນ 100%

ຜູ້ຊ່ຽວຊານໄດ້ທົດລອງໃຫ້ຜູ້ທີ່ສູບຢາດື່ມວາຍແດງ 200 ມິນລີລິດ ກ່ອນນອນ ເປັນເວລາ 4 ວັນ ພົບວ່າ ຫຼັງຈາກສູບຢາແລ້ວ 6 ຊົ່ວໂມງ ແລ້ວດື່ມວາຍແດງເຂົ້າໄປ ກວດນໍ້າປັດສະວະແລ້ວວພົບສານພິດກໍ່ເປັນມະເຮັງອອກມາກັບນໍ້າປັດສະວະນຳ, ແຕ່ກວດນໍ້າປັດສະວະຜູ້ທີ່ບໍ່ໄດ້ດື່ມວາຍ ບໍ່ພົບສານກໍ່ມະເຮັງອອກມາປົນກັບນໍ້າປັດສະວະ

ອະງຸ່ນມີລິດເຢັນ ຫຼຸດການອັກເສບໄດ້  ແລະຍັງມີກູຕ້າ, ວິຕາມິນເອ, ບີ, ຊີ, ດີ, ອີ, ມີເສັ້ນໃຍອາຫານ ແລະທາດອາຫານອື່ນໆອີກ ຊ່ວຍຂັບສານພິດ, ຮັກສາຄວາມສົມດູນໃນຮ່າງກາຍ, ເຮັດໃຫ້ລະບົບໄຫຼວຽນເລືອດດີ, ເສີມແຄວຊຽມໃຫ້ກະດູກອີກດ້ວຍ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...