Homeນານາສາລະ6 ປະໂຫຍດຄວາມງາມຈາກ “ອາໂວກາໂດ” ທີ່ຫຼາຍຄົນບໍ່ຮູ້

6 ປະໂຫຍດຄວາມງາມຈາກ “ອາໂວກາໂດ” ທີ່ຫຼາຍຄົນບໍ່ຮູ້

Published on

“ອາໂວກາໂດ” ເປັນໝາກໄມ້ຊະນິດໜຶ່ງ ທີ່ມີສັບພະຄຸນຕໍ່ສຸຂະພາບຂອງຄົນເຮົາ, ມີທັງວິຕາມິນ, ແຮ່ທາດ, ໂປຣຕີນ, ໄຂມັນດີ ຊ່ວຍປ້ອງກັນພະຍາດຕ່າງໆ, ກິນໜ່ວຍໜຶ່ງກໍໃຫ້ສານອາຫານທີ່ດີຕໍ່ຮ່າງກາຍຫຼາຍຢ່າງ, ນອກຈາກນັ້ນແລ້ວຍັງຊ່ວຍເລື່ອງຄວາມງາມໃຫ້ສາວໆ  ແຕ່ວ່າຈະເອົາມາເສີມຄວາມງາມໄດ້ແນວໃດນັ້ນ ມື້ນີ້ແອັດມິນມີເຄັດລັບດີໆ ຈາກອາໂວກາໂດມາບອກ

  1. ກຳຈັດລັງແຄ: ໂດຍການເອົາໝາກອາໂວກາໂດ ປັ່ນກັບກະທິໃຫ້ເປັນເນື້ອລະອຽດ, ຈາກນັ້ນເອົາໄປຕົ້ມດ້ວຍໄຟອ່ອນໆ ແລະຄົນໃນທຸກໆ 5 ນາທີ ຈົນໃຫ້ນໍ້າລະເຫີຍອອກໄປ, ຈາກນັ້ນເອົາໄປຕອງດ້ວຍຜ້າຂາວບາງ ກໍຈະໄດ້ນໍ້າມັນອາໂວກາໂດ ເຊິ່ງກົດອະມິໂນ ແລະໂປຣຕີນໃນໝາກໄມ້ຈະຊຶມເຂົ້າໄປໃນໜັງຫົວ, ຊ່ວຍຟື້ນຟູ ບໍ່ໃຫ້ໜັງຫົວມີລັງແຄອີກຕໍ່ໄປ
  2. ເຮັດໃຫ້ເສັ້ນຜົມເງົາງາມ: ເອົາອາໂວກາໂດ 1 ໜ່ວຍມາ ແລ້ວເອົາແກ່ນອອກ, ແລ້ວເອົາບົດລະອຽດ ຈາກນັ້ນເອົານໍາມັນໝາກພ້າວ 1 ບ່ວງແກງ ແລະໄຂ່ແດງ 1 ໜ່ວຍ, ຄົນໃງົງຫ້ເຂົ້າກັນເປັນເນື້ອດຽວກັນ ເອົາມາທາໃສ່ຜົມໝັກໄວ້ 20 ນາທີແລ້ວລ້າງອອກ ສະຜົມຕາມປົກກະຕິ ເຮັດອາທິດລະ 2 ຄັ້ງ ຕໍ່ອາທິດ ຮັບຮອງວ່າຜົມເງົາງາມແນ່ນອນ
  3. ເຮັດໃຫ້ຂອບຕາດຳຈາງລົງ: ສຳລັບໃຜທີ່ນອນບໍພໍ ຈົນເຮັດໃຫ້ຂອບຕາດຳ, ແລ້ວປາດອາໂວກາໂດເປັນປ່ຽງບາງໆ ແລ້ວເອົາມາແປະຕາກ່ອນນອນທຸກຄືນຈັກ 15 ນາທີ, ພຽງເທົ່ານີ້ ກໍສາມາດເຮັດໃຫ້ ຮອຍດຳຈາງລົງ
  4. ພອກໜ້າດ້ວຍອາໂວກາໂດ: ອາໂວກາໂດສາມາດເອົາມາພອກໜ້າໄດ້ ຈະເຮັດໃຫ້ໜ້າຂາວ ອ່ອນກ່ອນໄວ ແລະສົດໃສຂຶ້ນ
  5. ຮັກສາສິວ, ຜິວໜ້າງາມ: ສິວເປັນບັນຫາທີ່ເຮັດໃຫ້ຫຼາຍຄົນລຳຄານ, ເອົາອາໂວກາໂດມາພອກໜ້າດ້ວຍສູດອາໂວກາໂດ, ສ່ວນປະສົມມີອາໂວກາໂດ 1 ໜ່ວຍ, ໄຂ່ຂາວ 1 ໜ່ວຍ ແລະນໍ້າໝາກນາວ 1 ບ່ວງແກງ, ປະສົມໃຫ້ເປັນເນື້ອດຽວກັນ ແລ້ວພອກໜ້າປະມານ 15 ນາທີ, ແລ້ວລ້າງອອກດ້ວຍນໍ້າອຸ່ນ ເຊິ່ງອາໂວກາໂດຈະຊ່ວຍຫຼຸດຄວາມມັນຂອງໃບໜ້າ ບໍ່ເຮັດໃຫ້ເກີດສິວໄດ້
  6. ໂລຊັ່ນອະໂວກາໂດ: ນໍ້າມັນອາໂວກາໂດ ມີຄວາມໃກ້ຄຽງກັບນໍ້າມັນໃນຜິວໜັງຂອງເຮົາ ເຊິ່ງຈະຊ່ວຍປັບສະພາບຜິວໃຫ້ອ່ອນນຸ້ມ, ຍັງມີວິຕາມິນຊ່ວຍຫຼຸດຮອຍແຜຕ່າງໆ ໂດຍທານໍ້າມັນອາໂວກາໂດລົງຜິວໜັງໃນສ່ວນທີ່ແຫ້ງເຊັ່ນ: ສອກ, ຫົວເຂົ່າ, ທາປະໄວ້ປະມານ 5 ນາທີແລ້ວລ້າງອອກຕາມປົກກະຕິ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...