spot_img
Homeຂ່າວພາຍ​ໃນການນຳພັກ ແລະ ລັດຖະບານແຫ່ງ ສປຈີນ ສົ່ງໂທລະເລກອວຍພອນວັນຊາດ ສປປລາວ ຄົບຮອບ 41 ປີ

ການນຳພັກ ແລະ ລັດຖະບານແຫ່ງ ສປຈີນ ສົ່ງໂທລະເລກອວຍພອນວັນຊາດ ສປປລາວ ຄົບຮອບ 41 ປີ

Published on

ການນຳພັກ ແລະ ລັດຖະບານແຫ່ງ ສປຈີນ “ສົ່ງໂທລະເລກອວຍພອນວັນຊາດ ສປປລາວ ຄົບຮອບ 41 ປີ” – at 02 ທັນວາ 2016 ນະຄອນຫຼວງປັກກິງ ສປຈີນ

ເຖິງ: ສະຫາຍບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປລາວ, ສະຫາຍ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປລາວ ແລະ ສະຫາຍ ປານີຢາທໍ່ຕູ້ ປະທານສະພາແຫ່ງຊາດລາວທີ່ນະຄອນຫຼວງວຽງຈັນ

ເນື່ອງໃນໂອກາດວັນຊາດສາທາລະນະລັດປະຊາທິປະໄຕປະຊາຊົນລາວວັນທີ 2 ທັນວາ ຄົບຮອບ 41 ປີ, ພວກຂ້າພະເຈົ້າຂໍຕາງໜ້າພັກກອມມູນິດຈີນ, ລັດຖະບານຈີນ, ສະພາປະຊາຊົນແຫ່ງຊາດຈີນແລະປະຊາຊົນຈີນສົ່ງຄຳອວຍພອນມາຍັງບັນດາສະຫາຍແລະ ຜ່ານບັນດາສະຫາຍໄປຍັງພັກປະຊາຊົນປະຕິວັດລາວ,ລັດຖະບານລາວ ແລະ ປະຊາຊົນອ້າຍນ້ອງລາວ.

ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນທີ່ໄດ້ເຫັນວ່າໜຶ່ງປີຜ່ານມາ, ລາວໄດ້ປະສົບຜົນສຳເລັດໃນການຈັດກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກ, ຜົນສຳເລັດໃນການມອບ-ຮັບໜ້າທີ່ຂອງລັດຖະບານແລະສະພາແຫ່ງຊາດຊຸດເກົ່າແລະຊຸດໃໝ່ ແລະປະສົບຜົນສຳເລັດໃນການປະຕິບັດໜ້າທີ່ເປັນປະທານໝູນວຽນອາຊຽນ ທັງໄດ້ຮັບຜົນສຳເລັດໃໝ່ທີ່ໜ້າພາກພູມໃຈໃນພາລະກິດປ່ຽນແປງໃໝ່.

ປັດຈຸບັນ, ສປປລາວ ມີລະບົບການເມືອງໝັ້ນທ່ຽງ, ສັງຄົມສາມັກຄີປອງດອງ,ເສດຖະກິດມີການພັດທະນາ ແລະຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ. ຈາກນີ້ ພວກຂ້າພະເຈົ້າເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງສູນກາງພັກປະຊາຊົນປະຕິວັດລາວທີ່ມີສະຫາຍ ບຸນຍັງວໍລະຈິດເປັນເລຂາທິການໃຫຍ່, ປະຊາຊົນລາວຈະສາມາດບັນລຸເປົ້າໝາຍສູ້ຊົນຕາມທີ່ກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກປະຊາຊົນປະຕິວັດລາວໄດ້ຕັ້ງໄວ້ ແລະຈະໄດ້ຮັບຜົນສຳເລັດຫຼາຍຍິ່ງຂຶ້ນໃນພາລະກິດສ້າງສາພັດທະນາປະເທດຊາດໃຫ້ຫັນເປັນທັນສະໄໝ.

ປີນີ້ເປັນປີຄົບຮອບ 55 ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຈີນ-ລາວ. ສອງຝ່າຍໄດ້ຮັກສາການໄປມາຫາສູ່ກັນຢ່າງໃກ້ຊິດລະຫວ່າງການນຳຂັ້ນສູງ, ຕັ້ງໜ້າປະຕິບັດການກໍ່ສ້າງ “ໜຶ່ງແລວທາງໜຶ່ງເສັ້ນທາງ”ແລະຮ່ວມມືໃນການລົງທຶນເພື່ອເພີ່ມຂີດຄວາມສາມາດການຜະລິດ ທັງລົງເລິກການແລກປ່ຽນດ້ານວັດທະນະທຳຢ່າງບໍ່ຢຸດຢັ້ງ ແລະຊຸກຍູ້ສາຍພົວພັນຮ່ວມມືແລະມິດຕະພາບຖານບ້ານໃກ້ເຮືອນຄຽງຈີນ-ລາວໃຫ້ພັດທະນາຢ່າງໃຫຍ່ຫຼວງ.

ສປຈີນຍິນດີຮ່ວມກັບລາວພະຍາຍາມເສີມຂະຫຍາຍສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຈີນ-ລາວໃຫ້ສືບຕໍ່ຂະຫຍາຍຕົວ ແລະພ້ອມກັນກໍ່ສ້າງຄູ່ຮ່ວມຊະຕາກຳຈີນ-ລາວທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້ບົນພື້ນຖານທີ່ດີໃນປັດຈຸບັນ.

ຂໍອວຍພອນໃຫ້ ສາທາລະນະລັດປະຊາຕິປະໄຕປະຊາຊົນລາວຈະເລີນເຂັ້ມແຂງ ແລະ ປະຊາຊົນຜາສຸກ!
ອວຍພອນໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຈີນ-ລາວໝັ້ນຄົງ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ!

ທ່ານສີຈິ້ນຜິງ ເລຂາທິການໃຫຍ່ສູນກາງພັກກອມມູນິດຈີນ, ປະທານປະເທດ ສປ ຈີນ
ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີ ສປ ຈີນ
ທ່ານຈ່າງເຕີຈ່ຽງ ປະທານສະພາປະຊາຊົນແຫ່ງຊາດ ສປ ຈີນ

ວັນທີ 2 ທັນວາ 2016 ນະຄອນຫຼວງປັກກິ່ງ ສປຈີນ.

ໂດຍ: ສຸຣິດົງ

ທີ່ມາຂ່າວຈາກ: ສຳນັກຂ່າວສານປະເທດລາວ

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...