spot_img
Homeມຸມຂ່າວ AECຄວາມສຳພັນອາເມລິກາ-ອາຊຽນໃນຍຸກຂອງ ໂດນັລ ທຣັມ

ຄວາມສຳພັນອາເມລິກາ-ອາຊຽນໃນຍຸກຂອງ ໂດນັລ ທຣັມ

Published on

ບັນດາ​ວິຊາ​ການ ​ແລະ ຜູ້​ຊ່ຽວຊານ​ດ້ານ​ຄວາມ​ສຳພັນສາກົນຕ່າງ​ເຫັນ​ວ່າຖ້າ​ຫາກ​ອາ​ເມ​ລິ​ກາ​ຖອນ​ຕົວ​ຈາກ​ຂໍ້​ຕົກລົງ​ຮຸ້ນ​ສ່ວນ​ຍຸດ​ທະ​ສາດ​ເສດຖະກິດ(ທີ​ພີ​ພີ)ຈະ​ເປັນ​ຜົນ​ເສຍ​ຕໍ່​ອາ​ເມ​ລິ​ກາ​ຫຼາຍ​ກວ່າ.

   ສູນ C ASEAN ຈັດການ​ສົນທະນາ​ຫົວ​ຂໍ້“ນະ​ໂຍບາຍ​ຂອງ​ໂດ​ນັລທຣຳກັບ​ອາ​ຊຽນ” ​​ໂດຍ​ມີ​ຜູ້​ຊ່ຽວຊານ, ນັກວິຊາການ ​ແລະ ຜູ້​ທີ່​ກ່ຽວຂ້ອງ​ດ້ານ​ຄວາມ​ສຳພັນ​ສາກົນຮ່ວມ​ແລກປ່ຽນ​ມູມ​ມອງ​ຕໍ່​ອະນາຄົດ​ອາ​ຊຽນ ​ແລະ ອາ​ເມ​ລິ​ກາ​ພາຍ​ໃຕ້​ການ​ບໍລິຫານ​ຂອງ​ທຣຳວ່າ​ທີ່​ປະທານາທິບໍດີ​ອາ​ເມ​ລິ​ກາ​ຄົນທີ 45 ທັງ​ໃນ​ດ້ານ​ເສດຖະກິດ, ການ​ເມືອງ, ຄວາມ​ໝັ້ນຄົງ, ສັງຄົມ ​ແລະ ການ​ສຶກສາ.

ໜຶ່ງ​ໃນ​ປະ​ເດັນ​ທີ່​ສຳຄັນ​ຄືກໍລະນີ​ທຣຳປະກາດ​ຈະ​ຖອນ​ຕົວ​ຈາກ​ການ​ເປັນ​ສະມາຊິກ​ທີ​ພີ​ພີຊຶ່ງ​ອາດ​ສົ່ງ​ຜົນ​ກະທົບ​ຕໍ່ເສດຖະກິດ​ປະ​ເທດ​ສະມາຊິກ​ອາ​ຊຽນ​ໂດຍ​ສະ​ເພາະ​ປະ​ເທ​ດທີ່​ຮ່ວມ​ເປັນ​ພາຄີ​ຂອງ​ທີ​ພີ​ພີເຊັ່ນ: ສສ ຫວຽດ ນາມ, ສິງກະ​ໂປ, ບຣູ​ໄນ ​ແລະ ມາ​ເລ​ເຊຍທັງ​ນີ້​ຜູ້​ຮ່ວມ​ສົນທະນາ​ມີ​ຄວາມ​ເຫັນ​ໄປ​ໃນ​ທິດ​ທາງ​ດຽວ​ກັນ​ວ່າ ການ​ຕັດສິນ​ໃຈ​ຂອງ​ທຣຳຈະ​ເປັນ​ຜົນ​ເສຍ​ຕໍ່​ອາ​ເມ​ລິ​ກາ​ຫຼາຍ​ກວ່າເນື່ອງ​ຈາກ​ເຮັດ​ໃຫ້​ອາ​ເມ​ລິ​ກາ​ເສຍ​ໂອກາດ​ທາງ​ການ​ຄ້າ​ການ​ລົງທຶນ​ໃນ​ອາ​ຊຽນຊຶ່ງ​ເປັນ​ພາກ​ພື້ນ​ທີ່​ກຳລັງ​ເຕັມ​ໄປ​ດ້ວຍ​ຊ່ອງ​ທາງ​ທີ່​ສົດ​ໄສດັ່ງ​ນັ້ນ​ຈຶ່ງ​ເປັນ​ໄປ​ໄດ້​ທີ່​ອາ​ເມ​ລິ​ກາ​ອາດ​ຈະ​ເຈລະຈາ​ເພື່ອ​ທົບ​ທວນ​ຂໍ້​ຕົກລົງ​ກັນ​ໃໝ່​ກັບ​ອີກ 11 ປະ​ເທດ​ສະມາຊິກ​ທີ​ພີ​ພີ.

ຢ່າງ​ໃດ​ກໍ​ຕາມຖ້າ​ຫາກ​ອາ​ເມ​ລິ​ກາ​ຖອນ​ຕົວ​ອອກ​ຈາກ​ຂໍ້​ຕົກລົງ​ທີ​ພີ​ພີຊຶ່ງ​ອາ​ດ​ເຮັດ​ໃຫ້ 4 ປະ​ເທດ​ອາ​ຊຽນ​ເສຍ​ປະ​ໂຫຍ​ດ​ແຕ່​ກຸ່ມ​ປະ​ເທດ​ສະມາຊິກ​ອາຊຽນກໍ​ຍັງ​ມີ​ຂໍ້​ຕົກລົງ RCEP ຫຼື​ຂໍ້​ຕົກລົງ​ພັນທະ​ມິດ​ການ​ຄ້າ​ລະດັບ​ພາກ​ພື້ນ​ທີ່​ຈະ​ເປັນ​ປະ​ໂຫຍ​ດ​ໂດຍ​ລວມເນື່ອງ​ຈາກ​ເປັນ​ຂໍ້​ຕົກລົງ​ການ​ຄ້າ​ເສລີ​ທີ່​ມີ​ຄວາມ​ເປັນ​ໄປ​ໄດ້​ໃນ​ທາງ​ປະຕິບັດ ​ແລະ ຖ້າ​ຫາກ​ຂໍ້​ຕົກລົງ RCEP ບັນລຸ​ຜົນຈະ​ເຮັດ​ໃຫ້​ສປຈີນ​ຊຶ່ງ​ເປັນ​ໜຶ່ງ​ໃນ​ປະ​ເທດ​ຄູ່​ເຈລະຈາ​ຈະ​ມີ​ບົດບາດ​ໃນ​ພາກ​ພື້ນ​ອາຊີ ​ແລະ ອາຊີ​ຕາ​ເວັນ​ເວັນ​ອອກສຽງ​ໃຕ້​ຫຼາຍ​ຂຶ້ນຊຶ່ງ​ກໍຈະ​ສົ່ງ​ຜົນ​ໃຫ້​ໃນ​ທ້າ​ຍທີ່​ສຸດອາ​ເມ​ລິ​ກາ​ຈຳ​ເປັນ​ຕ້ອງ​ຫັນ​ມາ​ເຈລະຈາ​ຂໍ້​ຕົກລົງ​ການ​ຄ້າ​ສະບັບ​ໃໝ່​ກັບ​ທັງ​ພາກ​ພື້ນ​ເພື່ອ​ບໍ່​ໃຫ້​ເສຍ​ໂອກາດ​ແທນ​ການ​ເຮັດ​ຂໍ້​ຕົກລົງ​ການ​ຄ້າ​ແບບ​ທະວີ​ພາຄີຊຶ່ງ​ເປັນ​ເລື່ອງ​ຍາກ​ລຳບາກ​ສຳລັບ​ອາ​ເມ​ລິ​ກາ​ຫຼາຍ​ກວ່າ.

ທ່ານ ຫງວຽນ ຕັດ​ຖັ່ນ ​ເອກອັກຄະລັດຖະທູດ​ຫວຽດນາມ​ປະຈຳ​ໄທ​ກ່າວ​ວ່າ ຫວຽດນາມ​ຈະ​ຍັງ​ເດີນ​ໜ້າ​ຮັດ​ແໜ້ນ​ຄວາມ​ສຳພັນ​ກັບ​ອາ​ເມ​ລິ​ກາ ​ແລະ ປະຊາ​ຄົມ​ໂລກ​ໂດຍ​ສະ​ເພາະ​ອາຊີ​ປາຊິ​ຟິກຕໍ່​ໄປພ້ອມ​ສະ​ເໜີ​ແນະນຳ​ວ່າ​ແຕ່ລະ​ປະ​ເທດ​ຍັງ​ຈຳ​ເປັນ​ຕ້ອງ​ຮ່ວມ​ມື​ກັນ​ສ້າງ​ຄວາມ​​ເຂັ້ມ​ແຂງ ​ແລະ ​ເຊື່ອ​ວ່າ ທີ​ພີ​ພີ ຈະ​ຍັງ​ສາມາດ​ເດີນ​ໜ້າ​ຕໍ່​ໄປ​ແຕ່​ອາດ​ຫຼ້າ​ຊ້າ​ກວ່າ​ກຳນົດ​ຫຼື​ອາດ​ມີ​ການ​ທົບ​ທວນ​ຂໍ້​ຕົກລົງ​ໃໝ່​ທີ່​ເປັນ​ປະ​ໂຫຍ​ດຫຼາຍ​ຂຶ້ນ.

ຂ່າວຈາກ: http://www.sedthakid.la/
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...