Homeຂ່າວພາຍ​ໃນເອກະຊົນລົງທຶນ 80 ກວ່າຕື້ ສ້າງເຂື່ອນນໍ້າຕະລານ

ເອກະຊົນລົງທຶນ 80 ກວ່າຕື້ ສ້າງເຂື່ອນນໍ້າຕະລານ

Published on

ບໍລິສັດຜູ້ຮັບສຳປະທານເລີ່ມລົງມືກໍ່ສ້າງ ເຂື່ອນໄຟຟ້າຂະໜາດນ້ອຍ ນ້ຳຕະລານ ເມືອງຫຼວງນ້ຳທາ ທີ່ມີກຳລັງຕິດ ຕັ້ງລວມ 5 ເມກາວັດດ້ວຍກຳລັງເງິນລົງທຶນ 80 ກວ່າລ້ານກີບ.

     ພິທີວາງສີລາລືກໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຕົກ ຂະໜາດນ້ອຍນໍ້າຕະລານ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ໄດ້ຈັດຂຶ້ນວັນທີ 28 ພະຈິກຜ່ານມາ ທີ່ບ້ານສິນອຸດົມ ໂດຍແມ່ນບໍລິສັດນໍ້າຕະລານພາວເວີຈໍາກັດ ຊຶ່ງແມ່ນນັກທຸລະກິດເອກະຊົນພາຍໃນ ແຂວງຫຼວນໍ້າທາເປັນຜູ້ລົງທຶນກໍ່ສ້າງ 100%. ເຂົ້າຮ່ວມໃນພິທີຂອງທ່ານ ບຸນຢີ່ ແກ້ວຄຸນເມືອງ ຮອງເຈົ້າແຂວງໆຫຼວງນໍ້າທາ, ທ່ານ ບຸນມາ ມະນີວົງ ຮອງຜູ້ອໍານວຍການໃຫ່ຍລັດວິສາຫະກິດໄຟຟ້າລາວ ພ້ອມຜູ້ຕາງໜ້າຈາກຂະແໜງການກ່ຽວຂ້ອງ ແລະບໍລິສັດເຂົ້າຮ່ວມ.

ທ່ານ ຄໍາຜາຍ ໄຊພະຈັນ ອໍານວຍການບໍລິສັດນໍ້າຕະລານພາວເວີຈໍາກັດກ່າວຕໍ່ພິທີວ່າ: ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຕົກຂະໜາດນ້ອຍນໍ້າຕະລານ ຕັ້ງຢູ່ທີ່ເຂດຊາຍແດນບ້ານສິນອຸດົມ ເມືອງຫຼວງນໍ້າທາ ແລະເມືອງນາໝໍ້ ແຂວງອຸດົມໄຊ, ມີກໍາລັງຕິດຕັ້ງ 5 ເມກາວັດ, ມູນຄ່າ 10,5 ລ້ານໂດລາ ຫຼື ປະມານ 84 ຕື້ກວ່າກີບ, ຈະກໍ່ສ້າງໃນລັກ ສະນະເຂື່ອນຝາຍນໍ້າລົ້ນ, ມີຄວາມສູງ ຂອງສັນເຂື່ອນ 12,5 ແມັດ, ກວ້າງ 18 ແມັດ, ມີຄວາມຍາວ 17,5 ແມັດ, ມີ ຄອງເໝືອງສົ່ງນໍ້າ 6,2 ກິໂລແມັດ, ປະຕູລະບາຍຊາຍ 1 ປ່ອງ, ອ່າງແຮງ ດັນນໍ້າຂະໜາດ 46×34,2 ແມັດ, ສູງ 7 ແມັດ, ສ້າງທໍ່ແຮງດັນຍາວ 186 ແມັດ, ຄວາມສູງຂອງນໍ້າໂຕນເຂົ້າເຮືອນຈັກ 93 ແມັດ, ຕິດຕັ້ງເຄື່ອງຈັກຜະລິດກະແສ ໄຟຟ້າ 3 ເຄື່ອງ, ມີກໍາລັງແຮງຕິດຕັ້ງ 5 ເມກາວັດ, ສາມາດຜະລິດກະແສໄຟຟ້າໄດ້ 18,8 ລ້ານກິໂລວັດໂມງຕໍ່ປີ, ການກໍ່ສ້າງຈະໃຫ້ສໍາເລັດພາຍໃນ 36 ເດືອນເຖິງປີ 2019 ຈິ່ງຈະສໍາເລັດ 100% ແລະຜະລິດກະແສໄຟຟ້າຂາຍໃຫ້ລັດວິສາຫະກິດໄຟຟ້າລາວ. ພ້ອມນັ້ນ ທາງບໍລິສັດຍັງຈະໄດ້ກໍ່ສ້າງສາຍສົ່ງ ແຮງກາງ 22 ກິໂລໂວນຍາວ 23 ກິໂລແມັດເຂົ້າໄປຫາສະຖານີໄຟຟ້າບ້ານໃໝ່ ເມືອງຫຼວງນ້ຳທາຕື່ມອີກ.

ຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...