Homeນານາສາລະ6 ວິທີກໍາຈັດມົດທີ່ມາອາໄສຢູ່ບໍລິເວນເຮືອນ ແບບໄດ້ຜົນສຸດໆ

6 ວິທີກໍາຈັດມົດທີ່ມາອາໄສຢູ່ບໍລິເວນເຮືອນ ແບບໄດ້ຜົນສຸດໆ

Published on

ເຊື່ອວ່າເຮືອນຂອງຫຼາຍໆຄົນຕ້ອງພົບບັນຫາມົດນ້ອຍໃຫຍ່ຂຶ້ນເຮືອນ ມາຂົນເອົາອາຫານ, ມາອາໄສຢູ່ໃນມຸມຕ່າງໆຂອງເຮືອນ ແລະບໍລິເວນອ້ອມເຮືອນ  ສ້າງຄວາມລຳຄານໃຈບໍ່ໜ້ອຍ ມື້ນີ້ແອັດມິນມີວິທີກຳຈັດມົດມາບອກກັນ ເພື່ອບໍ່ໃຫ້ມົດມາສ້າງຄວາມລຳຄານໃຫ້ອີກ

  1. ວິທີທີ່1 ນໍ້າຢາລ້າງຖ້ວຍຊ່ວຍກຳຈັດມົດ: ເອົານໍ້າຢາລ້າງຖ້ວຍມາໃສ່ກວດສະເປໄວ້ 1 ບ່ວງແກງ ແລະເອົານໍ້າໃສ່ ແລ້ວເຍົ່າໃຫ້ເຂົ້າກັນ ແລ້ວເອົາໄປສີດບໍລິເວນຮັງມົດ ແລະບ່ອນມົດຢູ່
  2. ວິທີທີ່2 ເປືອກໄຂ່ໄລ່ມົດ: ເອົາເປືອກໄຂ່ມາເຜົາໄຟ ແລ້ວເອົາໄປປະໄວ້ບ່ອນທີ່ມົດຢູ່
  3. ວິທີທີ່3 ໝາກເຜັດໄລ່ມົດ: ເອົາໝາກເຜັດປົ່ນມາ 100 ກຼາມ ແລ້ວປະສົມນໍ້າ 1 ລິດ ໝັກປະໄວ້ 1 ຄືນ ແລ້ວຕອງເອົານໍ້າ ມາປະສົມສະບູ 1/5 ສ່ວນ ໃຊ້ສີດໃສ່ບ່ອນທີ່ມົດຢູ່ ມົດຈະໜີທັນທີ
  4. ວິທີທີ່4 ໝາກເຜັດປົ່ນປິດຮູມົດ: ໂຮຍໝາກເຜັດປົ່່ນ, ກາບກາເຟ ລົງລໍລິເວນທີ່ມົດເຮັດໂຂຍຢູ່ ຫຼືບີບນໍ້າໝາກນາວຕາມຮູຂອງມົດ ແລ້ວກໍຖິ້ມເປືອກໝາກນາວໄວ້ບ່ອນນັ້ນເລີຍ ແລ້ວມົດກໍຈະໜີໄປ
  5. ວິທີທີ່5 ໄລ່ມົດດ້ວຍຂີ້ມິ້ນ: ໃຫ້ເອົາຂີ້ມິ້ນມາຕຳຈົນລະອຽດ ຈາກນັ້ນເອົານໍ້າມັນກ໊າດມາປະສົມລົງໄປ ຄົນໃຫ້ເຂົ້າກັນ, ແລ້ວກໍເອົາໄປໂຮຍລົງບ່ອນທີ່ມົດຢູ່ ແລ້ວມົດກໍຈະໜີທັນທີ
  6. ວິທີທີ່6 ໃຊ້ຫີນສົ້ມປ້ອງກັນມົດ: ເອົາຫີນສົ້ມມາແຊ່ໃນນໍ້າອຸ່ນທີ່ເຮົາກຽມໄວ້ ຈາກນັ້ນເອົາໄປຫົດບໍລິເວນທີ່ມົດຢູ່, ແຕ່ວິທີນີ້ໃຊ້ໄດ້ດີແຕ່ມົດດຳເທົ່ານັ້ນ ເພາະມັນບໍ່ມັກກິ່ນຫີນສົ້ມ ແລະຈະບໍ່ມາບໍລິເວນນັ້ນອີກ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...