spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມສັງເກດອາການຂອງມະເຮັງກະດູກ

ສັງເກດອາການຂອງມະເຮັງກະດູກ

Published on

ມະເຮັງກະດູກ ບັນໄດ້ວ່າເປັນພະຍາດທີ່ມີຄວາມຮຸນແຮງສູງ ເກີດຂຶ້ນກະທັນຫັນ ໂດຍທົ່ວໄປແລ້ວ ມະເຮັງກະດູກແບ່ງໄດ້ 2 ຊະນິດຄື: ຊະນິດປະຖົມພູມ ເກີດຈາກຄວາມຜິດປົກກະຕິພາຍໃນເຊວຂອງກະດູກທີ່ເປັນເນື້ອງອກ ຖ້າເປັນເນື້ອຮ້າຍກໍຈະໃຫ້ເກີດມະເຮັງກະດູກ ແລະຊະນິດທຸຕິພູມ ເກີດຈາກການແຜ່ກະຈາຍຂອງມະເຮັງຊະນິດອື່ນມາທີ່ກະດູກ ຊຶ່ງມັກເກີດກັບຜູ້ທີ່ມີປະຫວັດການເປັນມະເຮັງຂອງອະໄວຍະວະອື່ນມາກ່ອນ ເຊັ່ນ: ມະເຮັງເຕົ້ານົມ ຫຼືມະເຮັງຕ່ອມລູກໝາກເປັນຕົ້ນ.

ໂດຍປົກກະຕິມະເຮັງກະດູກໃນໄລຍະຕົ້ນ ຈະມີອາການເຈັບປວດບໍລິເວນກະດູກ ແລະເຈັບປວດແຮງຂຶ້ນເລື່ອຍໆ ເມື່ອມະເຮັງທໍາລາຍກະດູກຫຼາກຂຶ້ນ ຈະເຮັດໃຫ້ເກີດພາວະກະດູກແຂນ, ຂາຫັກ ຫຼືຫຼຸດອອກຈາກການຖືກມະເຮັງທໍາລາຍໄປກົດທັບໄຂມັນສັນຫຼັງ ຫຼືເສັ້ນປະສາດ ເຮັດໃຫ້ເກີດອາການຊາມື, ຕີນ ຫຼືແຂນຂາອ່ອນແຮງໄດ້.

ສໍາຫຼັບມະເຮັງຊະນິດທຸຕິພູມ: ອາດເກີດພາວະແຄວຊຽມໃນເລືອດສູງ ເນື່ອງຈາມີການທໍາລາຍກະດູກຈໍານວນຫຼາຍ ຜູ້ທີ່ເປັນມະເຮັງຊະນິດນີ້ຈະມີອາການຊຶມ, ມື, ຕີນຊາຜິດປົກກະຕິ, ອືດທ້ອງ, ຖອກທ້ອງ, ປັ່ນໄສ້, ປວດຮາກ, ຫົວໃຈເຕັ້ນຜິດຈັງຫວະ ໝົດສະຕິ ແລະອາດເສີຍຊີວິດໄດ້.

ສໍາຫຼັບການິ່ນປົວຜູ້ທີ່ເປັນມະເຮັງ ຂຶ້ນກັບຊະນິດ ແລະໄລຍະຂອງພະຍາດ ມີຕັ້ງແຕ່ການໃຫ້ຢາບັນເທົາອາການເຈັບປວດ, ຢາເຄມີບໍາບັດ, ຢາຕ້ານຮອກໂມນ, ຢາຫຼຸດແຄວຊຽມໃນເລືອດ ຊຶ່ງຈະຊ່ວຍຫຼຸດອາການເຈັບປວດ ແລະຊ່ວຍໃຫ້ກະດູກແຂງແຮງຂຶ້ນ ສ່ວນການໃຫ້ລັງສີປິ່ນປົວເປັນໄປເພື່ອຢຸດການຈະເລີນເຕີບໂຕຂອງເຊວມະເຮັງສະເພາະຕໍາແໜ່ງ, ຫຼຸດອາການເຈັບ, ຊ່ວຍໃຫ້ຫາຍຈາກອໍາມະພາດ ເມື່ອມະເຮັງແຜ່ກະຈາຍໄປທີ່ກະດູກສັນຫຼັງ ເປັນຫຼາຍ ຫຼືຫຼາຍຕໍາແໜ່ງອາດສີດສານກໍມມັນລັງສີ ເພື່ອຫຼຸດອາການ ແລະຫາພິຈາລະນາພົບວ່າດເກີດພາວະມະເຮັງກະດູກຕໍາແໜ່ງທີ່ຮັບນໍ້າໜັກຫຼາກເຊັ່ນ: ກະດູກກົກຂາ ແພດໝໍຈະໄດ້ໃຊ້ວິທີຜ່າຕັດ ເພື່ອເສີມສ້າງຄວາມແຂງແຮງຂອງກະດູກຂາ ຊ່ວຍໃຫ້ເດີນໄດ້ປົກກະຕິ.

ສັງເກດເຊັ່ນວ່າ: ມີກ້ອນບໍລິເວນແຂນ, ຂາ, ກະດູກ ຄວນຮີບປຶກສາແພດໝໍ ເພື່ອຈະໄດ້ຮັບການປິ່ນປົວແຕ່ໄລຍະຕົ້ນໆ ເພື່ອບໍ່ໃຫ້ມີກາຍແຜ່ກະຈາຍຂອງມະເຮັງໄປທີ່ອະໄວຍະວະອື່ນ ແລະເຮັດໃຫ້ມີໂອກາດລອດຊີວິດໄດ້ສູງພາຍຫຼັງໄດ້ຮັບການປິ່ນປົວ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...