Homeນານາສາລະ10 ເຄື່ອງໃຊ້ສ່ວນຕົວ ທີ່ບໍ່ຄວນໃຊ້ຮ່ວມກັບຄົນອື່ນ

10 ເຄື່ອງໃຊ້ສ່ວນຕົວ ທີ່ບໍ່ຄວນໃຊ້ຮ່ວມກັບຄົນອື່ນ

Published on

ຂອງໃຊ້ສ່ວນຕົວເປັນສິ່ງທີ່ຈຳເປັນທີ່ຕ້ອງມີ ແລະໃຊ້ສ່ວນຕົວ ເພາະເຄື່ອງໃຊ້ບາງຢ່າງນັ້ນ ບໍ່ສາມາດໃຊ້ຮ່ວມຄົນອື່ນໄດ້ ເພາະເລື່ອງອະນາໄມເປັນສິ່ງສຳຄັນ, ຫາກເຮົາໃຊ້ເຄື່ອງໃຊ້ສ່ວນຕົວກັບຄົນອື່ນ ເຄື່ອງໃຊ້ນັ້ນ ກໍຈະຕິດພະຍາດ ແລະເຮົາກໍຈະໄດ້ຮັບເຊື້ອພະຍາດໂດຍກົງ ເຊິ່ງເປັນສາເຫດຂອງອາການເຈັບປ່ວຍຕາມມາ

  1. ສະບູ: ເມື່ອຖືກປະໄວ້ບ່ອນປຽກ ຄວາມປຽກຊື້ນນັ້ນຈະເຮັດໃຫ້ແບັກທີເລຍ, ເຊື້ອລາ ແລະເຊື້ອພະຍາດຕ່າງໆ ເຕີບໂຕໄດ້ດີ ແລ້ວກໍສາມາດສົ່ງຜ່ານທາງຜິວໜັງໄດ້
  2. ຜ້າເຊັດໂຕ: ເມື່ອເຮົາເຊັດໂຕແລ້ວ ຈະເຮັດໃຫ້ຜ້າເຊັດນັ້ນປຽກຊື້ນ ຫາກບໍ່ຕາກໃຫ້ແຫ່ງ ຈະເຮັດໃຫ້ເກີດກິ່ນອັບຊື້ນ ເຊິ່ງເປັນສິ່ງສະແດງເຖິງການມີເຊື້ອພະຍາດ ເຊິ່ງຜ້າເຊັດໂຕ ຖືເປັນແຫຼ່ງທີ່ເຊື້ອພະຍາດຢູ່ ເມື່ອຖືກແຂວນໄວ້ໃນຫ້ອງນໍ້າທີ່ອັບຊື້ນ ອາດເປັນສາເຫດທີ່ເຮັດໃຫ້ເປັນສິວໄດ້
  3. ໝວກ: ໝວກທຸກຊະນິດ ທີ່ໃສ່ໃນເທິງຫົວ ບາງຄັ້ງຜົມອາດເປືອ້ນ ມີທັງເຫື່ອ, ສະສົມເຊື້ອພະຍາດ ຈຶ່ງເປັນເຄື່ອງໃຊ້ທີ່ເປັນສ່ວນຕົວຫຼາຍທີ່ສຸດ
  4. ເກີບແຕະ: ເຮົາໃສ່ທຸກມື້ນັ້ນ ຈະເຮັດໃຫ້ມີຝຸ່ນ ແລະເຊື້ອພະຍາດຕິດຢູ່ ຖ້າເຮົາໄປໃສ່ຂອງຄົນອື່ນອາດຕິດເຊື້ອພະຍາດໄດ້
  5. ມີດໂກນ ແລະມີດຕັດເລັບ: ຫຼັງຈາກທີ່ໃຊ້ມີດໂກນ ເຊວຜິວທີ່ຕາຍແລ້ວ ແລະແບັກທີເລຍຈະເກາະຢູ່ນຳມີດ ຫາກເກີດບາດແຜ ມີດນັ້ນກໍຈະເປັນໂຕສົ່ງເຊື້ອພະຍາດໃນກະແສເລືອດໄດ້ ແລະສ່ວນມີດຕັດເລັບກໍຄືກັນ ຄວນລະວັງເວລາທີ່ເຮົາໄປຕັດຢູ່ຮ້ານ ເພາະເຮົາບໍ່ຮູ້ວ່າມີດຕັດນັ້ນສະສົມເຊື້ອພະຍາດມາຫຼາຍປານໃດ
  6. ອຸປະກອນແຕ່ງຕາ: ບໍ່ວ່າຈະເປັນມາສຄາຣ່າ, ອາຍໄລເນີ, ສໍແຕ້ມຕາ ບໍ່ຄວນໃຊ້ຮ່ວມກັນ ເພາະຖ້າຫາກອີກຄົນຫາກເປັນພະຍາດກ່ຽວກັບຕາ ຈະເຮັດໃຫ້ຕິດພະຍາດໄດ້ງ່າຍ
  7. ລິບສະຕິກ: ເປັນເລື່ອງທີ່ງ່າຍຫຼາຍ ທີ່ເຊື້ອພະຍາດຈະເຂົ້າມາທາງກະແສເລືອດ, ເພາະເສັ້ນເລືອດຈຳນວນຫຼາຍທີ່ເຊື່ອງຢູ່ໃນຮີມປາກ ແລະຈະດູດຊຶມສິ່ງຕ່າງໆທີ່ທາລົງໄປ ຖ້າໝູ່ເພື່ອນຫາກເປັນພະຍາດກໍຈະຕິດໄດ້ງ່າຍເຊັ່ນກັນ
  8. ຕ້າງຫູ: ເຊິ່ງເປັນເຄື່ອງປະດັບທີ່ເຂົ້າເລິກໄປເຖິງເນື້ອໜັງຂອງເຮົາ, ດັ່ງນັ້ນ ຈຶ່ງບໍ່ຄວນໃຊ້ຮ່ວມກັນ ເພາະຕ້າງຫູອາດສຳຜັດກັບເລືອດຂອງເຮົາໄດ້
  9. ສາຍສະເບົ້າ: ສາຍສະເບົ້າມີເຊື້ອແບັກທີເລຍຈາກຫູຫຼາຍ ໂດຍສະເພາະເມື່ອໃຊ້ໃນເວລາອອກກຳລັງກາຍ, ແບັກທີເລຍກໍຈະເພີ່ມຈຳນວນຫຼາຍຂຶ້ນ ແລະບໍ່ຄວນໃຊ້ຮ່ວມຄົນອື່ນເດັດຂາດ
  10. ໄມ້ສີແຂ້ວ: ເຮົາຮູ້ນຳກັນດີແລ້ວວ່າ ບໍ່ຄວນໃຊ້ຮ່ວມກັນເພາະເປັນເລື່ອງທີ່ບໍ່ສົມຄວນເຮັດ ເຊື້ອພະຍາດຕ່າງໆ ຍັງຕິດຢູ່ໃນໄມ້ສີແຂ້ວ ແລະເຕີບໃຫຍ່ເຖິງແມ່ນວ່າຈະລ້າງສະອາດແລ້ວ, ຖ້າຫາກເຮົາໃຊ້ຮ່ວມກັນ ຈະເຮັດໃຫ້ຕິດເຊື້ອພະຍາດໄດ້ງ່າຍ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...