spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມ6 ຂໍ້ທີ່ຄວນເຮັດ ເມື່ອເປັນປະຈໍາເດືອນ

6 ຂໍ້ທີ່ຄວນເຮັດ ເມື່ອເປັນປະຈໍາເດືອນ

Published on

ໃນຊ່ວງທີ່ເປັນປະຈຳເດືອນ ເປັນຊ່ວງທີ່ສາວໆ ຮູ້ສຶກອຶດອັດ ແລະຢາກຜ່ານມັນໄປໄວໆ ເພາະທັງທໍລະມານກາຍ ແລະໃຈຈາກການປວດປະຈຳເດືອນ, ອາການທາງອາລົມຍັງໃຈຮ້າຍໃສ່ຄົນອ້ອມຂ້າງອີກ, ແຕ່ອາການເຫຼົ່ານີ້ສາມາດແກ້ໄຂໄດ້ ດ້ວຍການປະຕິບັດຕາມ 6 ຂໍ້ດັ່ງນີ້

  1. ດື່ມນໍ້າໃຫ້ຫຼາຍໆ: ເຖິງຈະບໍ່ແມ່ນຊ່ວງເປັນປະຈຳເດືອນກໍຕາມ ການດື່ມນໍ້າໜ້ອຍກໍບໍ່ແມ່ນເລື່ອງທີ່ສາວໆຄວນເຮັດ, ຖ້າດື່ມໜ້ອຍໃນຊ່ວງປະຈຳເດືອນ ຈະເຮັດໃຫ້ເຈັບທ້ອງນ້ອຍຫຼາຍຂຶ້ນ ເພາະເລືອດໄຫຼວຽນບໍ່ສະດວກ
  2. ກິນອາຫານທີ່ມີໄຟເບີຫຼາຍໆ: ລະຫວ່າງທີ່ເປັນປະຈຳເດືອນ ຄວນກິນອາຫານໄຟເບີຫຼາຍໆ, ເພາະການກິນອາຫານທີ່ມີໄຟເບີໜ້ອຍຈະເຮັດໃຫ້ລະບົບການຍ່ອຍອາຫານຜິດປົກກະຕິ
  3. ກິນຜັກໃບສີຂຽວ: ເພາະຜັກໃບຂຽວເປັນສິ່ງທີ່ຄວນກິນໃຫ້ໄດ້ເປັນປະຈຳທຸກມື້, ຊ່ວງທີ່ເປັນປະຈຳເດືອນຄວນກິນຜັກໃບຂຽວທີ່ເປັນແຫຼ່ງສະສົມຂອງແຄວຊຽມ ຈະຊ່ວຍຫຼຸດອາການປວດປະຈຳເດືອນໄດ້
  4. ກິນຊ໊ອກໂກແລັດ: ການກິນຊ໊ອກໂກແລັດໃນຊ່ວງເປັນປະຈຳເດືອນດີ ໂດຍສະເພາະຊ໊ອກໂກແລັດທີ່ມີສ່ວນປະສົມຂອງໂກໂກ້ 60% ຈະຊ່ວຍຄວບຄຸມຄວາມຢາກອາຫານ ແລະເພີ່ມລະດັບໂຮໂມນເຊໂຣໂທນິນ ເປັນໂຮໂມນທີ່ດີ
  5. ກິນອາຫານທີ່ບໍ່ເຄັມ: ເພາະອາຫານທີ່ມີໂຊດຽມຫຼາຍເຊັ່ນພວກຜັກສົ້ມ, ປາສົ້ມ ກິນໃນຊ່ວງເປັນປະຈຳເດືອນຫຼາຍໆຈະເຮັດໃຫ້ເປັນບວມໄດ້
  6. ກິນອາຫານທີ່ມີບໍ່ມີໄຂມັນອິ່ມຕົວ: ຖ້າເຈົ້າເປັນຄົນມັກກິນຊີ້ນສັດ, ນົມ, ເນີຍ, ທີ່ມີໄຂມັນອິ່ມຕົວ ຄວນຢຸດກິນກ່ອນເພາະໃນຊ່ວງເປັນປະຈຳເດືອນຈະເຮັດໃຫ້ເຈົ້າເຈັບທ້ອງຫຼາຍຂຶ້ນ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...